Homeຂ່າວຕ່າງປະເທດອົງການອານາໄມໂລກເຜີຍ ສາມາດຮັບມືກັບໄວຣັສຮ້າຍ ອີໂບລາ

ອົງການອານາໄມໂລກເຜີຍ ສາມາດຮັບມືກັບໄວຣັສຮ້າຍ ອີໂບລາ

Published on

555955-01

 

ຜູ້ອຳນວຍການອົງການອານາໄມໂລກເປີດເຜີຍວ່າ ຜູ້ນຳ 3 ປະເທດໃນອາຟຣິກາຕາເວັນຕົກ ຈະດຳເນີນ

ມາດຕະການທີ່ເຂັ້ມງວດຫຼາຍຂຶ້ນ ເພື່ອຫາທາງຢຸດຢັ້ງການແຜ່ລະບາດຂອງໄວຣັສວີໂອບາ ໃນພູມີພາກ

ອາຟຣິກາຕາເວັນຕົກໃຫ້ໄດ້.

 

ນາງ ມາກາເຣັດ ຊານ ຜູ້ອຳນວຍການອົງການອານາໄມໂລກເປີດເຜີຍວ່າ ຜູ້ນຳປະເທດໄລບີເຣຍ, ກີນີ

ແລະ ເຊຍຣາ ລີອົງ ທີ່ປະຊຸມກັນໃນປະເທດກີນີ ເຫັນພ້ອມກັນທີ່ຈະດຳເນີນມາດຕະການທີ່ເຂັ້ມງວດ

ເປັນພິເສດ ເພື່ອຫາທາງຢຸດຢັ້ງການແຜ່ລະບາດຂອງເຊື້ອໄວຣັສອີໂບລາໃນ 3 ປະເທດດັ່ງກ່າວ ເຊິ່ງເປັນ

ການລະບາດທີ່ຮ້າຍແຮງທີ່ສຸດ ໂດຍມາດຕະການດັ່ງກ່າວແມ່ນລວມໄປເຖິງການແຍກດ່ຽວຊຸມຊົນ ໃນ

ພື້ນທີ່ຊົນນະບົດຊາຍແດນ ທີ່ເກີດການລະບາດຂອງເຊື້ອ ແລະ ຫ້າມບຸກຄົນໃດທີ່ສະແດງອາການຂອງ

ພະຍາດດັ່ງກ່າວ ເດີນທາງຂ້າມຊາຍແດນ.

 

ກ່ອນໜ້ານີ້ ນາງ ມາກະເຣັດ ຊານ ໄດ້ກ່າວຕໍ່ທີ່ປະຊຸມຜູ້ນຳ 3 ປະເທດໃນອາຟຣິກາຕາເວັນຕົກ ທີ່ເກີດ

ການລະບາດຂອງໄວຣັສອີໂບລາວ່າ ການລະບາດເກີດຂຶ້ນໄວເກີນຄວາມພະຍາຍາມໃນການຄວບຄຸມ

ແລະ ກ່າວອີກວ່າ ຄວາມລົ້ມເຫຼວໃນການຢຸດຢັ້ງການແຜ່ລະບາດ ຈະນຳໄປສູ່ຫາຍະນະໃນແງ່ຂອງການ

ສູນເສຍຊີວິດ ແລະ ຍັງຈະສົ່ງຜົນກະທົບທີ່ຮ້າຍແຮງຕໍ່ເສດຖະກິດໃນພູມີພາກ.

 

ເຖິງແມ່ນການລະບາດຂອງໄວຣັສອີໂບລາ ຈະເກີດຂຶ້ນຢ່າງວ່ອງໄວ, ແຕ່ ນາງ ຊານ ໄດ້ລະບຸວ່າ ສາມາດ

ຢຸດຢັ້ງການແຜ່ລະບາດໄດ້ ຫາກມີການຈັດການທີ່ດີ ໂດຍການແຜ່ລະບາດຂອງໄວຣັສອີໂບລາ ໃນຂົງ

ເຂດອາຟຣິກາຕາເວັນຕົກຄັ້ງນີ້ ໄດ້ເຮັດໃຫ້ມີຜູ້ຕິດເຊື້ອແລ້ວກ່ວາ 1,300 ຄົນ ແລະ ເສຍຊີວິດໄປແລ້ວ

ເຖິງ 729 ຄົນ.

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...