Homeຂ່າວຕ່າງປະເທດໂຮງງານຢູ່ຈີນລະເບີດ ກຳມະກອນຖືກໄຟໄໝ້ດັບຢ່າງໜ້ອຍ 65 ບາດເຈັບນັບຮ້ອຍ

ໂຮງງານຢູ່ຈີນລະເບີດ ກຳມະກອນຖືກໄຟໄໝ້ດັບຢ່າງໜ້ອຍ 65 ບາດເຈັບນັບຮ້ອຍ

Published on

EyWwB5WU57MYnKOuFBqCrk8FHavjNUMyItPP5XpyPflkR8D8eoatUS

 

ເກີດເຫດລະເບີດທີ່ໂຮງຮຽນອຸດສາຫະກຳແຫ່ງໜຶ່ງ ໃນພາກຕາເວັນອອກຂອງຈີນ ເປັນເຫດໃຫ້ມີຜູ້

ເສຍຊີວິດແລ້ວເຖິງ 65 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບອີກນັບຮ້ອຍກ່ວາຄົນ.

 

ສຳນັກຂ່າວຕ່າງປະເທດລາຍງານວ່າ ເກີດເຫດລະເບີດທີ່ໂຮງຮຽນອຸດສາຫະກຳແຫ່ງໜຶ່ງ ໃນເມືອງຄຸນ

ຊານ ແຂວງຈຽງຊູ ທາງພາກຕາເວັນອອກຂອງປະເທດຈີນ ໃນຕອນເຊົ້າຂອງວັນເສົາທີ 2 ສິງຫາຜ່ານ

ມາ ເປັນເຫດເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 65 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບອີກຫຼາຍກ່ວາ

100 ຄົນ.

 

ສະຖານີໂທລະພາບຊີຊີທີວີຂອງລັດຖະບານຈີນລະບຸວ່າ ໂຮງງານດັ່ງກ່າວເປັນຂອງບໍລິສັດ Zhongrong

Plating ເຊິ່ງເປັນບໍລິສັດຢູ່ຜະລິດຊິ້ນສ່ວນລົດຍົນ ມີກຳມະກອນປະມານ 450 ຄົນ ເຊິ່ງເຫດລະເບີດ

ເກີດຂຶ້ນໃນສ່ວນຂອງໂຮງງານຂັດແຕ່ງລໍ້ແມັກລົດຍົນ ທີ່ມີກຳມະກອນຫຼາຍກ່ວາ 200 ຄົນ ຢູ່ພາຍໃນ

ໂຮງງານໃນເວລາເກີດເຫດ ເຮັດໃຫ້ເກີດມີຜູ້ເສຍຊີວິດຈາກການຖືກໄຟໄໝ້ ແລະ ໄດ້ຮັບບາດເຈັບຈຳ

ນວນຫຼວງຫຼາຍ.

 

ທັງນີ້ ຍັງບໍ່ທັນຮູ້ໄດ້ຢ່າງຊັດເຈນເຖິງສາເຫດຂອງການລະເບີດດັ່ງກ່າວ ແຕ່ອຸບັດເຫດໃນໂຮງງານອຸດ

ສາຫະກຳຂອງຈີນ ເກີດຂຶ້ນຫຼາຍຄັ້ງຈົນເກືອບເປັນເລື່ອງປົກກະຕິ ເນື່ອງຈາກຄວາມບໍ່ເຂັ້ມງວດດ້ານ

ມາດຕະຖານຄວາມປອດໄພ, ເຖິງຢ່າງໃດກໍຕາມ ຕົວເລກອຸບັດເຫດໃນຊ່ວງຫຼາຍປີທີ່ຜ່ານມາ ສະແດງ

ໃຫ້ເຫັນວ່າ ຈີນມີການພັດທະນາມາດຕະຖານຄວາມປອດໄພໃນບ່ອນເຮັດວຽກຫຼາຍຂຶ້ນກ່ອນເກົ່າ.

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...