spot_img
Homeຂ່າວຕ່າງປະເທດແມ່ຂັງລູກ 3 ປີ ໄວ້ໃນກົງຂັງໝາ ກ່ອນອອກໄປຫຼິ້ນໄພ້

ແມ່ຂັງລູກ 3 ປີ ໄວ້ໃນກົງຂັງໝາ ກ່ອນອອກໄປຫຼິ້ນໄພ້

Published on

ອີງຕາມສໍານັກຂ່າວຕ່າງປະເທດລາຍງານວັນທີ 19 ທັນວາ ນີ້ວ່າ: ເກີດເຫດເດັກນ້ອຍຊາຍອາຍຸປະມານ 3 ປີ ຖືກຂັງໄວ້ໃນກົງເຫຼັກຂັງໝາ ລັອກປະຕູໄວ້ ໂດຍເດັກຄົນດັ່ງກ່າວໄດ້ແຕ່ຢືນຈັບກົງເຫຼັກນໍ້າຕາຊຶມເບົ້າ ຢ້ຽມອອກມາທາງນອກເປັນຕາສົງສານ ຍິ່ງໄປກວ່ານັ້ນຍັງພົບວ່າຄົນທີ່ເປີດກົງເຫຼັກນັ້ນ ແລະເອົາເດັກນ້ອຍທີ່ໜ້າສົງສານຄົນນີ້ອອກມາຍັງເປັນແມ່ແທ້ໆຂອງເຂົາເອງ ທີ່ໃຫ້ກໍາເນີດມາອີກ ເຮັດເອົາຜູ້ຄົນທີ່ພົບເຫັນຮູ້ສຶກປະຫຼາດໃຈ ແລະບໍ່ພໍໃຈເປັນຢ່າງຍິ່ງ.

ຜູ້ສື່ຂ່າວລາຍງານວ່າ ເຫດການດັ່ງກ່າວເກີດຂຶ້ນທີ່ບ້ານເຫວຊານ ເມືອງຫລິວຫຍາງ ໃນເມືອງສາງຊາ ມົນທົນຫູຫນານ ປະເທດຈີນ ໂດຍການສອບຖາມຄົນບ້ານໃກ້ເຮືອນຄຽງເວົ້າວ່າ ເດັກນ້ອຍຊາຍຖືກຂັງໄວ້ໃນກົງເຫຼັກຂັງໝາ ບັນດາຄົນບ້ານໃກ້ເຮືອນຄຽງຕ່າງຮູ້ສຶກບໍ່ພໍໃຈເປັນຢ່າງຍິ່ງທີ່ຜູ້ກໍ່ເຫດຂັງເດັກນ້ອຍເອົາໄວ້ນັ້ນເປັນແມ່ແທ້ໆຂອງເຂົາເອງ ເພື່ອທີ່ຈະອອກໄປຫຼິ້ນໄພ້ ແຕ່ກັບເອົາລູກໄປຂັງໄວ້ໃນກົງຂັງໝາແບບນີ້.

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...