Homeອຸບັດເຫດແລະປາກົດການຫຍໍ້ທໍ້ປກສ ເມືອງສີສັດຕະນາກ ຈັບພວກປຸ້ນຈີ້ຊີງຊັບໄດ້ຫຼາຍແກ້ງ

ປກສ ເມືອງສີສັດຕະນາກ ຈັບພວກປຸ້ນຈີ້ຊີງຊັບໄດ້ຫຼາຍແກ້ງ

Published on

police meeting

 

ໃນວັນທີ 1 ສິງຫານີ້ ຢູ່ກອງບັນຊາການ ປກສ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມ

ສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ວາງແຜນດຳເນີນງານສຳລັບທ້າຍປີ ໂດຍການເປັນປະທານຂອງ ທ່ານ

ພັນໂທ ໄຊພອນ ສີບຸນຫອມ ຫົວໜ້າກອງບັນຊາການ ປກສ ເມືອງ ສີສັດຕະນາກ.

 

ທ່ານ ຮອງກອງບັນຊາການ ປກສ ເມືອງ ດັ່ງກ່າວໃຫ້ຮູ້ວ່າ: ໃນ 6 ເດືອນຜ່ານມາປາກົດການຫຍໍ້ທໍ້ທາງສັງຄົມ

ຢູ່ຂອບເຂດເມືອງຂອງຕົນ ຍັງສືບຕໍ່ເປັນໄພຂົ່ມຂູ່ຕໍ່ປະຊາຊົນ, ກຸ່ມຄົນບໍ່ດີຍັງມີການເຄື່ອນໄຫວສ້າງຄວາມ

ວຸ້ນວາຍ, ມີການໃຊ້ອາວຸດປືນ, ມີດງ້າວ, ລົດຈັກ ແລະ ລົດໃຫຍ່ ເຂົ້າໃນການກໍ່ຄະດີ ໂດຍສະເພາະແມ່ນເລື່ອງ

ລັກຊັບພົນລະເມືອງ, ການຊີງຊັບ ແລະ ມົ້ວສຸມຢາເສບຄື: 6 ເດືອນຕົ້ນປີມີຄະດີເກີດຂຶ້ນ 160 ເລື່ອງ, ທຽບໃສ່

ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 3,8%, ໃນນີ້ມ້າງຄະດີໄດ້ 120 ເລື່ອງ, ເທົ່າກັບ 74,07%, ສາມາດຈັບກຸ່ມ

ແກ໊ງເຄື່ອນໄຫວປຸ້ນ, ລັກ ແລະ ຍາດຊີງຊັບທີ່ພົ້ນເດັ່ນໄດ້ຄື: ກຸ່ມຄອນສະຫວັນ ຫຼື ໂຢ້ຍ ທີ່ເຄີຍເຄື່ອນໄຫວປຸ້ນ

ຊັບມາແລ້ວ 12 ຄັ້ງ, ກຸ່ມ ທ້າວ ລັດສະໝີ ພ້ອມພັກພວກ 1 ຄົນ ເຄີຍເຄື່ອນໄຫວຊີງຊັບມາແລ້ວ 14 ຄັ້ງ, ກຸ່ມ

ທ້າວເພັດສະລາດ ພ້ອມພັກພວກ 1 ຄົນ ຮັບສາລະພາບເຄື່ອນໄຫວຊີງຊັບ 13 ຄັ້ງ, ກຸ່ມທ້າວ ແອນ້ອຍ ຫຼື ນ້ອຍ

ພ້ອມພັກພວກ 4 ຄົນ, ເຄີຍເຄື່ອນໄຫວຊີງຊັບມາແລ້ວ 18 ຄັ້ງ, ກຸ່ມທ້າວ ສອນສຸວັນ ເຄີຍເຄື່ອນໄຫວ ລັກຊັບ

ມາແລ້ວ 18 ຄັ້ງ ແລະ ແກ້ງອື່ນໆມາດຳເນີນຄະດີຕາມລະບຽບກົດໝາຍ.

 

ທ່ານ ພັນໂທ ທອງສະຫວັດ ແສນສຸວາດ ຮອງຫົວໜ້າກອງບັນຊາການ ປກສ ເມືອງ ສິສັດຕະນາກ ຍັງເປີດ

ເຜີຍວ່າ: ຜ່ານມາກຳລັງ ປກສ ເມືອງຂອງຕົນ ກໍໄດ້ເອົາໃຈໃສ່ປະຕິບັດຄຳສັ່ງ ເລກທີ 1470/ປກສ ວ່າດ້ວຍ

ການເພີ່ມທະວີວຽກງານປ້ອງກັນ ສະກັດກັ້ນ ແລະ ແກ້ໄຂປາກົດການຫຍໍ້ທໍ້ ແລະ ຄຳສັ່ງເລກທີ 002/ ຈນວ

ວ່າດ້ວຍການຈັດສັນຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງ ໂດຍໄດ້ສຸມໃສ່ປັບປຸງລະບອບປະຈຳການ,

ການສ່ອງແສງລາຍງານປະຈຳວັນ, ປະຈຳອາທິດ ແລະ ປະຈຳເດືອນ ແລະ ກວດກາຂຶ້ນບັນຊີຄຸ້ມຄອງເປົ້າ

ໝາຍໄດ້ທັງໝົດ 216 ຄົນ, ໃນຈຳນວນເປົ້າໝາຍນີ້ໄດ້ສ້າງເປັນລາຍຄະດີສະເພາະແລ້ວ 13 ເລື່ອງ, ໄດ້ຂຶ້ນ

ແຜນແກ້ເປົ້າໝາຍ 3 ຄົນ ທີ່ ປກສ ນະຄອນຫຼວງວຽງຈັນມອບໝາຍໃຫ້ສຳເລັດ, ຊຶ່ງທຽບໃສ່ໄລຍະຜ່ານມາ

ແມ່ນເຫັນວ່າການແກ້ໄຂປະກົດການຫຍໍ້ທໍ້ມີລັກສະນະຕັ້ງໜ້າກວ່າ ແຕ່ເຫັນວ່າການຄຸ້ມຄອງເປົ້າໝາຍຍັງ

ບໍ່ທັນເປັນເອກະພາບກັນ, ການແຈ້ງພັກເຊົາຂອງພົນລະເມືອງຍັງເຮັດບໍ່ທັນດີ ເຮັດໃຫ້ການຄຸ້ມຄອງບໍ່ທັນ

ມີຄຸນນະພາບ ແລະ ເປັນຊ່ອງຫວ່າງໃຫ້ຄົນບໍ່ດີ ຍັງເອົາສະຖານທີ່ເຮືອນພັກເປັນບ່ອນລີ້ໍ່ຈາກການຈັບກຸມ

ຂອງເຈົ້າໜ້າທີ່.

 

ແຫຼ່ງຂ່າວ: http://laophatthananews.blogspot.com/2014/08/blog-post_83.html

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...