Homeຂ່າວການພັດທະນາລາວ-ຫວຽດນາມ ຫາລືດ້ານຄົມມະນາຄົມ-ຂົນສົ່ງ ແລະ ສ້າງທາງດ່ວນ ວຽງຈັນ-ຮ່າໂນ້ຍ

ລາວ-ຫວຽດນາມ ຫາລືດ້ານຄົມມະນາຄົມ-ຂົນສົ່ງ ແລະ ສ້າງທາງດ່ວນ ວຽງຈັນ-ຮ່າໂນ້ຍ

Published on

ເພື່ອ​ແນ່​ໃສ່​ເຮັດ​ໃຫ້ ການ​ຄົມມະນາຄົມ-ຂົນ​ສົ່ງ ຂອງ​ສອງ​ປ​ະ​ເທດ ລາວ-ຫວຽດນາມ ສາມາດ​ເຊື່ອມ​ໂຍງ​ເຂົ້າກັນ​ໄດ້ ​ແລະ ​ເປັນ​ເງື່ອນ​ໄຂ​ອັນ​ດີ ​ໃນ​ການຂະຫຍາຍການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ລະຫວ່າງ 2 ປະເທດ, ພ້ອມ​ທັງ​ເປັນ​ພາກ​ສ່ວນ​ໜຶ່ງໃນແຜນການພັດທະນາລາວ ໃຫ້ເປັນສູນກາງຂອງການເຊື່ອມຈອດ ດ້ານຄົມມະນາຄົມ-ຂົນສົ່ງ ໃນລຸ່ມແມ່ນ້ຳຂອງ, ​ເມື່ອບໍ່​ດົນ​ມາ​ນີ້ ໄດ້​ມີ​ກອງ​ປະຊຸມພົບ​ປະ​ສອງ​ຝ່າຍ ລະຫວ່າງ ທ່ານ ບຸນ​ຈັນ ສິນ​ທະ​ວົງ ລັດຖະມົນຕີ​ກະຊວງໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ພ້ອມ​ດ້ວຍ​ຄະນະ ແລະ ທ່ານ ​ເຈືອງ ກວາງ ​ເງ້ຍ ລັດຖະມົນຕີກະຊວງ​ໂຍທາ​ທິການ-ຂົນ​ສົ່ງ ​ແຫ່ງ ສສ ຫວຽດນາມ ພ້ອມ​ດ້ວຍ​ຄະນະ,​ ​ເຊິ່ງ​ຝ່າຍ​ລາວ​ ​ໄດ້​ລາຍ​ງານການ​ເຊັນ​ເອກະສານ 2 ສະບັບ​ຄື: ຂໍ້​ຕົກລົງ​ວ່າ​ດ້ວຍ ​​ແຜນການ​ຮ່ວມ​ມື​ ດ້ານ​ຄົມມະນາຄົມ-ຂົນ​ສົ່ງ ລາວ-ຫວຽດນາມ ​ໄລຍະ 5 ປີ (2016-2020) ​ແລະ ຂໍ້ຂໍ້​ຕົກລົງ​ວ່າ​ດ້ວຍ​​ ການ​ລົງທຶນ​ກໍ່ສ້າງ​ເສັ້ນທາງ​ດ່ວນ ​ວຽງ​ຈັນ​-ຮ່າ​ໂນ້ຍ.

ກອງ​ປະຊຸມ​ດັ່ງກ່າວ, ​ເປັນ​ການສືບຕໍ່ຈັດຕັ້ງຜັນຂະຫຍາຍ ບົດບັນທຶກສອງ​ລັດຖະບານ ລາວ-ຫວຽດນາມ ກ່ຽວກັບຍຸດທະສາດ ການຮ່ວມມື ດ້ານຄົມມະນາຄົມ-ຂົນສົ່ງ ໄລຍະແຕ່ປີ 2016-2025, ວິ​ໄສທັດຮອດປີ 2030, ທົບທວນການຈັດຕັ້ງປະຕິບັດ ບັນດາໂຄງການທີ່ສອງກະຊວງ ກໍຄືສອງຂະແໜງການຄົມມະນາຄົມ-ຂົນສົ່ງ ທີ່ໄດ້ຕົກລົງນຳກັນຜ່ານມາ, ລວມທັງແຜນການຮ່ວມມືໃນຕໍ່ໜ້າ ຈຸດປະສົງຕົ້ນຕໍຂອງການພົບປະລະຫວ່າງສອງກະຊວງ ໃນຄັ້ງນີ້ ແມ່ນເພື່ອສຸມໃສ່ຜັນຂະຫຍາຍເນື້ອໃນ ການຕົກລົງຮ່ວມມື ລະຫວ່າງສອງລັດຖະບານ ລາວ-ຫວຽດນາມ ໃຫ້ປະກົດຜົນເປັນຈິງ.

ສະ​ເພາະໂຄງການກໍ່ສ້າງເສັ້ນທາງດ່ວນ ນະຄອນຫລວງວຽງຈັນ-ນະຄອນຫລວງຮ່າໂນ້ຍ ທີ່​ຈຳ​ເປັນ​ຕ້ອງ​ໄດ້​ສຸມ​ກຳລັງ​ແຮງ​ໃນ​ຫລາຍ​ດ້ານ​ຮ່ວມ​ກັນ​ທັງ​ສອງ​ຝ່າຍ ​ເພື່ອ​ໃຫ້ສາມາດຈັດ​ຕັ້ງ​ປະຕິບັດ​ໂຄງການດັ່ງກ່າວ ໃຫ້ປະກົດຜົນເປັນຈິງ; ​ແລວ​ທາງ​ດ່ວນ​ເຊື່ອມ​ຕໍ່ ວຽງ​ຈັນ-ປາກ​ຊັນ-ນ້ຳ​ອ່ອນ-​ແທັງ​ຖຸຍ-ຮ່າ​ໂນ້ຍ; ໂຄງການກໍ່ສ້າງ​ເສັ້ນທາງແຕ່ພູທິດເຜິ້ງຫານາຊອນ; ໂຄງການກໍ່ສ້າງເສັ້ນທາງ ແຕ່ຊຳໃຕ້-ທ່າເຫລົ້າ ແລະ ນາຊາງ-ທົ່ງທູ້ ແຂວງຫົວພັນ; ຂໍ້ສະເໜີໂຄງການຍົກລະດັບ ແລະ ປັບປຸງທາງຫລວງເລກທີ 18B ຂອງອຳນາດການປົກຄອງ ແຂວງອັດຕະປື (ລາວ) ແລະ ຄະນະກຳມະການປະຊາຊົນແຂວງກອນຕູມ (ຫວຽດນາມ); ສະໜາມບິນໜອງຄ້າງ ແຂວງຫົວພັນ;​ ຂໍ້ສະເໜີຂອງ ບໍລິສັດ ຫວຽດເຈັດແອ ເພື່ອດຳເນີນທຸລະກິດການບິນ ຢູ່ ສປປ ລາວ; ການສົ່ງເສີມບໍລິສັດຂອງທັງສອງຝ່າຍຮ່ວມທຸລະກິດການຂົນສົ່ງສິນຄ້າຮ່ວມກັນ, ການເປີດ​ເສັ້ນທາງຂົນ​ສົ່ງ​ໂດຍສານ ​ປະຈຳ​ທາງຮ່າຕິ້ງ (ສສ ຫວຽດ ນາມ) – ຄຳ​ມ່ວນ (ສປປ ລາວ) – ນະຄອນ​ພະນົມ (ປະ​ເທດ​ໄທ) ​ແລະ​ ກັບຄືນ; ການ​ຊຸກ​ຍູ້​ສົ່ງ​ເສີມ​ໃຫ້​ບັນດາ​ດ່ານ​ຊາຍ​ແດນ ລາວ-ຫວຽດນາມ ​ເພີ່​ມຊົ່ວ​ໂມງ​ເຮັດ​ວຽກຂຶ້ນ​ຕື່ມ; ການ​ບໍລິການ ”ຈຸດ​ດຽວ, ປອງ​ດຽວ” ທີ່​ດ່ານ​ຊາຍ​ແດນ ​ແດນ​ສະຫວັນ-ລາວ​ບາວ; ກາ​ນຕິດຕາມ​ວຽກ​ງານ​ຄຸ້ມ​ຄ້ອງທ່າເຮືອຫວຸ້ງອ່າງ ແຂວງຮ່າຕິ້ງ, ສສ ຫວຽດນາມ; ການ​ປັບປຸງ​ແຜນຜັງ​ແມ່​ບົດ​ ຂອງ​ທ່າ​ເຮືອ​ຮອນ​ລາ ​ແລະ ລະບົບທໍ່​ສົ່ງ​ນ້ຳມັນ ​ແຕ່​ແຂວງ​ກວາງ​ບິງ-​ແຂວງ​ຄຳ​ມ່ວນ ​ແລະ ການສ້າງຂີດຄວາມສາມາດ ໃຫ້ແກ່ບຸກຄະລາກອນຂອງຂະແໜງການໂຍທາທິການ ແລະ ຂົນສົ່ງ ສປປ ລາວ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...