spot_img
Homeຂ່າວຕ່າງປະເທດ3 ຮີໂຣ່ນັກດັບເພີງ ຜ່າແປວໄຟລຸກຖ້ວມລົດຊ່ວຍຄົນເຈັບ

3 ຮີໂຣ່ນັກດັບເພີງ ຜ່າແປວໄຟລຸກຖ້ວມລົດຊ່ວຍຄົນເຈັບ

Published on

ອີງຕາມສໍານັກຂ່າວຕ່າງປະເທດລາຍງານວັນທີ 15 ທັນວາທີ່ຜ່ານມານີ້ວ່າ: ເມື່ອວັນທີ 10 ທັນວາທີ່ຜ່ານມາ ເວລາປະມານ 21: 00 ນາທີ ຖະໜົນຈາງຊວນ ເມືອງເຈີຍໂຂ ມົນທົນເຫີເປ່ຍ ຂອງປະເທດຈີນ ເກີດອຸດບັດຕິເຫດລົດເກັ໋ງຄັນໜຶ່ງຕໍາກັນລົດບັນທຶກຖ່ານຫີນທີ່ຈອດຢູ່ແຄມທາງຢ່າງແຮງຈົນເກີດໄຟລຸກໄໝ້ຖ້ວມລົດຢ່າງໄວວາ ທັງທີ່ພະຍາຍາມຫັກພວງມະໄລລົດອອກແລ້ວແຕ່ບໍ່ວິດ.

ຊຶ່ງເຈົ້າໜ້າທີ່ດັບເພີງ 3 ຄົນ ທີ່ໄປຮອດຈຸດເກີດເຫດກຸ່ມທໍາອິດໄດ້ສ່ຽງຊີວິດຜ່າແປວໄຟເຂົ້າຊ່ວຍເຫຼືອຜູ້ປະສົບອຸບັດຕິເຫດທີ່ຕິດຢູ່ໃນລົດທັນທີ ໂດຍບໍ່ລັງເລແມ່ແຕ່ໜ້ອຍ ຈົນໄດ້ຮັບບາດເຈັບ ກະດູກຂໍ້ສອກແຕກ ຖືກເສດແວ່ນລົດບາດຈາກການພະຍາຍາມທຸບແວ່ນລົດ.

ຕາມການລະບຸວ່າ ຫຼັງເຈົ້າໜ້າທີ່ດັບເພີງທັງ 3 ຄົນ ເຂົ້າຊ່ວຍເຫຼືອຄົນຂັບລົດບັນທຶກອອກມາ ພ້ອມທັງຕິດຕໍ່ເຈົ້າໜ້າທີ່ຕໍາຫຼວດໃຫ້ນໍາລົດມາລາກລົດທີ່ປະສົບອຸບັດຕິເຫດ ແລະພໍແຕ່ຊ່ວຍຜູ້ບາດເຈັບໄດ້ບໍ່ພໍກີ້ນາທີ ລົດເກັ໋ງທີ່ປະສົບອຸບັດຕິເຫດດັງກ່າວກໍເກີດສຽງລະເບີດຂຶ້ນ ຈາກນັ້ນກໍໄດ້ຍິນສຽງຜູ້ຍິງຮ້ອງຂໍຄວາມຊ່ວຍເຫຼືອດັງມາຈາກໃນລົດ ເຈົ້າໜ້າທີ່ກໍຮີບເຂົ້າຊ່ວຍທັນທີ.

ໂດຍ 1 ໃນ 3 ນັກດັບເພີງດັງກ່າວເຜີຍວ່າ ພວກເຂົາພະຍາຍາມຜ່າແປວໄຟ ແລະຄວັນເຂົ້າໄປຫາຄົນທີ່ຢູ່ໃນລົດ ຊຶ່ງເວລານັ້ນໄດ້ຍິນສຽງຮ້ອງຂໍຄວາມຊ່ວຍເຫຼືອເທົ່ານັ້ນແຕ່ບໍ່ເຫັນຄົນ ແຕ່ເເຫັນຕີນທັງສອງຂ້າງຢູ່ເທີງບ່ອນນັ່ງຜູ້ໂດຍສານ ຈຶ່ງໄດ້ພະຍາຍາມທຸບແວ່ນລົດເຂົ້າຊ່ວຍເຫຼືອ ແຕ່ຮ່າງກາຍຂອງຄົນເຈັບກັບນອນຢູ່ກ້ອງລົດ ແລະໄດ້ຮັບບາດເຈັບສາຫັດ ແລະກໍສາມາດຊ່ວຍໄດ້ສໍາເລັດ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...