ເປີດໃຈຊ່າງພາບ ຜູ້ບັນທຶກຮູບນາທີທີ່ມືປືນຍິງທູດຣັດເຊຍ ໃນຕັວກກີ

ເປີດໃຈຊ່າງພາບ ຜູ້ບັນທຶກຮູບນາທີທີ່ມືປືນຍິງທູດຣັດເຊຍ ໃນຕັວກກີ ຍອມຮັບວ່າວິນາທີນັ້ນທັງຢ້ານ ແລະ ຮູ້ວ່າອັນຕະລາຍຫຼາຍ ແຕ່ຂໍເຮັດໜ້າທີ່ຂອງຕົນເອງ ນັ້ນຄືການຖ່າຍຮູບ

ເມື່ອ ວັນທີ 20 ທັນວາ 2016 ທ້າວ ເບີຮານ ອັອຊບີລີຊີ ຊ່າງຖ່າຍຮູບຈາກສຳນັກຂ່າວ ເອພີ ເຊິ່ງເປັນຄົນບັນທຶກພາບຊ່ວງເວລາທີ່ ທ່ານ ອັງເດຣ ຄາລອຟ ເອກອັກຄະຣາສະທູດຂອງຣັດເຊຍ ຖືກມືປືນຍິງຈົນເສຍຊີວິດໄວ້ໄດ້ ເຊິ່ງຊ່າງພາບຄົນດັ່ງກ່າວໄດ້ເປີດໃຈເຖິງຊ່ວງເວລາທີ່ເກີດຂຶ້ນ ແລະ ການຕັດສິນໃຈຂອງເຂົາ ທີ່ຈະຂໍເຮັດໜ້າທີ່ຊ່າງພາບສື່ມວນຊົນຢ່າງດີທີ່ສຸດ ເຖິງແມ່ນວ່າຕົນເອງຈະຢູ່ໃນສະພາບເຫດການທີ່ຮ້າຍແຮງກໍ່ຕາມ ເບີຮານ ອັອຊບີລີຊີ ໄດ້ກ່າວວ່າ:

“ແນ່ນອນວ່າຂ້ອຍຮູ້ສຶກຢ້ານ ແລະ ຮູ້ວ່າມັນອັນຕະລາຍພຽງໃດຫາກມືປືນຫັນມາຫາຂ້ອຍ ແຕ່ຂ້ອຍກໍ່ຄ່ອຍໆກ້າວອອກໄປຖ່າຍຮູບມືປືນ ສິ່ງທີ່ຂ້ອຍຄິດຕອນນັ້ນຄື ຂ້ອຍຢູ່ບ່ອນນີ້ແລ້ວ ເຖິງແມ່ນວ່າຂ້ອຍຈະຖືກຍິງ ຈົນໄດ້ຮັບບາດເຈັບ ຫຼື ແມ່ນແຕ່ຖືກຂ້າກໍ່ຕາມ ຂ້ອຍຕ້ອງເຮັດວຽກຂອງຂ້ອຍ ຂ້ອຍຈະແລ່ນໜີໄປໂດຍບໍ່ຖ່າຍຮູບຫຍັງເລີຍບໍ່ໄດ້ ” 

ບີຮານ ອັອຊບີລີຊີ ຍັງເລົ່າອີກວ່າ ເບື້ອງຕົ້ນທີ່ລາວຕັດສິນໃຈເຂົ້າໄປຮ່ວມຖ່າຍຮູບໃນງານນີ້ກໍ່ມີເຫດຜົນພຽງງ່າຍໆ ສະຖານທີ່ຈັດງານຢູ່ລະຫວ່າງທາງກັບເຮືອນຂອງລາວພໍດີ ໃນຕອນທີ່ລາວໄປຮອດນັ້ນ ທູດຣັດເຊຍໄດ້ເລີ່ມກ່າວບົດສຸນທໍລະພົດແລ້ວ ລາວຈິ່ງໄດ້ເຂົ້າໄປຖ່າຍຮູບໃກ້ໆ ເພາະຄິດວ່າຮູບທີ່ລາວຖ່າຍຈະມີປະໂຫຍດໃນເລື່ອງລາວຄວາມສຳພັນລະຫວ່າງ ຕັວກກີ ແລະ ຣັດເຊຍ ສຽງຂອງທູດຣັດເຊຍເວົ້າດ້ວຍຄວາມນຸ້ມນວນ ປຽບໄປດ້ວຍຄວາມຮັກບ້ານເກີດ ທ່ານທູດຍັງຢຸດເປັນໄລຍະໄລຍະ ເພື່ອໃຫ້ລ່າມແປພາສາໄດ້ຖ່າຍຖອດຄຳເວົ້າຂອງເພິ່ນເປັນພາສາຕັວກກີ ແລ້ວກໍ່ມີເຫດການບໍ່ຄາດຄິດເກີດຂຶ້ນ.

 

ແຫລ່ງຂ່າວ: http://hilight.kapook.com/view/146787
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!