spot_img
Homeວັນນະກຳເລື່ອງສັ້ນຄົນດີ...ທີ່ຮັກ ຕອນທີ 4

ຄົນດີ…ທີ່ຮັກ ຕອນທີ 4

Published on

ອ່ານຕໍ່ຈາກສະບັບກ່ອນ

ຫຼັງຈາກທີ່ຊຽງແຍກທາງຈາກສິດ ແລະ ໄຊ ທີ່ຮ້ານອາຫານ ໃນຂະນະທີ່ລາວກຳລັງຂັບລົດກັບເຮືອນ ລາວໄດ້ໂທລະສັບຫານ້ຳ ສຽງ ມືຖືນ້ຳໄດ້ດັງຂຶ້ນ (ສຽງເມໂລດີ້….) ນ້ຳເຫັນວ່າເປັນເບີຊຽງໂທມາກໍ່ຟ້າວຮັບສາຍດ້ວຍຄວາມດີໃຈທັນທີ ທັງສອງໄດ້ລົມສາຍກັນພຽງເວລາສັ້ນໆ ທັງສອງໄດ້ນັດພົບກັນໃນຕອນເຊົ້າວັນເສົາ (ມື້ຖັດໄປ) ຊຽງຕັ້ງໃຈວ່າຈະໄປຮັບນ້ຳທີ່ໜ້າຫ້ອງ ແຕ່ຖືກນ້ຳປະຕິເສດ ແລະ ຂໍໃຫ້ທັງສອງມາພົບກັນທີ່ໜ້າໂຮງຮຽນແທນ ຫຼັງຈາກວາງສາຍ ທັງຊຽງ ແລະ ນ້ຳ ກໍ່ມີຄວາມຮູ້ສຶກມີຄວາມສຸກ ແລະ ຮູ້ສຶກຕື່ນເຕັ້ນທີ່ຈະໄດ້ພົບກັນ ມັນຍາກທີ່ຈະຂົ່ມຕາຫຼັບເມື່ອຄິດເຖິງເລື່ອງຂອງມື້ອື່ນ

(ມື້ນັດພົບ) ທັງຊຽງ ແລະ ນ້ຳ ໄດ້ລຸກຈາກບ່ອນນອນແຕ່ເຊົ້າເພື່ອມາອາບນ້ຳ, ລ້າງໜ້າ, ຖູແຂ້ວ ຈາກນັ້ນກໍ່ຟ້າວມາເລືອກຊຸດທີ່ຈະນຸ່ງໄປພົບກັນ.

ເກດ ທີ່ນັ່ງເບິ່ງໂທລະທັດໃນຫ້ອງ ເຫັນເພື່ອນແຕ່ງຕົວງາມ ກໍ່ເລີຍເອີ່ຍຖາມດ້ວຍຄວາມສົນໃຈ ແຕ່ນ້ຳກໍ່ບໍ່ໄດ້ບອກເກດໃນເລື່ອງທີ່ຈະໄປພົບກັບຊຽງ ນ້ຳພຽງແຕ່ບອກວ່າ “ມື້ນີ້ມີວຽກສຳຄັນ! ເຝົ້າຫ້ອງດີໆເດີ້” ຈາກນັ້ນນ້ຳກໍ່ໃສ່ເກີບແລ້ວຍ່າງອອກຈາຫ້ອງ

ຫ້ອງພັກ ກັບໂຮງຮຽນທີ່ນ້ຳຮຽນຢູ່ບໍ່ໄກກັນປານໃດ ໃຊ້ເວລາຍ່າງ 15 ນາທີ ກໍ່ຮອດ ນ້ຳຍ່າງມາດ້ວຍສີໜ້າຍິ້ມແຍ້ມແຈ່ມໃສ່ ເມື່ອນ້ຳຍ່າງໄປຮອດໜ້າໂຮງຮຽນ ນາງໄດ້ເຫັນຊຽງກຳລັງຢືນອີງລົດ Ford Focus 2.0 Ti-VCT GDi Sport+ AT ສີຂາວຄັນງາມ ມືໜຶ່ງຂອງຊຽງກຳລັງຫຼິ້ນມືຖື ນ້ຳຢືນຊຶງຫົວໃຈຂອງນາງຮູ້ສຶກເຕັ້ນໄວກວ່າປົກກະຕິ ເພາະຄວາມຕື່ນເຕັ້ນທີ່ໄດ້ພົບຊຽງ ຜູ້ຊາຍໃນຝັນຂອງນາງ ນ້ຳ ໄດ້ຢືນແຍງເບິ່ງຊຽງດ້ວຍຄວາມອອນຊອນໃຈ

ນ້ຳ (ຢືນຄິດເມີ່ລອຍໃນໃຈ): ຜູ້ຊາຍແບ້ຫຍັງຫວ່າາາາ ຈັ່ງແມ່ນງົດງາມປານເຈົ້າຊາຍທີ່ລຸດອອກມາຈາກຊີຣີ້ໃນເກົາຫຼີ ທັງລົດ ທັງຄົນ ຈັ່ງແມ່ນສົມກັນ. ໂອຍຍຍຍ ພໍ່ຂອງລູກ

ຊຽງ ໄດ້ຫັນມາເບິ່ງນ້ຳທີ່ກຳລັງຢືນຍິ້ມເມີ່ລອຍຢູ່ໃກ້ໆຕົວເອງພຽງປະມານ 3-4 ແມັດ ຄັ້ງທຳທິດທີ່ພົບນ້ຳຫົວໃຈຊຽງກໍ່ເຕັ້ນແຮງ ຊຽງໄດ້ຈ້ອງເບິ່ງນ້ຳ ແລະ ຍິ້ມດ້ວຍຄວາມອອນຊອນໃນຄວາມງາມຄວາມໜ້າຮັກຂອງນ້ຳເຊັ່ນດຽວກັນ ພຽງສ້ຽວວິນາທີທັງສອງກໍ່ຕື່ນຈາກພາບມະໂນຄິດ ນ້ຳຄ່ອຍຍ່າງເຂົ້າມາຫາຊຽງບາດກ້າວຕາມຈັ່ງຫວະສຽງເຕັ້ນຂອງຫົວໃຈ ທັງສອງສາຍຕາປະສານກັນ ເມື່ອນ້ຳຍ່າງໄປຢຸດຢູ່ເຊິ່ງໜ້າຊຽງ ສິ່ງທຳອິດທີ່ນ້ຳເວົ້າອອກໄປກັບຊຽງຢ່າງບໍ່ຮູ້ສຶກຕົວກໍ່ຄື

ນ້ຳ: ມື້ນີ້ເຈົ້າຫຼໍ່ໂຄດເລີຍ (ສະເດີດຕື່ນຕົວ ແລ້ວຟ້າວເອົາມືບິດປາກ ລົບສາຍຕາດ້ວຍຄວາມອາຍຢ່າງແຮງ)

ຊຽງກໍ່ຄິດຢາກຫົວທັນທີເມື່ອໄດ້ຍິນ ນ້ຳເວົ້າແບບນັ້ນອອກຈາກປາກ ຈາກນັ້ນ ຊຽງກໍ່ໂອບບ່ານ້ຳຍ່າງໄປທີ່ປະຕູເບື້ອງຄົນນັ່ງແລ້ວໄຂປະຕູລົດໃຫ້ ນ້ຳກໍ່ຟ້າວເຂົາໄປນັ່ງໃນລົດທັນທີ ກ່ອນຈະອອກລົດ ຊຽງ ໄດ້ຖາມນ້ຳດ້ວຍສີໜ້າຍິ້ມແຍ້ມ ແລະ ນ້ຳສຽງທີ່ນິ້ມນວນ

ຊຽງ: ນ້ຳ! ກິນເຂົ້າເຊົ້າມາແລ້ວ

ນ້ຳ (ຄິດໃນໃຈ “ຖ້າຈະຕອບວ່າຍັງລາວຕ້ອງຄິດວ່າເຮົາເຫັນແກ່ກິນແນ່ນອນ ເຖິງວ່າຈະຫິວເຂົ້າກະຕ້ອງອົດທົນໃຫ້ມັນຮອດຕອນສວາຍກ່ອນຈິ່ງກິນກະໄດ້”) ກິນແລ້ວ! ເຈົ້າເດະກິນລະ (ທ້ອງຮ້ອງ ອ໊ອດດ!) “ຄິດໃນໃຈ: ຕາຍແລ້ວໜ້າອາຍສຸດໆ ທ້ອງເວນ ຈັ່ງແມ່ນມຶງບໍ່ຮັກສາໜ້າກູເລີຍ”

ຊຽງ (ຍິ້ມໃຫຍ່ໆ):​ ສຽງຮ້ອງມື້ກີ້ນີ້ສົງໃສເປັນສຽງແມ່ທ້ອງໂຕທີແປດ ສົງໃສມັນຍັງກິນບໍ່ທັນອີ່ມ! ຊັ້ນເຮົາໄປກິນເຂົ້າກ່ອນເນາະ! ຂ້ອຍກະຍັງບໍ່ທັນໄດ້ກິນເຂົ້າເຊົ້າເທື່ອ! ເອີ້ນ້ຳ ເຈົ້າມັນກິນອາຫານຮ້ານໃດເປັນພິເສດບໍ່ ບອກຂ້ອຍໄດ້ເດີ້ດຽວຂ້ອຍພາໄປ

ນ້ຳ: ບໍ່ມີຮ້ານໃດພິເສດ! ຕາມໃຈເຈົ້າເລີຍ (ຍິ້ມແບບເຂີນໆ)

ຊຽງ ໄດ້ພານ້ຳໄປກິນອາຫານເຊົ້າທີ່ຮ້ານອາຫານແຫ່ງໜຶ່ງແຖວນ້ຳພຸ ເມື່ອທັງສອງລົງຈາກລົດ ຊຽງ ໄດ້ຈັບມືນ້ຳຍ່າງຮຽນຂ້າງຢ່າງໃຈເຢັນເຂົ້າໄປໃນຮ້ານ ແລ້ວໄປນັ່ງທີ່ໂຕະອາຫານ ຊຽງໄດ້ດຶງຕັ່ງຢັບຫ່າງອອກຈາກໂຕະເລັກນ້ອຍເພື່ອໃຫ້ນ້ຳນັ່ງລົງ ທັງສອງໄດ້ນັ່ງເຊິ່ງໜ້າກັນ ແລ້ວພະນັກງານເສີບກໍ່ເອົາເມນູອາຫານມາໃຫ້

ຊຽງ: ນ້ຳ ຢາກກິນຫຍັງ

ນ້ຳ: ຂໍສະປາເກັດຕີສະ! ແລ້ວເຈົ້າເດະ

ຊຽງ (ເວົ້າກັບພະນັກງານເສີບ): ຊັ້ນເອົາສະປາເກັດຕີ້ 2 ແລະ ນ້ຳສົ້ມຈອກໜຶ່ງ ກັບ ນ້ຳລ້າຈອກໜຶ່ງ

ໃນຂະນະທີ່ທັງສອງນັ່ງກິນອາຫານນຳກັນ ນ້ຳທັງກິນ ແລະ ທັງຄິດໃນໃຈໄປນຳ

ນ້ຳ (ຄິດໃນໃຈ): ໂຫ… ສົມກັບເປັນໄອດໍ້ຂອງໂຮງຮຽນ ທຸກຢ່າງຂອງລາວຕ້ອງດີ! ຕ້ອງແພງທີ່ສຸດ ເຮົານິໂຊກດີແທ້ໆທີ່ໄດ້ມາກິນອາຫານກັບລາວ

ຊຽງ: ໃຈລອຍຫຍັງນ້ຳ! ອາຫານຢູ່ນີ້ບໍ່ແຊ໊ບຖືກໃຈຫວາ

ນ້ຳ: ບໍ່ບໍ່! ອາຫານຢູ່ນີ້ແຊ໊ບຫຼາຍ, ບັນຍາກາດດີ, ສະຖານທີ່ກໍ່ຫລູຫຼາ ແລະ ອາຫານກໍ່ຄົງຈະແພງ (ຄິດໃນໃຈ “ຂົນລົ່ນແທ້ເຮົາມື້ນີ້ທັງຄ່າອາຫານ ທັງຄ່ານ້ຳສົ້ມ”

ຊຽງ: ຮ້ານນີ້ຂ້ອຍມັກມາກິນເປັນປະຈຳ ເພາະມັນແຊ໊ບ, ສະອາດ, ບັນຍາກາດດີ ເລື່ອງລາຄາຖ້າທຽບໃສ່ຄຸນນະພາບແລ້ວຖືວ່າບໍ່ແພງເລີຍ! ສິ່ງດີໆແບບນີ້ຂ້ອຍຢາກໃຫ້ຄົນພິເສດຂອງຂ້ອຍໄດ້ກິນນຳ

ນ້ຳ: (ຄິດໃນໃຈ “ຮຶ! ຫູຟາດບໍ່ເຮົາ ທີ່ລາວພາເຮົາມາບ່ອນນີ້ໝາຍຄວາມວ່າເຮົາເປັນຄົນພິເສດຂອງລາວຫວະນິ! ອິອິອິ ດີຈຸງເບີຍ”

ຊຽງ: ນ້ຳ! ກິນເຂົ້າແລ້ວ ເຮົາສອງຄົນໄປເບິ່ງຮູບເງົາຕໍ່ເນາະ

ນ້ຳ: (ຍິ້ມ) ກະໄດ້

ເມື່ອກິນອາຫານແລ້ວ ພະນັກງານເສີບທີ່ຮ້ານໄດ້ເອົາບິນມາໃຫ້ຊຽງ ຄ່າອາຫານທັງໝົດແມ່ນຊຽງເປັນຄົນຈ່າຍເອງ ຈາກນັ້ນພວກເຂົາກໍ່ອອກຈາກຮ້ານ ແລະ ມຸ່ງໜ້າໄປທີ່ໂຮງຮູບເງົາ ທີ່ໂຮງຮູບເງົາ ທັງສອງເປັນເປົ້າສາຍຕາຂອງຄົນທີ່ພົບເຫັນ ຄົນທີ່ພົບເຫັນສ່ວນຫຼາຍກໍ່ມີຄຳເຫັນຕົກກັນວ່າສອງຄົນນີ້ເໝາະສົມກັນຫຼາຍ ຍິງກໍ່ງາມຊາຍກໍ່ຫຼໍ່ ໃນໂຮງຮູບເງົາ ທັງຊຽງ ແລະ ນ້ຳໄດ້ຈົດຈໍ່ກັບການເບິ່ງຮູບເງົາ ຄືກັບຄົນອື່ນໆໃນໂຮງ ເມື່ອເບິ່ງໜັງຈົບແລ້ວທັງສອງກໍ່ອອກຈາກໂຮງຮູບເງົາ ແລ້ວຍ່າງເລາະເບິ່ງສິນຄ້າໃນຫ້າງຊັບພະສິນຄ້າ ຫຼັງຈາກນັ້ນຊຽງກໍ່ພານ້ຳໄປນັ່ງກິນ ພິດຊາ ທີ່ຮ້ານພິດຊ້າແຖວຫໍວັດທະນະທຳ ຊຽງມີຄວາມສຸກເມື່ອເຫັນນ້ຳມີຄວາມສຸກກັບການກິນພິດຊາ ໃນຂະນະທີ່ນ້ຳກຳລັງກິນພິດຊາດ້ວຍຄວາມແຊ໊ບຊ້ອຍຢູ່ນັ້ນ ຊຽງກໍ່ໄດ້ເອີ່ຍຂຶ້ນ

ຊຽງ (ຈ້ອງຕາເບິ່ງຕານ້ຳ ແລະ ເວົ້າດ້ວຍນ້ຳສຽງໜັກແໜ້ນ): ນ້ຳ! ເຮົາມາເປັນແຟນກັນເທາະ

ນ້ຳ (ຄິດໃນໃຈ “ຫູຟາດບໍ່ເຮົາທີ່ໄດ້ຍິນລາວຂໍເຮົາເປັນແຟນ”) ນ້ຳເບິ່ງໜ້າຊຽງດ້ວຍຄວາມມຶນງົງ

ຊຽງ (ຈັບມືນ້ຳທັງສອງເບື້ອງ) ເຮົາມາຄົບກັນເນາະ! ຂ້ອຍຄິດເລື່ອງນີ້ມາຕະຫຼອດຕັ້ງແຕ່ໄດ້ພົບກັບເຈົ້າ

ນ້ຳ (ເວົ້າຫຍັງບໍ່ອອກເພາະດີໃຈແຮງ ນາງໄດ້ແຕ່ງງຶກຫົວຕອບຮັບ ແລະ ໄດ້ແຕ່ຍິ້ມເຂີນອາຍໜ້າແດງ, ຫູແດງ)

ຊຽງແນ່ໃຈແລ້ວວ່ານ້ຳຕອບຕົກລົງທີ່ຈະຄົບກັບລາວໃນຖານະແຟນ ມື້ນີ້ຫົວໃຈຂອງລາວຮູ້ສຶກມີຄວາມສຸກທີ່ສຸດອີກວັນໜຶ່ງໃນຊີວິດ

ອ່ານຕໍ່ສະບັບໜ້າ…

ແຕ່ງໂດຍ:​ແອັດມິນ ປັອກເລັກ ລາວໂພສຕ໌
ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຂ່າວດີ! ສປປ ລາວ ຫາລືກຽມອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ໃນປີ 2026

ຂ່າວດີໃນປີໜ້າ! ສປປ ລາວ ຫາລືກຽມອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ກະຊວງການຕ່າງປະເທດ ຈັດກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດແຜນດໍາເນີນງານຂອງ ສປຊ ສໍາລັບປະເທດດ້ອຍພັດທະນາ ໃນວັນທີ 24 ເມສາ 2025 ໂດຍການເປັນປະທານຂອງ...

ປະທານປະເທດ ລາວ ແລະ ຫວຽດນາມ ຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະສານສຳຄັນ ຈໍານວນ 03 ສະບັບ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນແບບພິເສດ ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ...

ສົມເດັດພະເທບ ຢ້ຽມຢາມໂຮງຮຽນວັດທະນະທໍາປ້ອງກັນຄວາມສະຫງົບ ທີ່ແຂວງວຽງຈັນ.

ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງຣາຊະອານາຈັກໄທ ຢ້ຽມຢາມໂຮງຮຽນວັດທະນະທໍາ ປກສ ຕອນບ່າຍວັນທີ 23 ເມສາ 2025 , ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ...

ພິທີເຄື່ອນຍ້າຍອັດຖິຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ

ເຄື່ອນຍ້າຍອັດຖິ ພົນເອກ ຄຳໄຕ ສີພັນດອນ ໄປສະຖິດຢູ່ ສຸສານນັກຮົບປະຕິວັດແຫ່ງຊາດ ພິທີເຄື່ອນຍ້າຍອັດຖິຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສາທາລະນະລັດ...