Homeຂ່າວຕ່າງປະເທດມາເລເຊຍຮຽກຮ້ອງອາຊຽນແກ້ປັນຫາສິດທິໂຣຮີນຈາ

ມາເລເຊຍຮຽກຮ້ອງອາຊຽນແກ້ປັນຫາສິດທິໂຣຮີນຈາ

Published on

ລັດຖະມົນຕີການຕ່າງປະເທດຂອງມາເລເຊຍ ຫ່ວງປັນຫາໂຣຮີນຈາ ຮຽກຮ້ອງໃຫ້ຊາດສະມາຊິກອາຊຽນແກ້ຮ່ວມກັນ.

ອີງຕາມສໍານັກຂ່າວຕ່າງປະເທດລາຍງານໃນວັນທີ 19 ທັນວ່າທີ່ຜ່ານານີ້ວ່າ: ມາເລເຊຍ ກ່າວວ່າ ຊະຕາກໍາຂອງຊາວມຸສະລິມໂຣຮີນຈາໃນເມີນຢະມານັ້ນໜ້າເປັນຫ່ວງ ແລະຮຽກຮ້ອງໃຫ້ປະຊາຄົມເອເຊຍຕະເວັນອອກສ່ຽງໃຕ້ ຫຼືປະສານຂໍຄວາມຊ່ວຍເຫຼືອດ້ານສິດທິມະນຸດຊົນ ແລະສອບສວນການຂ້າໝູ່ທີ່ເກີດຂຶ້ນກັບຊົນກຸ່ມນ້ອຍກຸ່ມນີ້ດ້ວຍ ໂດຍອະນິຟະຫ໌ ອະມັນ ລັດຖະມົນຕີກະຊວງການຕ່າງປະເທດຂອງມາເລເຊຍກ່າວວ່າ ຂະບວນການແກ້ໄຂດ້ານສິດທິມະນຸດຊົນຂອງຊາວໂຣຮີນຈາ ໃນລັດຍະໄຂ່ ມີຄວາມຊັກຊ້າຫຼາຍ ພ້ອມກັບລາຍງານການຈັບກຸມຊາວໂຣຮີນຈາ ໂດຍພະເດັດການ ລວມເຖິງການຂົ່ມຜູ້ຍິງກຸ່ມນີ້ໂດຍທະຫານມີມາຢ່າງຕໍ່ເນື່ອງ ອະມັນ ເຊື່ອວ່າສະຖານະການປັດຈຸບັນຂອງພູມມີພາກນີ້ກໍາລັງໜ້າເປັນຫ່ວງ ແລະຄວນມີການແກ້ປັນຫາຮ່ວມກັນ.

ບົດຄວາມຫຼ້າສຸດ

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...