Homeຂໍ້ມູນກ່ຽວກັບປະເທດລາວປະຫວັດສາດລາວບູຮານຄະດີ ແລະ ປະຫວັດສາດລາວ ຕອນ: “ຜູ້ປົກຄອງຄົນລາວຜູ້ທຳອິດ“

ບູຮານຄະດີ ແລະ ປະຫວັດສາດລາວ ຕອນ: “ຜູ້ປົກຄອງຄົນລາວຜູ້ທຳອິດ“

Published on

ສະໄຫມພະເຈົ້າຈີນຊີຮ້ອງເຕ້ ແຫ່ງຈີນ ຜູ້ສ້າງກຳແພງໃຫຍ່ຂອງປະເທດຈີນ ອັນມີຄວາມຍາວເຖີງ 10.000ລີ້ “ລີ້ຫນື່ງເທົ່າກັບ500ແມັດ“ ໄດ້ຍົກທັບໄປຕີນະຄອນປາ ເມື່ອປີ ພສ 205 ແລະ ຕີນະຄອນງ້ຽວ ເມື່ອປີ ພສ 205 ຄົນລາວທັງສອງເມືອງແຕກອອກຈາກນະຄອນປາ ແລະ ນະຄອນງ້ຽວກໍມຸ່ງຫນ້າລົງສູ່ໃຕ້ ມີຄົນລາວຈຳນວນຫນື່ງຫນີອອກຈາກເມືອງເສສວນລົງໄປສົມທົບລວມເຂົ້າກັນ ແລ້ວກໍພ້ອມກັນສ້າງເມືອງຂື້ນໃຫມ່ຢູ່ທາງທິດໃຕ້ຊື່ວ່າເມືອງ “ເພງາຍ“  ນະທີ່ນະຄອນເພງາຍນັ້ນເອງ ພໍສ້າງນະຄອນສຳເລັດແລ້ວ ພວກຄົນລາວໄດ້ເຕົ້າໂຮມແລະປຶກສາຫາລືນຳກັນ ເພື່ອຈັດຕັ້ງຂື້ນເປັນຜູ້ປົກຄອງຄົນລາວ ເພື່ອເຕົ້າໂຮມຄົນລາວໃຫ້ເປັນເປິກແຜ່ນ ແລະ ແຕ່ງຕັ້ງໃຫ້ເປັນ ຜູ້ປົກຄອງຄົນລາວ ຄື “ຂຸນເມັງ ຫລື ຂຸນເມືອງ“ ອັນເປັນຜູ້ປົກຄອງຄົນລາວຜູ້ທຳອິດ ໃນປີ ພສ 320 (ກ່ອນຄຣິດຕະສັກກະຣາດ)

ໃນສະໄຫມນັ້ນ ພະເຈົ້າແຜ່ນດິນ ຊົງພະນາມວ່າ “ວູ່ຕີ້“ ໄດ້ແຕ່ງຕັ້ງໃຫ້ທູດຄະນະຫນື່ງໄປສືບເບີ່ງ ພຸທທະສາສະຫນາ ໃນປະເທດອິນເດຍ ທູດຈີນຄະນະນັ້ນຈະຕ້ອງໄດ້ເດີນທາງຜ່ານນະຄອນເພງາຍ ເຈົ້າຂຸນເມືອງບໍ່ຍອມໃຫ້ຜ່ານໄປ ເພາະສົງໄສວ່າຈະແມ່ນພວກສອດແນມຂອງຈີນ ພະເຈົ້າ ວູ້ຕີ່ ຄຽດຫລາຍ ຈື່ງຍົກທັບໄປຕີ ນະຄອນເພງາຍ ຂຸນເມືອງໄດ້ທຳການຕໍ່ສູ້ຢູ່ຫລາຍປີ ສຸດທ້າຍກໍຕົກເປັນເມືອງຂື້ນຂອງຈີນໃນປີ ພສ 456

ຮູບພາບປະກອບ:ມໍລະດົກລ້ານຊ້າງ
ຂຽນໂດຍ:ນາງ ສາຍວາລິນ ບໍລະວົງ

ແຫລ່ງຂໍ້ມູນຈາກເພສ: ບູຮານຄະດີແລະປະຫວັດສາດລາວ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...