Homeສຸຂະພາບ ແລະ ສີ່ງແວດລ້ອມຜັກ 5 ຊະນິດທີ່ຄົນບໍ່ສະບາຍຄວນຫຼີກລ່ຽງ

ຜັກ 5 ຊະນິດທີ່ຄົນບໍ່ສະບາຍຄວນຫຼີກລ່ຽງ

Published on

ຜັກທີ່ບໍ່ຄວນກິນຕອນທີ່ບໍ່ສະບາຍມີດັງນີ້:

  1. ຜັກກະລໍາປີດິນ ບໍ່ຄວນກິນຕອນເປັນໄທລອຍ: ເນື່ອງຈາກວ່າ ຜູ້ທີ່ມີພາວະໄຮໂປໄທລອຍ ຈະເປັນພາວະຕ່ອມໄທລອຍທໍາງານຕໍ່າ ໂດຍກະລໍາປີມີສານຊື່ ກອຍໂຕຮເຈນ ຊຶ່ງຢູ່ໃນກຸ່ມຂອງສານທີ່ຂັດຂວາງການສ້າງຮອກໂມນໃນຕ່ອມໄທລອຍ ເຮັດໃຫ້ຮ່າງກາຍນໍາໄອໂອດິນໄປໃຊ້ສ້າງຮອກໂມນໄຣຣອກຊິນໄດ້ໜ້ອຍກວ່າປົກກະຕິ ຫຼືເຮັດໃຫ້ຕ່ອມໄທລອຍທໍາງານຕໍ່າຍິ່ງຂຶ້ນ ( ຖ້າຢາກກິນຕ້ອງຕົ້ມໃຫ້ສຸກ )
  2. ຜັກຫົມ ບໍ່ເໝາະກັບຄົນທີ່ມີພາວະຂາດທາດເຫຼັກ ແລະ ແຄວຊຽມຕໍ່າ ແລະຄົນທີ່ເປັນພະຍາດໝາກໄຂ່ຫຼັງ: ແທ້ຈິງແລ້ວຜັກຊະນິດນີ້ບໍ່ເປັນອັນຕະລາຍຕໍ່ຊີວິດແຕ່ຢ່າງໃດ ພຽງແຕ່ມັນມີສານຕ້ານໂພຊະນາການເຊັນ ກົດອອກຊາລິກ ຊຶ່ງຈະໄປຕ້ານການດູດຊຶມທາດເຫຼັກ ແລະແຄວຊຽມ ດັ່ງນັ້ນຈຶ່ງບໍ່ຄວນກິນ
  3. ໝາກຖົ່ວງອກ ບໍ່ຄວນກິນຕອນຮ່າງກາຍອ່ອນແອ: ເພາະໃນຖົ່ວງອກມີເຊື້ອຈຸລິນຊີ ຫຼືສານຟອກຂາວຕົກຄ້າງຢູ່ຫຼາຍ ເນື່ອງຈາກໂດຍທໍາມະຊາດຂອງການເຜາະຖົ່ວງອກຕ້ອງອາໄສຄວາມຊຸ່ມຫຼາຍ ຊຶ່ງສະພາວະນີ້ກໍເໝາະສົມທີ່ຈຸລິນຊີຈະເຕີບໂຕໄດ້ງ່າຍເຊັນກັນ ຫາກກິນດິບ ຫຼືບໍ່ລ້າງໃຫ້ສະອາດ ອາດໄດ້ຮັບເຊື້ອນີ້ ຍິ່ງຄົນທີ່ມີພູຄຸ້ມກັນອ່ອນແອເຊັນເດັກນ້ອຍ, ຜູ້ຍິງຖືພາ ກໍຍ່ອມສ່ຽງຮັບເຊື້ອພະຍາດໄດ້ງ່າຍ.
  4. ໝາກຖົ່ວຍາວ ບໍ່ຄວາມກິນຕອນຮ່າງກາຍອ່ອນແອເຊັນກັນ: ໃນໝາກຖົ່ວຍາວມັກມີສານກໍາຈັດສັດຕູພືດຕົກຄ້າງ ເນື່ອງຈາກມີຫານສີດສານເຄມີປ້ອງກັນ ໂດຍການເກັບຍັງບໍ່ຄົບ 7 ວັນຫຼັງສີດຢາ ຊຶ່ງເຮັດໃຫ້ສານເຄມີຍັງບໍ່ທັນລະລາຍ
  5. ໜໍ່ໄມ້ດິບ ແລະຜັກຫອມເປ: ໃນໜໍ່ໄມ້ດິບ ແລະຜັກຫອມເປຈະມີສານໄຊຢາໄນດ໌ຕາມທໍາມະຊາດ ຈິຶ່ງບໍ່ຄວນກິນດິບ ເພາະຮ່າງກາຍຂັບສານພິດອອກມາໄດ້ໜ້ອຍ ຫາກກິນເຂົ້າໄປສານໄຊຢາໄນດ໌ຈະໄປຈັບເມັດເລືອດແດງ ເຮັດໃຫ້ຮ່າງກາຍຂາດອອກຊີເຈນໝົດສະຕິ ແລະເຖິງຕາຍໄດ້

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...