Homeຂ່າວຕ່າງປະເທດຢູເອັນຕຳນິມຽນມາເລື່ອງສະພາບເຫດການທີ່ເກີດຂຶ້ນໃນລັດຍະໄຂ່ ກັບຊາວໂຣຮິນຈາ

ຢູເອັນຕຳນິມຽນມາເລື່ອງສະພາບເຫດການທີ່ເກີດຂຶ້ນໃນລັດຍະໄຂ່ ກັບຊາວໂຣຮິນຈາ

Published on

ສຳນັກຂ່າວຕ່າງປະເທດລາຍງານ ຈາກນະຄອນເຈນິວາ ປະເທດສະວິເຊີແລນ ເມື່ອວັນທີ 17 ທັນວາ ວ່າ. ສຳນັກງານຂ້າຫຼວງໃຫຍ່ເພື່ອສິດທິມະນຸດແຫ່ງສະຫະປະຊາຊາດ (ໂອເອຊຊີເອຊອາຣ໌) ເຜີຍລາຍງານເມື່ອວັນສຸກທີ່ຜ່ານມາວ່າ ໄດ້ຮັບຂໍ້ມູນລາຍວັນກ່ຽວກັບການລະເມີດສິດທິມະນຸດຂອງມຽນມາຕໍ່ຊາວ ໂຣຮິນຈາໃນລັດຍະໄຂ່ ບໍ່ວ່າຈະເປັນການສັງຫານນອກຂະບວນການຢຸດຕິທຳ ແລະ ການຂົ່ມຂືນຍິງຊາວໂຣຮິນຈາ ຢ່າງໃດກໍ່ຕາມເຈົ້າໜ້າທີ່ຂອງສະຫະຊາດ (ຢູເອັນ) ອົງການກວດສອບດ້ານສິດທິມະນຸດຊົນຈາກນານາຊາດ ແລະ ຜູ້ສື່ຂ່າວຈາກຕ່າງປະເທດບໍ່ສາມາດເຂົ້າສູ່ພື້ນທີ່ໄດ້ ເນື່ອງຈາກບໍ່ໄດ້ຮັບອະນຸຍາດຈາກທາງການມຽນມາ.

ມີລາຍງານຂອງສື່ໃນສັງກັດລັດຖະບານມຽນມາຍັງຄົງລະບຸຈຳນວນຜູ້ເສຍຊີວິດຈາກສະພາບເຫດການຮຸນແຮງຄັ້ງຫຼ້າສຸດໃນລັດຍະໄຂ່ທີ່ເກີດຂຶ້ນຕັ້ງແຕ່ເດືອນ ຕຸລາ ທີ່ຜ່ານມາ ມີລາຍງານຢ່າງໜ້ອຍພຽງ 86 ຄົນ ແຕ່ຫຼາຍຝ່າຍເຊື່ອວ່າໃນຄວາມຈິງແລ້ວມີຫຼາຍກວ່ານັ້ນ ຂະນະທີ່ຢູເອັນປະເມີນຈຳນວນຜູ້ອົບພະຍົບຊາວໂຣຮິນຈາອີກຮອບໃໝ່ປະມານ 27,000 ຄົນ ສ່ວນຫຼາຍແມ່ນຕ້ອງການຂ້າມຊາຍແດນໄປທີ່ບັງກະລາເທດທີ່ຢູ່ຕິດກັບທາງຕະເວັນຕົກ ແຕ່ກໍ່ຖືກບັງກະລາເທດຜັກດັນກັບຄືນທັງໝົດ

ນອກຈາກນີ້ ລາຍງານຊອງ ໂອເອຊຊີເອຊອາຣ໌ ຍັງວິຈານລັດຖະບານພົນລະເຮືອນຊອງນາງ ອອງຊານ ຊູຈີ ວ່າສິໃສທັດໃນການເບິ່ງບັນຫາໄລຍະຍາວ ບໍ່ມີນະໂຍບາຍທີ່ສ້າງສັນ ແລະ ເຖິງຂັ້ນບໍ່ເຫັນອົກເຫັນໃຈຕໍ່ເພື່ອນມະນຸດດ້ວຍກັນ ສົ່ງຜົນໃຫ້ການແກ້ໄຂບັນສະພາບເຫດການທີ່ລັດຍະໄຂ່ຍັງບໍ່ສາມາດແກ້ໄຂໄດ້ ແລະ ມີຄວາມສ່ຽງຈະເກີດເຫດການວິກິດໃນໄລຍະຍາວ

ແຫລ່ງຂ່າວຈາກ: http://www.dailynews.co.th/foreign/543225
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...