spot_img
Homeຂ່າວຕ່າງປະເທດອາເມຣິກາຂຶ້ນຄ່າຫົວ ອັນ-ບັກດາດີ ຜູ້ນຳກຸ່ມໄອເອັສ 2 ເທົ່າ ເປັນ 25 ລ້ານໂດລາ

ອາເມຣິກາຂຶ້ນຄ່າຫົວ ອັນ-ບັກດາດີ ຜູ້ນຳກຸ່ມໄອເອັສ 2 ເທົ່າ ເປັນ 25 ລ້ານໂດລາ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 17 ທັນວາຜ່ານມານີ້ວ່າ ກະຊວງການຕ່າງປະເທດ ສະຫະລັດອາເມຣິກາ ໄດ້ອອກມາຖະແຫລງ ໃນວັນສຸກທີ 16 ທັນວາຜ່ານມາ ໂດຍປະກາດມອບເງິນລາງວັນ ຈຳນວນ 25,000,000​ ໂດລາສະຫະລັດຯ ເປັນຄ່າຫົວສຳລັບການນຳຈັບ ທ້າວ ອາບູ ບາຄາ ອັນ-ບັກດາດີ ຫົວໜ້າກຸ່ມລັດອິດສະລາມ ຫລື ໄອເອັສ, ການປະກາດລາງວັນນຳຈັບໃນຄັ້ງນີ້ ໄດ້ເພີ່ມຂຶ້ນກວ່າ 2 ເທົ່າ ຫລັງຈາກທີ່ໃນປີ 2011 ກະຊວງການຕ່າງປະເທດອາເມຣິກາ ໄດ້ປະກາດລາງວັນເບື້ອງຕົ້ນ 10,000,000 ໂດລາສະຫະລັດຯ ສຳລັບຂໍ້ມູນທີ່ນຳໄປສູ່ທີ່ຢູ່, ການຈັບກຸມ ຫລື ພິສູດການກະທຳຜິດຂອງ ອັນ-ບັກດາດີ ໄດ້.

ທັງນີ້ ເຈົ້າໜ້າທີ່ສະຫະລັດອາເມຣິກາ ໄດ້ລະບຸຕະຫລອດມາວ່າ ອັນ-ບັກດາດີ ຄືສັດຕູໝາຍເລກ 1 ໃນການຕໍ່ສູ້ກັບກຸ່ມໄອເອັສ ໂດຍທີ່ຢູ່ຂອງເຂົາ ຍັງຄົງເປັນປິດສະໜາຈົນຮອດທຸກມື້ນີ້, ແຕ່ໃນເດືອນຕຸລາປີ 2015 ຜ່ານມາ ກອງທັບອີຣັກ ໄດ້ເຄີຍອອກມາອ້າງວ່າ ພວກເຂົາໄດ້ໂຈມຕີທາງອາກາດ ແລະ ຖືກຂະບວນລົດຂອງ ອັນ-ບັກດາດີ ໃນແຂວງອັນບາ ປະເທດອີຣັກ ແລະ ມີລາຍງານອີກວ່າ ຜູ້ນຳກຸ່ມໄອເອັສລາຍນີ້ ໄດ້ຮັບບາດເຈັບຈາກເຫດການດັ່ງກ່າວ.

 

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...