Homeວິທະຍາສາດ-ວິທະຍາການຜົນງານວິໄຈຂອງນັກວິທະຍາສາດບົ່ງບອກວ່າ ອີກ 5,000 ລ້ານປີ ສິ່ງທີ່ມີຊີວິດໃນໂລກຈະຕາຍໝົດ

ຜົນງານວິໄຈຂອງນັກວິທະຍາສາດບົ່ງບອກວ່າ ອີກ 5,000 ລ້ານປີ ສິ່ງທີ່ມີຊີວິດໃນໂລກຈະຕາຍໝົດ

Published on

ຄະນະວິທະຍາສາດຈາກມະຫາວິທະຍາໄລ ເລີເວນ ປະເທດ ເບລຢຽມ ເຜີຍຜົນງານວິໄຈທີ່ຖືກຕີພິມໃນວາລະສານດາລາສາດ ແລະ ຄາຣາຟິຊິກ ລະບຸວ່າ ຫຼັງຈາກໃຊ້ກ້ອງໂທລະພາບ ວິທະຍຸ “ອັລມ່າ” (ALMA) ທີ່ມີປະສິດທິພາບຫຼາຍທີ່ສຸດໃນໂລກ ໄດ້ຄາດການອະນາຄົດພາຍໃນໄລຍະເວລາ 5,000 ລ້ານປີສິ່ງທີ່ມີຊີວິດຢູ່ໃນໂລກຈະຕາຍໝົດ ເນື່ອງຈາກວ່າ ດວງຕະເວັນຈະມີຂະໜາດໃຫຍ່ເພີ່ມຂຶ້ນ ເປັນ 100 ເທົ່າ ແລະ ແຜ່ຂະຫຍາຍລັງສີຄວາມຮ້ອນຂ້າສິ່ງທີ່ມີຊີວິດຢູ່ໃນໂລກນີ້ໃຫ້ຕາຍໝົດ ຮວມທັງຍັງຈະທຳລາຍດາວພຸດ ແລະ ດາວອັງຄານ ເຊິ່ງເປັນດາວເຄາະທີ່ຢູ່ໃກ້ດວງຕະເວັນທີ່ສຸດ

ຢ່າງໃດກໍ່ຕາມ ຜົນການວິໄຈດັ່ງກ່າວມາຈາກການວິເຄາະ “ແອລທູ ປັບປິສ” (L2 Puppis) ດາວຍັກເຊິ່ງຢູ່ຫ່າງຈາກໂລກ 208 ປີແສງ ຫຼື ປະມານ 2,000 ລ້ານລ້ານກິໂລແມັດ ແລະ ເຄີຍມີຂະໜາດໃກ້ຄຽງກັບດວງຕະເວັນໃນອະດີດເມື່ອ 5,000 ລ້ານປີກ່ອນ ນັກວິທະຍາສາດບອກວ່າ ວັດຖຸທີ່ໂຄຈອນຮອບດາວດັ່ງກ່າວມີແນວໂນ້ມເປັນດາວເຄາະ ໂດຍຜົນການສຶກສາຕໍ່ຈາກນີ້ ອາດເປັນກະແຈໄຂອະນາຄົດຂອງໂລກ

ທີ່ມາຈາກ:​ www.hispantv.com ແລະ http://news.mthai.com/world-news/539469.html

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...