spot_img
Homeຂ່າວເຫດການມອບ - ຮັບ​ໜ້າ​ທີ່ ​ຫົວໜ້າ​ຫ້ອງ​ວ່າການ​ສູນ​ກາງ​ພັກ

ມອບ – ຮັບ​ໜ້າ​ທີ່ ​ຫົວໜ້າ​ຫ້ອງ​ວ່າການ​ສູນ​ກາງ​ພັກ

Published on

mop-hup

 

ພິທີ​ມອບ-ຮັບ​ໜ້າ​ທີ່​ຫົວໜ້າ​ຫ້ອງ​ວ່າການ​ສູນ​ກາງ​ພັກ ລະຫວ່າງສະຫາຍ ດຣ ບຸນ​ປອນ ບຸດ​ຕະນະ​ວົງ

ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ​ເລຂາທິການ​ສູນ​ກາງ​ພັກ, ​ຫົວໜ້າ​ຫ້ອງ​ວ່າການ​ສູນ​ກາງ​ພັກ

(ຜູ້​ເກົ່າ)​ ເຊິ່ງ​ໄປ​ຮັບ​ໜ້າ​ທີ່​ເປັນຮອງນາຍົກລັດຖະມົນຕີ ຢູ່​ຫ້ອງ​ວ່າການ​ລັດຖະບານ ​ແລະ ສະຫາຍ ດຣ

ຄຳ​ພັນ ພົມ​ມະ​ທັດ ກຳມະການ​ສູນ​ກາງ​ພັກ,​ ເລຂາ​ພັກ​ແຂວງ, ​ເຈົ້າ​ແຂວງໆ​ອັດ​ຕະປື ຜູ້​ເກົ່າມາ​ເປັນຫົວ

ໜ້າ​ຫ້ອງວ່າການ​ສູນ​ກາງ​ພັກຜູ້​ໃໝ່,​​ ໄດ້ມີ​ຂຶ້ນ​ໃນ​ວັນ​ທີ 1 ສິງຫາຜ່ານມານີ້, ທີ່​ຫ້ອງ​ວ່າການ​ສູນ​ກາງ​ພັກ

​ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງສະຫາຍ ບຸນ​ຍັງ ວໍລະ​ຈິດ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຜູ້​ປະຈຳ

ການ​ຄະນະ​ເລຂາທິການ​ສູນ​ກາງ​ພັກ, ຮອງ​ປະທານ​ປະ​ເທດ​ແຫ່ງ ສ ປປ ລາວ, ມີ​ຜູ້ຕາງໜ້າ​ຄະນະ​ຈັດຕັ້ງ

ສູນ​ກາງ​ພັກ, ຄະນະ​ພັກ, ຄະນະ​ຫ້ອງ​ວ່າການ​ສູນ​ກາງ​ພັກ ແລະ ພະນັກງານ​ພາຍ​ໃນ​ຫ້ອງ​ວ່າການສູນ​ກາງ

​ພັກເຂົ້າຮ່ວມ.

 

ການມອບ-ຮັບໜ້າ​ທີ່​ດັ່ງກ່າວ ​ແມ່ນ​ປະຕິບັດ​ຕາມ​ຄຳ​ສັ່ງ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ສະ ບັບ​ເລກທີ

05/ກມສພ ລົງ​ວັນ​ທີ 03/07/2014 ວ່າ​ດ້ວຍ​ການ​ໂຍກ​ຍ້າຍ​ພະນັກງານ​ການ​ນຳ​ຂັ້ນສູງ​ຮັບ​ໜ້າ​ທີ່​ໃໝ່ ​ແລະ

ມະຕິ​ຕົກລົງ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ສະບັບ​ເລກທີ 09/ກມສພ ລົງ​ວັນ​ທີ 03/07/2014 ວ່າ​ດ້ວຍ​

ການ​ແຕ່ງຕັ້ງ​ເລຂາ​ຄະນະ​ບໍລິຫານ​ງານ​ພັກ, ຫົວໜ້າ​ຫ້ອງ​ວ່າການ​ສູນ​ກາງ​ພັກ.

 

ໃນ​ໂອກາດ​ນີ້, ສະຫາຍ ບຸນ​ຍັງ ວໍລະ​ຈິດ ​ໄດ້​​ໃຫ້​ກຽດໂອ້​ລົມ​​ໂດຍມີ​ເນື້ອບາງ​ຕອນ​ໃນ​ວ່າ: ການ​ສັບປ່ຽນ​ໜ້າທີ່

ບ່ອນ​ປະຈຳການ​ຂອງ​ພະນັກງານ​ການ​ນຳ​ຂັ້ນສູງ​ ແມ່ນ​ໄດ້​ປະຕິບັດ​ມາ​ຢ່າງ​ເປັນ​ປົກກະຕິ ບໍ່​ວ່າ​ຢູ່​ສູນ​ກາງ​ກໍ​ຄື​

ຢູ່​ທ້ອງ​ຖິ່ນ ​ເຊິ່ງມັນ​ໄດ້​ກາຍ​ເປັນ​ຫລັກການ, ລະບຽບ​ການ​ຂອງ​ພັກ​ທີ່​ໄດ້​ກຳນົດ​ໄວ້​ເຊິ່ງທຸກ​ຄົນ​ຕ້ອງ​ໄດ້​ປະຕິ

ບັດ ທັງ​ນີ້ກໍ​ເພື່ອ​ໃຫ້​ສອດຄ່ອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າ​ທີ່​ວຽກ​ງານ ແລະ ສະພາບ​ເງື່ອນ​ໄຂ​

ຕົວ​ຈິງ​ຂອງປະ​ເທດ.

 

ພ້ອມ​ນີ້, ສະຫາຍ​ຍັງ​ໄດ້​ເນັ້ນໃຫ້ສະຫາຍ​ຫົວໜ້າ​ຫ້ອງວ່າການ​ສູນ​ກາງ​ພັກ ກໍ​ຄືຄະນະ​ພັກ, ຄະນະ​ຫ້ອງ​ວ່າການ

​ສູນ​ກາງ​ພັກ ສືບຕໍ່​ຊີ້ນຳ​-ນຳພາ​ວຽກ​ງານ​ການ​ເມືອງ​ແນວ​ຄິດໃຫ້​ມີ​ຄວາມ​ສະຫງົບ, ໜັກ​ແໜ້ນ ​ແລະ ອຸ່ນ​ອ່ຽນ

​ທຸ່ນ​ທ່ຽງ​ຕໍ່ໜ້າ​ທີ່​ວຽກ​ງານ​ທີ່​ໄດ້​ຮັບ​ມອບ​ໝາຍ, ​ເສີມ​ຂະຫຍາຍ​ຈຸດ​ດີ,​ ແກ້​ໄຂ້​ຈຸດ​ອ່ອນ​ຂໍ້ຄົງຄ້າງ, ມີ​​ແບບ​ແຜນ

​ວິທີ​ເຮັດ​ວຽກ, ສືບຕໍ່​ນຳພາ​ພະນັກງານ, ສະມາຊິກ​ພັກ​ຈັດຕັ້ງປະຕິບັດ​ວຽກ​ງານ​ເປັນ​ເສນາ​ທິການ​ຂອງ​ສູນ​ກາງ​

ພັກ ກໍ​ຄືກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ ​ແລະ ຄະນະ​ເລຂາທິການ​ສູນ​ກາງ​ພັກ ​ໃຫ້​ນັບ​ມື້​ໄດ້​ຮັບ​ການ​ປັບ

ປຸງ​ດີ​ຂຶ້ນ,​ເອົາ​ໃຈ​ໃສ່​ຕ້ານ ​ແລະ ສະກັດ​ກັ້ນ​ເລ້ຫລ່ຽມ, ກົນອຸບາຍ​ ​ແລະ ​ຖ້ອຍ​ທຳນອງໃສ່​ຮ້າຍ​ປ້າຍ​ສີ, ປັ່ນ​ປ່ວນ​

ແບ່ງ​ແຍກ​ພາຍ​ໃນ​ການ​ນຳ ກໍ​ຄື​ພາຍ​ໃນ​ພັກຂອງ​ພວກ​ສັດຕູ​, ກຸ່ມ​ຄົນ​ບໍ່​ດີທີ່​ຫວັງ​ທຳລາຍ​ມ້າງ​ເພ​ພວກ​ເຮົາ​ຕະ

ຫລອດ​ມາ.

 

ແຫຼ່ງຂ່າວ: http://laophatthananews.blogspot.com/2014/08/blog-post_61.html

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...