Homeຂ່າວການພັດທະນາລາວສຶກສາໂຄງການສ້າງທໍ່ສົ່ງນ້ຳມັນເຂົ້າປະເທດ

ລາວສຶກສາໂຄງການສ້າງທໍ່ສົ່ງນ້ຳມັນເຂົ້າປະເທດ

Published on

ກະຊວງພະລັງງານ-ບໍ່ແຮ່ ໄດ້ເປັນຄະນະກຳມະການຮ່ວມເພື່ອສຶກສາຄວາມເປັນໄປໄດ້ໃນການສ້າງລະບົບທໍ່ສົ່ງນ້ຳມັນຈາກປະເທດເພື່ອນມິດຫວຽດນາມເຂົ້າມາປຸງແຕ່ງ ແລະ ຈໍາໜ່າຍຢູ່ ສປປ ລາວ. ໃນຂະນະດຽວກັນ ກໍມີຫລາຍບໍລິສັດໃຫ້ຄວາມສົນໃຈກຳລັງຊອກຫາແຫລ່ງທຶນ ເພື່ອສະໜອງແກ່ການຈັດຕັ້ງປະຕິບັດໂຄງການນີ້ໃນອະນາຄົດ ເຊິ່ງປັດຈຸບັນພວມຢູ່ໃນຂັ້ນຕອນສຶກສາຜົນກະທົບດ້ານສິ່ງແວດລ້ອມ ແລະ ສັງຄົມ ລວມທັງຜົນທີ່ຈະໄດ້ຮັບຕ່າງໆ.

ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ-ບໍ່ແຮ່ ເປີດເຜີຍວ່າ: ລັດຖະບານລາວ ຈະຕ້ອງມີການສຶກສາຢ່າງລະອຽດກ່ຽວກັບໂຄງການດັ່ງກ່າວ ໂດຍສະເພາະຜົນກະທົບດ້າສິ່ງແວດລ້ອມ,ຫາກເມື່ອໃດມີ ຄວາມພ້ອມກໍຈະດຳເນີນການທັນທີ ເຊິ່ງຄາດວ່າຈະມີການສ້າງທໍ່ສົ່ງນ້ຳມັນຈາກທະເລຫວຽດນາມເຂົ້າມາເກັບໄວ້ຢູ່ສາງໃນບໍລິເວນຂົວຂ້າມນ້ຳຂອງແຂວງຄຳມ່ວນ. ພ້ອມນັ້ນ ຍັງຈະມີການສ້າງໂຮງງານປຸງແຕ່ງເພື່ອຈຳໜ່າຍພາຍໃນ ແລະ ການນຳເຂົ້ານ້ຳມັນແບບສຳລັດຮູບຈຳນວນໜຶ່ງ. ສຳລັບການສຶກສາເບິ່ງບັນຫາຕ່າງໆໃນຂະນະນີ້ ໄດ້ມີການສົມທຽບເຖິງຂໍ້ດີ ແລະ ຂໍ້ເສຍໃນກໍລະນີການນຳເຂົ້າປະເພດນ້ຳມັນດິບ ຫລື ນ້ຳມັນສຳເລັດຮູບ ເຊິ່ງຕ້ອງໄດ້ພິຈາລະນາໃຫ້ມີຄວາມເໝາະສົມ ແລະ ສອດຄ່ອງກັບເງື່ອນໄຂຂອງປະເທດ ເພື່ອເຮັດໃຫ້ການປະຕິບັດໂຄງການໄດ້ຮັບໝາກຜົນດີ ແລະ ຕໍ່ບັນຫານີ້, ທ່ານລັດຖະມົນຕີກະຊວງພະລັງງານ-ບໍ່ແຮ່ ຍັງໃຫ້ທັດສະນະວ່າ: ລັດຖະບານຄວນນຳເຂົ້ານ້ຳມັນດິບເພື່ອມາປຸງແຕ່ງ ແລະ ຈໍລະຈອນຈຳໜ່າຍພາຍໃນປະເທດອາດຈະມີຜົນດີກວ່າ ເພາະນ້ຳມັນດິບໃນຕະຫລາດໂລກມີລາຄາຖືກ.

ຂ່າວຈາກ: ຫນັງສືພິມລາວພັດທະນາ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...