Homeຂ່າວພາຍ​ໃນຈຳປາສັກນ້ຳຖ້ວມໜັກ ເຜີຍມີຜູ້ເສຍຊີວິດແລ້ວ 1 ຄົນ!

ຈຳປາສັກນ້ຳຖ້ວມໜັກ ເຜີຍມີຜູ້ເສຍຊີວິດແລ້ວ 1 ຄົນ!

Published on

ຈາກ​ສະ­ພາບ​ຝົນ­ຕົກ​ຕໍ່​ເນື່ອງ​ເປັນ​ເວ­ລາ​ຫຼາຍວັນ​ໃນ​ອາ­ທິດ​ແລ້ວ­ນີ້, ໄດ້​ເປັນ​ເຫດ​ໃຫ້​ຫຼາຍ​ພື້ນ​ທີ່​ໃນແຂວງ​ຈຳ­ປາ​ສັກ​

ຈົມ​ຢູ່​ພື້ນ​ນ້ຳ ພື້ນ​ທີ່ການ​ຜະ­ລິດ​ ສັດລ້ຽງ ຕະ­ຫຼອດ​ຮອດ​ທີ່­ຢູ່​ອາ­ໄສ​ຂອງ​ປະ­ຊາ­ຊົນ​ຫຼາຍພັນ​ຄອບ­ຄົວ​ໄດ້​ຮັບ​ຜົນ​ກະ­ທົບ

ແລະ ມີ​ຜູ້​ເສຍ​ຊີ­ວິດແລ້ວ​ໜຶ່ງ​ຄົນ.

ຕາມ​ການ​ໃຫ້​ສຳ­ພາດ​ທາງ​ໂທລະ­ສັບ​ຂອງ ທ່ານ ກິ​ຕັນ ກິດ​ທິ​ໄຊ ຮອງ​ຂະ­ແຫນງ​ປູກ­ຝັງ​ພະ​ແນກ​ກະ​ສິກຳ ແລະ ປ່າ­ໄມ້

​ແຂວງ​ຈຳ­ປາ​ສັກຕໍ່​ທີມ​ຂ່າວ​ສັງ­ຄົມໃຫ້​ຮູ້​ວ່າ: ສະ­ພາບ​ນ້ຳ​ຖ້ວມ​ໄດ້​ເລີ່ມ​ມາ​ແຕ່​ວັນ​ທີ 29 ເດືອນ​ກໍ­ລະ­ກົດຍ້ອນ​ເກີດ​ມີ​

ຝົນ­ຕົກ​ຕິດ­ຕໍ່​ກັນ​ຫຼາຍ​ວັນ ໂດຍ​ທົ່ວ​ແຂວງ​ມີ​ບໍ່​ຕ່ຳ​ກວ່າ 5 ເມືອງ​ທີ່​ໄດ້​ຮັບ​ຜົນ​ກະທົບ​ເປັນ­ຕົ້ນ​ແມ່ນເມືອງ​ສຸ​ຂຸ​ມາ,

ມຸນ​ລະ​ປະ​ໂມກ, ຈຳປາ​ສັກ, ໂພນ​ທອງ ແລະ ເມືອງ​ປາກ​ເຊ ແຕ່​ເມືອງ​ທີ່ໜັກ​ກວ່າ​ໝູ່​ແມ່ນ​ເມືອງ​ສຸ​ຂຸ​ມາ, ທ່ານ ກິ​ຕັນ

ກິດ​ທິ​ໄຊ ລະ­ບຸ.

ທ່ານ ສິດ­ທິ​ສອນ ມະ­ນີ​ບົດ ກອງ​ເລ­ຂາ​ຄະ­ນະ​ຄຸ້ມຄອງ​ໄພ­ພິ­ບັດ​ຂັ້ນ​ເມືອງ​ຂອງ​ເມືອງ​ສຸ​ຂຸ​ມາເປີດ­ເຜີຍ ​ຕໍ່​ທີມ​ຂ່າວ​

ໃນ​ເວ­ລາ​ຕໍ່​ມາ​ຂອງວັນ​ດຽວ​ກັນ​ວ່າ: ໄພ​ທຳ​ມະ​ຊາດ​ນ້ຳ​ຖ້ວມຄັ້ງ​ນີ້​ໄດ້​ສ້າງ​ຄວາມ​ເດືອດ­ຮ້ອນ​ໃຫ້​ປະຊາ​ຊົນ 2,1 ພັນ​

ກວ່າ​ຄອບ­ຄົວ​ພົນ­ລະ­ເມືອງ 11,5 ພັນ​ກວ່າ​ຄົນ ພ້ອມ​ດຽວ​ກັນ​ນັ້ນ​ກໍຍັງ​ມີ​ເນື້ອ­ທີ່​ນາ 3,5 ພັນ​ກວ່າ​ເຮັກ­ຕາ, ຫນອງ​

ປາ 21 ຫນອງ​ມີ​ປາ 25 ພັນກວ່າ​ໂຕ ຮ້ານ​ຄ້າ 77 ຮ້ານ ໂຮງ­ສີ​ເຂົ້າ 8 ແຫ່ງ ສາງ​ນ້ຳ­ມັນ 4 ປ້ຳໂຮງ­ງານນ້ຳ​ດື່ມ 2 ແຫ່ງ

ໝໍ້​ແບ່ງ​ໄຟ­ຟ້າ 13 ເຄື່ອງ​ຖືກ​ນ້ຳ​ຖ້ວມ ແລະ ໄດ້​ຮັບ​ຄວາມເສຍ​ຫາຍ.

ທ່ານ ສິດ­ທິ​ສອນ ຍັງ​ລາຍ​ງານ​ໃຫ້ ຮູ້​ອີ​ກວ່າຢູ່​ໃນ​ເມືອງ​ສຸ​ຂຸ​ມາ​ມີ​ຜູ້​ເສຍ​ຊີ­ວິດຍ້ອນ​ນ້ຳ​ຖ້ວມ​ແລ້ວ 1 ຄົນ (ໃນ​ເວ­ລາ

ປະ­ມານ 7:00 ໂມງ​ຂອງ​ວັນ​ທີ 2 ສິງຫາ) ເປັນ​ເພດ​ຊາຍ​ອາ­ຍຸ​ປະ­ມານ 2 ປີ ກວ່າ​ຢູ່​ບ້ານ​ສຸ​ຂຸ​ມາ​ເຫນືອ.

ຢ່າງ­ໃດ​ກໍ​ຕາມ ທາງ​ການ­ຈັດ­ຕັ້ງພັກŒລັດ ແລະ ສັງ­ຄົມ​ແມ່ນ​ມີ​ຄວາມ​ເປັນຫ່ວງ ແລະ ໄດ້​ໃຫ້­ການ​ຊ່ວຍ­ເຫຼືອ​ຊຶ່ງ​

ແລງວານ​ນີ້​ມີ​ແລ້ວ​ສອງ​ພາກ­ສ່ວນ​ທີ່​ຢື່ນ​ ມືເຂົ້າ​ມາ​ຊ່ວຍ​ເປັນ​ປະ­ເພດ​ນ້ຳ​ດື່ມ, ສ່ວນສະ­ພາບ​ຝົນ­ຕົກ ແລະ ລະ­

ດັບ​ນ້ຳ​ໄດ້​ສືບ­ຕໍ່​ຫຼຸດ​ລົງ​ຕາມ​ລາຍ​ງານ​ຮອດ​ແລງ​ວັນ​ທີ 3 ສິງ­ຫາ.

ແຫຼ່ງຂ່າວ: http://www.sedthakid.la/home/khao/19759.html

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...