Homeຂ່າວພາຍ​ໃນບໍລິສັດຢາງພາລາຢູນນານ ຈະເພີ່ມພື້ນທີ່ປູກໃຫ້ໄດ້ 30 ພັນກວ່າເຮັກຕາ ໃນປີ 2020

ບໍລິສັດຢາງພາລາຢູນນານ ຈະເພີ່ມພື້ນທີ່ປູກໃຫ້ໄດ້ 30 ພັນກວ່າເຮັກຕາ ໃນປີ 2020

Published on

ຂ​ປ​ລ. ບໍລິສັດ ການລົງທຶນຢາງພາລາ ຢຸນນານ ຈໍາກັດ 4 ແຂວງພາກເໜືອຄື: ແຂວງບໍ່ແກ້ວ, ຫ​ລວງນໍ້າທາ, ຫລວງພະບາງ ແລະ ແຂວງໄຊຍະບູລີ ປັດຈຸບັນສາມາດສ້າງວຽກເຮັດງານທໍາໃຫ້ປະຊາຊົນ ໄດ້​ຫລາຍກວ່າ 6.000 ກວ່າຄົນ ແລະ ກຸ່ມ​ບໍລິສັດ ມີ​ແຜນ​ຮ່ວມ​ມືກັບບໍ​ລິ​ສັດ​ອື່ນໆ ​ທີ່​ໄດ້​ລົງ​ທຶນ​ໄປ ຫລື ຈະຊື້ກິດຈະການສວນທີ່ມີແລ້ວຕ້ອງການຂາຍ. ຕັ້ງເປົ້າປີ 2020 ຈະ​ເພີ່ມ​​ເນື້ອ​ທີ່​ໃຫ້​ໄດ້ 30 ພັນ​ກວ່າ​ເຮັກ​ຕາ. ​ສະເພາະ​ໃນ​ແຂວງ​ຫລວງ​ນ້ຳ​ທາ ມີ​​ເນື້ອ​ທີ່ຢາງພາລາທັງ​ໝົດ 1.800 ກວ່າ​ເຮັກ​ຕາ.


ທ່ານ ນາງ ມະນີລາ ຮອງອໍານວຍການບໍລິສັດດັ່ງກ່າວ, ໄດ້
​ສຳ​ພາດ​​ເມື່ອບໍ່​ດົນ​ຜ່ານ​ມາວ່າ: ນັບແຕ່ປີ 2006 ໂຄງການປູກຢາງພາລາ ເປັນໂຄງການປູກພືດທົດແທນການປູກຝິ່ນ ໄດ້ເຂົ້າມາລົງທຶນຢູ່ແຂວງພາກເໜືອຂອງ ສປປ ລາວ ໄດ້​ສົ່ງເສີມການປູກຢາງພາລາ, ເກັບຊື້ນ້ຳຢາງຈາກປະຊາຊົນ, ປຸງແຕ່ງ ແລະ ສົ່ງອອກ, ພ້ອມ​ທັງ​ໄດ້ຄົ້ນຄວ້າເຕັກນິກ ໃນການຕອບສະໜອງແນວພັນພືດ ແລະ ການຝືກອົບຮົມ ເຕັກນິກໃນຂົງເຂດກະສີກໍາ ແລະ ອື່ນໆ. ປັດຈຸບັນທາງບໍລິສັດ ມີສວນຢາງພາລາປະມານ 6000 ກວ່າເຮັກຕາ ໂດຍມີໂຮງງານຜະລິດນໍ້າ​ຢາ ຢູ່ແຂວງຫລວງນໍ້າທາ ສາມາດຜະລິດໄດ້ 20.000 ໂຕນ/ປີ,​ ໃນ​ນັ້ນ​ ໄດ້ສ້າງວຽກເຮັດງານທໍາ ໃຫ້ປະຊາຊົນຢູ່ 4 ແຂວງພາກເໜືອ ໄດ້ຫລາຍກວ່າ 6.000 ຄົນ, ສ່ວນ​ວຽກ​ງານຄຸ້ມຄອງ ແລະ ວິຊາການ ມີ​ພະ​ນັກ​ງານ​ທັງ​ໝົດ 130 ກວ່າຄົນ, ແຮງງານປະຈໍາປາດຢາງ 300 ກວ່າຄົນ ແລະ ແຮງງານຮັກສາສວນຢາງ 5.000 ກວ່າຄົນ.

ທ່ານ​ກ່າວ​ຕື່ມ​ວ່າ: ໃນຕໍ່ໜ້າ, ກຸ່ມບໍລິສັດໄດ້ວາງຍຸດທະສາດການລົງທືນຢູ່ ສປປ ລາວ ຮອດປີ 2020 ຄາດວ່າ ຈະຕັ້ງໂຮງງານປູກຢາງພາລາ 8-10 ແຫ່ງຢູ່ແຂວງບໍ່ແກ້ວ, ຫລວງນໍ້າທາ, ອຸດົມໄຊ, ແຂວງ ວຽງຈັນ, ແຂວງ ບໍລິຄໍາໄຊ ແລະ ແຂວງອື່ນໆ ເພື່ອ​ສາ​ມາດຜະລິດ​ໃຫ້ໄດ້ 300.000 ​ໂຕນ/ປີ ເພື່ອບັນລຸລາຍຮັບ 4,5 ຕື້ຢວນ ພ້ອມນັ້ນ ຍັງ​ຈະ​ຊ່ວຍສ້າງວຽກເຮັດງານທໍາໃຫ້ປະຊາຊົນລາວ​ໄດ້​ຈຳ​ນວນ​ໜຶ່ງ, ເຊິ່ງທາງບໍລິສັດ ​ບໍ່ໄດ້ມີ​ແຜນ​ຈະ​ຂະຫຍາຍເນື້ອທີ່ປູກເພີ່ມ ຍ້ອນລັດຖະບານສັ່ງໂຈະ, ແຕ່ທາງ​ບໍ​ລິ​ສັດມີ​ແຜນ​ຮ່ວມ​ມືກັບ​ບໍ​ລິ​ສັດ​ອື່ນ ​ທີ່​ໄດ້​ລົງ​ທຶນ​ໄປ ຫລື ຈະຊື້ກິດຈະການສວນທີ່ມີແລ້ວຕ້ອງການຂາຍ.

 

ແຫລ່ງຂ່າວ:

ຂປລ

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...