spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມອາຫານຊ່ວຍລະບາຍທ້ອງ ຫຼຸດອາການທ້ອງຜູກ

ອາຫານຊ່ວຍລະບາຍທ້ອງ ຫຼຸດອາການທ້ອງຜູກ

Published on

ທ້ອງຜູກ ເປັນອາການໜຶ່ງທີ່ພົບເຫັນຫຼາຍໃນຄົນເຮົາປັດຈຸບັນ ເຖິງວ່າຈະບໍ່ເປັນພະຍາດຮ້າຍແຮງ ແຕ່ກໍສ້າງບັນຫາໃນຊີວິດປະຈຳວັນໃຫ້ກັບຄົນເຮົາ, ທັງການຖ່າຍບໍ່ອອກ, ຖ່າຍບໍ່ສະດວກ ກໍຈະເຮັດໃຫ້ອຶດອັດ, ອ່ອນເພຍ, ເມື່ອຍ, ແຕ່ຖ້າຫາກປ່ອຍໄວ້ດົນ ກໍມີໂອກາດເປັນພະຍາດລິດສີດວງ ແລະຖ້າຮ້າຍແຮງເຖິງຂັ້ນເປັນມະເຮັງລຳໄສ້, ສາເຫດສຳຄັນຂອງການທ້ອງຜູກ ຍ້ອນການກິນອາຫານທີ່ມີກາກໃຍບໍ່ພຽງພໍ. ດັ່ງນັ້ນ ຈຶ່ງຄວນເລືອກກິນອາຫານທີ່ມີການໃຍຫຼາຍໆ ແລະມີລິດຊ່ວຍລະບາຍທ້ອງໄດ້

  1. ໝາກຂາມ: ນອກຈາກມີກາກໃຍອາຫານສູງແລ້ວ ຍັງມີລົດຊາດສົ້ມ ເປັນຢາລະບາຍອ່ອນໆ, ຫາກມີອາການທ້ອງຜູກຮຸນແຮງ ແນະນຳໃຫ້ເອົາມາຕົ້ມກັບນໍ້າ 3 ແກ້ວ ແລ້ວຈະໄດ້ນໍ້າໝາກຂາມເຂັ້ມໆ ແລ້ວເອົາເກືອລົງເລັກໜ້ອຍ ດື່ມກ່ອນນອນປະມານ 1-2 ຊົ່ວໂມງ ຈະຊ່ວຍໃຫ້ຖ່າຍງ່າຍຂຶ້ນ
  2. ໝາກແອັບເປິ່ນຂຽວ: 1 ໜ່ວຍໃຫ້ໃຍອາຫານຫຼາຍ, ມີນໍ້າຕານໜ້ອຍ ແລະບໍ່ຄວນກິນປບບປອກເປືອກ ເພາະເປືອກມີກາກໃຍອາຫານ
  3. ໝາກຖົ່ວດຳ: ມີໃຍອາຫານສູງ ໂດຍເອົາຖົ່ວດຳຕົ້ມ ຫຼືໜຶ້ງ 1 ຖ້ວຍ ມາກິນຈະຊ່ວຍລະບາຍທ້ອງໄດ້
  4. ໝາກນັດ: ມີກາກໃຍອາຫານສູງ ເຊິ່ງມີຄວາມສຳຄັນກັບການຍ່ອຍອາຫານ, ຄວນກິນຕະຫຼອດຈະຊ່ວຍເລື່ອງລະບົບຂັບຖ່າຍໃຫ້ສະດວກ
  5. ໝາກຫຸ່ງ: ທັງໜ່ວຍສຸກ ແລະໜ່ວຍດິບ ມີສັບພະຄຸນຊ່ວຍໃນການຂັບປັດສະວະ ແລະເປັນຢາລະບາຍອ່ອນໆ, ສໍາລັບຄົນທີ່ຖ່າຍບໍ່ສະດວກ ຄວນກິນໝາກສຸກ ຈະຊ່ວຍໃຫ້ຂັບຖ່າຍສະດວກ, ແຕ່ບໍ່ຄວນກິນຫຼາຍ ແລະກິນຕະຫຼອດ ເພາະຈະເຮັດໃຫ້ຜິວເຫຼືອງ
  6. ກ້ວຍນໍ້າ: ເປັນໝາກໄມ້ທີ່ມີສານເພັກຕິນສູງ ຊ່ວຍເພີ່ມກາກອາຫານ ແລະຍັງມີເມືອກມື່ນເຮັດໃຫ້ຖ່າຍສະດວກ ແລະຄວນກິນຕອນເຊົ້າໃນເວລາທ້ອງວ່າງ 2-4 ໜ່ວຍ ແລະດື່ມນໍ້ານຳຫຼັງ ຄວນກິນທຸກມື້
  7. ໝາກເຟືອງ: ເປັນໝາກໄມ້ທີ່ມີລົດຊາດສົ້ມ, ສາມາດບັນເທົາອາການທ້ອງຜູກໄດ້ ເພາະມີລິດເປັນຢາລະບາຍ ແລະຍັງຊ່ວຍຫຼຸດກົດໃນກະເພາະອາຫານໄດ້ອີກດ້ວຍ
  8. ນໍ້າເຜິ້ງ: ເອົານໍ້າເຜິ້ງມາປະສົມນໍ້າດື່ມ ເປັນນໍ້າຫຼຸດອາການທ້ອງຜູກ ເພາະນໍ້າເຜິ້ງມີລິດຊ່ວຍລະບາຍ
  9. ຫວ້ານຫາງແຂ້: ເອົາມາປອກເປືອກລ້າງສະອາດ ເອົາແຕ່ວຸ້ນໃສໆ ຂອງຫວ້ານຫາງແຂ້ ມີສ່ວນຊ່ວຍລຳໄສ້ໄດ້ຫຼາຍຢ່າງ ເພາະມັນມີເສັ້ນໃຍທີ່ດີຕໍ່ສຸຂະພາບ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...