spot_img
Homeຂ່າວຕ່າງປະເທດໝອກ ຫຼືຄວັນ ນະຄອນປັກກິ່ງອັນຕະລາຍ ຄວັນພິດຄຸມໄປທົ່ວເມືອງ

ໝອກ ຫຼືຄວັນ ນະຄອນປັກກິ່ງອັນຕະລາຍ ຄວັນພິດຄຸມໄປທົ່ວເມືອງ

Published on

ອີງຕາມສໍານັກຂ່າວຕ່າງປະເທດລາຍງານໃນວັນທີ 18 ທັນວາທີ່ຜ່ານມາວ່າ:  ທາງການນະຄອນປັກກິ່ງໄດ້ປະກາດຄວບຄຸມມົນລະພິດໃນພີ້ນທີ່ເມືອງຫຼວງ ຫຼັງຕ້ອງພະເຊີນກັບພາວະອາກາດທີ່ບໍ່ຄ່ອຍດີ ເຕັມໄປດ້ວຍຄວັນພິດທີ່ເປັນອັນຕະລາຍ ຕ້ອງປະກາດເພີ່ມລະດັບເຕືອນໄພເປັນສີແດງ ຊຶ່ງເປັນການເຕືອນລະດັບສູງສຸດ.

ຕາມການລາຍງານລະບຸວ່າ: ທາງການນະຄອນປັກກິ່ງໄດ້ສັ່ງປິດການຮຽນການສອນຂອງໂຮງຮຽນຫຼາຍແຫ່ງ ພ້ອມກັບແຈ້ງເຕືອນໃຫ້ປະຊາຊົນງົດກິດຈະກໍາ ແລະໃຊ້ຊີວິດຕົກກາງແຈ້ງໃນໄລຍະນີ້ ເນື່ອງຈາກສະພາບອາກາດບໍ່ເອື້ອຍອໍານວຍ ແລະເປັນອັນຕະລາຍຕໍ່ສຸຂະພາບເປັນຢ່າງຫຼາຍ.

ສູນເຝົ້າລະວັງສິ່ງແວດລ້ອມໃນນະຄອນປັກກິ່ງ ເປີດເຜີຍຕົວເລກການວັດຄ່າມົນລະພິດລ່າສຸດສູງເຖິງ 297 ທີ່ສູງກວ່າມາດຕະຖານທີ່ລະດັບ 200 ແລະອາດຈະພຸ່ງສູງທະລຸ 300 ໃນບາງຊ່ວງ ຂະນະທີ່ຄ່າຝຸ່ນລະອອງຂະໜາດນ້ອຍ ກໍສາມາດວັດໄດ້ສູງກວ່າລະດັບມາດຕະຖານເກືອບ 10 ເທົ່າ ມີການຄາດການວ່າສະຖານະການແບບນີ້ຈະຍັງຄົງເກີດຂຶ້ນຕໍ່ເນື່ອງອີກ 3-4 ວັນຕໍ່ຈາກນີ້.

ຂະນະທີ່ພາບຖ່າຍຈາກມຸມສູງທີ່ເຫັນຮອບທິດທາງຂອງນະຄອນປັກກິ່ງ ເຜີຍໃຫ້ເຫັນຄວັນພິດປົກຄຸມໄປທົ່ວເມືອງ ລອຍຕົວຕໍ່າກວ່າຕຶກສູງ ເຮັດໃຫ້ເກີດເປັນພາບທີ່ງົດງາມ ແຕ່ແຝງໄປດ້ວຍມົນລະພິດອັນຕະລາຍທີ່ກໍາລັງເຂົ້າສູ່ຂັ້ນວິກິດ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...