Homeໜັງໃໝ່"Goblin" ຊີຣີ້ເກົາຫຼີໃຕ້ທີ່ເຣດຕິ້ງສູງທີ່ສຸດໃນເວລານີ້

“Goblin” ຊີຣີ້ເກົາຫຼີໃຕ້ທີ່ເຣດຕິ້ງສູງທີ່ສຸດໃນເວລານີ້

Published on

ໃນຄໍລຳ ໜັງໃໝ່ ມື້ນີ້ແອັດມິນຈະມາເອົາໃຈຄົນທີ່ມັກເບິ່ງຮູບເງົາປະເພດຊີຣີ້ກັນແນ່ຈັກໜ້ອຍ ໂດຍສະເພາະຊີຣີ້ທາງຝັ່ງເກົາຫຼີໃຕ້

ໃນປັດຈຸບັນນີ້ມີຊີຣີ້ເລື່ອງໜຶ່ງທີ່ກຳລັງມີເຣດຕິ້ງສູງທີ່ສຸດໃນເກົາຫຼີໃຕ້ ນັ້ນກໍ່ຄືເລື່ອງ “Goblin” ຫຼັງເປີດຕົວຊີຣີ້ເລື່ອງນີ້ໄປເມື່ອວັນທີ 2 ທັນວາ 2016 ທີ່ຜ່ານມາ ກໍ່ໄດ້ຮັບການຕອບຮັບແບບທະລົ່ມທະລາຍເລີຍກໍ່ວ່າ ເຣດຕິ້ງຂອງຊີຣີ້ເລື່ອງນີ້ແຕ່ລະຕອນໄດ້ເພີ່ມຂຶ້ນເລື່ອຍໆ ຈາກຂໍ້ມູນຂອງ good data corporation ເຜີຍໃຫ້ຮູ້ວ່າຊີຣີ້ໃໝ່ອງຊ່ອງ TvN ຂຶ້ນອັນດັບຄວາມນິຍົມໄດ້ໄວກວ່າ Descendant of the sun ທີ່ ຊົງຈຸງກິ ແລະ ຊອງເຮຄຽວ ເປັນຄົນຫຼິ້ນ

ສຽງຕອບຮັບຈາກຊາວເນັດຕໍ່ແຫຼ່ງຂໍ້ມູນ ບລັອກ ເວັບໄຊຕ່າງໆ, ຕາມໂຊຊຽວມີເດຍ ແລະ ວິດີໂອເຜີຍວ່າ goblin ໄດ້ຮັບຄະແນນສູງເຖິງ 12,500 ໃນການຈັດອັນດັບລະຄອນໃນເວລາພຽງ 1 ອາທິດເທົ່ານັ້ນ

ລາຍລະອຽດຂອງເລື່ອງ:

ຊື່ເລື່ອງ: 쓸쓸하고 찬란하神-도깨비 / Goblin
ປະເພດເລື່ອງ: Fantasy, Romance
ຈຳນວນ: 16 (ລໍຖ້າການຢືນຢັນອີກຄັ້ງ)
ອອກສາຍທາງຊ່ອງ: tvN
ຊ່ວງໄລຍະວັນອອກອາກາດ: 2 ທັນວາ 2016 – 21ມັງກອນ 2017
ເວລາອອກອາກາດ: ວັນສຸກ ແລະ ເສົາ ເວລາ 20:00 ໂມງ. (ຕາມເວລາໃນເກົາຫຼີໃຕ້)
ພາກໄທ ທາງຊ່ອງ true 24: ອອກອາກາດວັນພຸດ-ພະຫັດ (ເວລາ 20:00 ນາທີ) ເລລີ່ມຕອນທຳອິດໃນວັນທີ 26 ເມສາ 2017
 

ເລື່ອງຫຍໍ້ ຊີຣີ້ເກົາຫຼີໃຕ້ Goblin

ຄິມຊິນ (ຮັບບົດໂດຍ ກົງຍູ) ຄືກ໊ອບລິນທີ່ເປັນຜູ້ພິທັກດວງວິນຍານ ເຂົາໄດ້ຢູ່ຮ່ວມກັບ ກຣິມ ຣິບເປີ ຍົມມະທູດໜຸ່ມຜູ້ສູນເສຍຄວາມຊົງຈຳ (ສະແດງໂດຍ: ອີດົງອຸດ) ທັງສອງມີໜ້າທີ່ຮັບດວງວິນຍານທີ່ໝົດອາຍຸສັງຂານໄປສົ່ງທີ່ປາຣະໂລກ ແລະ ພວກເຂົາກໍ່ຖືກສົ່ງມາທີ່ໂລກມະນຸດ ຄິມຊິນຕ້ອງການຫຼຸດພົ້ນຈາກຊີວິດທີ່ເປັນອຳມະຕະ ແລະ ເຂົາຈະຕ້ອງໄດ້ແຕ່ງງານກັບຍິງສາວທີ່ເປັນມະນຸດ ໃນຂະນະທີ່ ຈີອືນທັກ (ສະແດງໂດຍ, ຄິມໂກອືນ) ເປັນນັກຮຽນມັກທະຍົມຕອນປາຍ ນາງມີຊີວິດທີ່ແສນເຈັບປວດ ແຕ່ນາງຍັງເບິ່ງໂລກໃນແງ່ດີ ຈົນນາງໄດ້ມາຕົກຫຼຸມຮັກກັບ ກ໊ອບລິນ, ຄິມຊອນ (ສະແດງໂດຍ:​ ຢູອິນນາ) ນາງເປັນຄົນສົດໃສ ແລະ ມີສະເໜ່ ເປັນເຈົ້າຂອງຮ້ານຂາຍໄກ່ຕົ້ມ ມີຊາຍໜຸ່ມຕ່າງພາກັນມາມັກນາງ ເລື່ອງລາວຂອງທັງສີ່ຄົນຈະເປັນແນວໃດຕໍ່ໄປຕ້ອງຕິດຕາມໃນຊີຣີ້ເລື່ອງນີ້ໄດ້

ຕອນນີ້ໄດ້ສາຍອອກອາກາດທັງໝົດ 6 ຕອນແລ້ວ ແອັດມິນກໍ່ເຂົ້າເບິ່ງຕາມລິ້ງ http://runningtube-subthai2.blogspot.com/2016/12/goblin.html?play=6-2-1 ( ເບິ່ງຊັບພາສາໄທ) ເບິ່ງຕອນທຳອິດກໍ່ຮູ້ສຶກວ່າເລື່ອງນີ້ເປັນຕາເບິ່ງ ແລະ ໜ້າຕິດຕາມຕອນຕໍ່ໄປໆ ດັ່ງນັ້ນຈິ່ງນຳມາສະເໜີແຟນເພສໃຫ້ໄດ້ເປັນນຳກັນ

ແຕ່ມີຂ່າວດີສຳລັບຄົນທີ່ບໍ່ຢາກອ່ານຊັບໄທ ເພາະຕົ້ນປີໜ້າ ທາງໂທລະພາບເພື່ອນບ້ານ ຊ່ອງ true4u ຈະນຳເລື່ອງນີ້ມາສາຍອອກອາກາດເປັນພາກພາສາໄທ (ສ່ວນຈະສາຍມື້ໃດ, ເວລາໃດນັ້ນຈະແຈ້ງໃຫ້ຮູ້ອີກຄັ້ງໜຶ່ງ)

ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

 

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...