Homeຂ່າວການພັດທະນານ.ວ ກຽມລົງແກ້ໄຂຄວາມບໍ່ເປັນລະບຽບ ຕາມເສັ້ນທາງໃນຕົວເມືອງ ຕາມທິດຊີ້ນຳທ່ານນາຍົກ

ນ.ວ ກຽມລົງແກ້ໄຂຄວາມບໍ່ເປັນລະບຽບ ຕາມເສັ້ນທາງໃນຕົວເມືອງ ຕາມທິດຊີ້ນຳທ່ານນາຍົກ

Published on

ພາຍຫລັງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຊີ້ນໍາຢູ່ກອງປະຊຸມ ລັດຖະບານປະຈໍາເດືອນພະຈິກຜ່ານມາວ່າ ໃຫ້ພາກສ່ວນກ່ຽວຂ້ອງ ເລັ່ງແກ້ໄຂສະພາບຄວາມບໍ່ເປັນລະບຽບຮຽບຮ້ອຍ ຕາມເສັ້ນທາງໃນຕົວເມືອງໂດຍໄວ, ໂດຍສະເພາະບັນຫາການກໍານົດສະຖານທີ່ຈອດລົດ ແລະ ການເກັບເງິນຄ່າຝາກລົດຢູ່ຕາມຈຸດຕ່າງໆໃນຕົວເມືອງ ທີ່ມີສຽງຈົ່ມວ່າຈາກສັງຄົມ ກ່ຽວກັບຄວາມບໍ່ສອດຄ່ອງ ແລະ ໂປ່ງໃສ ລວມເຖິງການແກ້ໄຂ ບັນຫາສິ່ງກີດຂວາງການສັນຈອນຕາມເສັ້ນທາງ ເປັນຕົ້ນ: ການຂາຍເຄື່ອງໃສ່ແຄມທາງ, ທາງຍ່າງ (ຟຸດບາດ) ແລະ ຈອດລົດແບບຊະຊາຍ, ການເອົາວັດຖຸຕ່າງໆມາຕັ້ງຕັນຕາມແຄມທາງ ແລະ ການຕິດຕັ້ງປ້າຍໂຄສະນາ, ການຕໍ່ເທີບ-ເງີບທີ່ບໍ່ຖືກຕ້ອງຕາມລະບຽບການຕ່າງໆ ໃຫ້ໝົດໄປຢ່າງຂາດຕົວ. ສະນັ້ນເມື່ອບໍ່ດົນມານີ້, ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນ, ຈຶ່ງໄດ້ຈັດກອງປະຊຸມປຶກສາຫາລື ຮ່ວມກັບຂະແໜງການກ່ຽວຂ້ອງອື່ນໆ ເພື່ອກະກຽມລົງຈັດສັນຄວາມເປັນລະບຽບຮຽບຮ້ອຍ ຕາມເສັ້ນທາງໃນຕົວເມືອງໃນໄວໆນີ້, ຊຶ່ງກໍານົດເຂດທີ່ຈະໄດ້ລົງແກ້ໄຂບັນຫາການຈອດລົດຊະຊາຍ ແລະ ຂາຍເຄື່ອງບໍ່ເປັນລະບຽບຢູ່ເຂດໂຮງແຮມລ້ານຊ້າງ, ສໍານັກງານໃຫຍ່ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ເຂດຮ້ານອາຫານຂອບໃຈເດີ, ຖະໜົນສາມແສນໄທ, ເຂດກົມບໍ່ແຮ່, ຖະໜົນລ້ານຊ້າງ, ເຂດຕະຫລາດເຊົ້າ, ຖະໜົນຂຸນບູລົມ, ຕໍ່ໜ້າໄປສະນີ, ຖະໜົນເປ3 (P3), ຖະໜົນເຈົ້າອານຸວົງ, ຖະໜົນເຕ2 (T2), ເຂດຕະຫລາດແລງໜອງດ້ວງ, ເສັ້ນທາງແຕ່ສະຫວ່າງ-ດົງໂດກ, ໂຮງໝໍ 150 ຕຽງ, ເສັ້ນທາງຕໍ່ໜ້າໂຮງແຮມດອນຈັນພາເລດ, ຖະໜົນຄູວຽງ, ຖະໜົນດົງປາລານ, ດົງປາຍນາ, ຖະໜົນ ໄກສອນ ພົມວິຫານ, ທາດຫລວງ, ໂພນພະເນົາ, ກໍາແພງເມືອງ, ສຸພານຸວົງ, ຟ້າງຸ່ມ, ຕໍ່ໜ້າໂຮງຮຽນປາກປາສັກ, ແຄມຂອງ, ໜ້າພັດຕະຄານໄຜ່ໜາມ, ຫ້ວຍຫົງ, ດອນໜູນ, ທ່າເດື່ອ ແລະ ຈຸດອື່ນໆ ທີ່ເຫັນວ່າມີການຕັ້ງໂຕະ, ເຕັ້ນ, ລໍ້ຍູ້ທີ່ບໍ່ເປັນລະບຽບ ແລະ ມີການຈອດລົດຊະຊາຍ ເຮັດໃຫ້ກີດຂວາງການສັນຈອນແອອັດ.

ພະແນກ ຍທຂ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ເດືອນເມສາມານີ້, ເຈົ້າໜ້າທີ່ກ່ຽວຂ້ອງກໍໄດ້ລົງກວດກາແກ້ໄຂຄວາມບໍ່ເປັນລະບຽບ ຕາມເສັ້ນທາງສາຍສໍາຄັນໃນ 6 ເມືອງນະຄອນຫລວງ ແລະ ສາມາດພົບເຫັນປະກົດການບໍ່ເປັນລະບຽບຮຽບຮ້ອຍຫລາຍກວ່າພັນກໍລະນີ, ສາມາດແກ້ໄຂໄດ້ 700 ກວ່າກໍລະນີ, ສ່ວນໃຫຍ່ແມ່ນວາງຂາຍສີນຄ້າຊະຊາຍຕາມແຄມທາງ, ທາງຍ່າງ ແລະ ຈອດລົດຊະຊາຍ.

 

ແຫລ່ງຂ່າວ:

ລພນ

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...