Homeຂ່າວຕ່າງປະເທດໂອບາມາ ຫ້າມຂຸດເຈາະພະລັງງານລ້ານຕາກິໂລແມັດ

ໂອບາມາ ຫ້າມຂຸດເຈາະພະລັງງານລ້ານຕາກິໂລແມັດ

Published on

ໂອບາມາ ອອກກົດຫ້າມຜູ້ເໝົາຂຸດນໍ້າມັນໃນທະເລສະຫະລັດ ຢ່າງບໍ່ມີຂີດຈໍາກັດ ຂັດຂວາງນະໂຍບາຍ ທຣັມ.

ອີງຕາມສໍານັກຂ່າວຕ່າງປະເທດລາຍງານໃນວັນທີ 21 ທັນວານີ້ວ່າ: ບາລັກ ໂອບາມາ ປະທານາທິບໍດີສະຫະລັດ ທີ່ກໍາລັງຈະອໍາລາຕໍາແໜ່ງ ສັ່ງຫ້າມບໍ່ໃຫ້ທໍາການຂຸດເຈາະນໍ້າມັນ ແລະພະລັງງານ ໃນພື້ນທີ່ 1 ລ້ານຕາກິໂລແມັດ ໃນທະເລສະຫະລັດ ທັງອາກຕິກແບບບໍ່ຈໍາກັດ ສໍາຫຼັບການເຊົ່າສໍາປະທານໃນອະນາຄົດຂ້າງໜ້າ ຊຶ່ງເປັນການປົກປ້ອງຜົນປະໂຫຍດຊາດ ກ່ອນອໍາລາຕໍາແໜ່ງຂອງຜູ້ນໍາຄົນນີ້.

ໃນຄໍາສັ່ງດັ່ງກ່າວ ອາດຈະສົ່ງຜົນຕໍ່ຜູ້ສະໜັບສະໝູນ ໂດນັນ ທຣັມ ວ່າທີ່ປະທານາທິບໍດີຄົນໃໝ່ໃນສະຫະລັດ ໃຫ້ເຮັດວຽກໄດ້ຍາກຂຶ້ນ ຂະນະດຽວກັນ ແຄນາດາ ຊອ່ງມີພື້ນທີ່ທາງທະເລໃນແຄບດຽວກັນກັບສະຫະລັດ ຈະອອກຮ່ວມປະກາດດຽວກັນກັບສະຫະລັດ ເຊັ່ນກັນ.

ໂອບາມາ ກ່າວວ່າ ການຕັດສິນໃຈສັ່ງຫ້າມດັ່ງກ່າວ ເພື່ອຄວາມໝັ້ນຄົງທາງເສດຖະກິດ ແລະສັກກະຍະພາບລະບົບນິເວດໃນອາກຕິກຢ່າງຢັ່ງຢືນ ເປັນຄວາມໜ້າກັງວົນທີ່ຈໍາເປັນຂອງວັດທະນະທໍາທ້ອງຖິ່ນ, ສັດປ່າ ຊ່ອງໂຫວ່ໃນພູມພາກ ສໍາຫຼັບນໍ້າມັນທີ່ຮົ່ວໄຫຼໄປຍັງພື້ນທີ່ອື່ນນັ້ນ ເປັນເຫດຜົນຂອງການສັ່ງຫ້າມດັງກ່າວ.

ໃນຊ່ວງທີ່ ທຣັມ ຫາສຽງ ເຄີຍປະກາດວ່າ ຈະໃຊ້ປະໂຫຍດຈາດແຫຼ່ງນໍ້າມັນສໍາຮອງ ຊຶ່ງຫາກຫຼັງຈາກນີ້ວ່າທີ່ປະທານາທິບໍດີສະຫະລັດ ຍັງຄົງພະຍາມຍາມເຮັດຕາມທີ່ເຄີຍກ່າວໄດ້ດ້ວຍການຍົກເລີກຂໍ້ຫ້າມຂອງ ໂອບາມາ ຈະເຮັດໃຫ້ຕ້ອງເຂົ້າສູ່ການໄຕ່ສວນຂອງຄາດ.

ແນວໃດກໍຕາມ ສໍານັກປິໂຕຣລຽມຂອງສະຫະລັດກ່າວວ່າ ຄໍາສັ່ງດັງກ່າວບໍ່ແມ່ນຂໍ້ຫ້າມຖາວອນ ຊຶ່ງໝາຍຄວາມວ່າ ທຣັມ ມີໂອກາດທີ່ຈະກັບມາຍົກເລີກຂໍ້ຫ້າມຂອງ ໂອບາມາ ໄດ້ໃນອນາຄົດ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...