HomeອະນິເມະResident Evill: Vendetta ຈະເຂົ້າສາຍຢູ່ຍີ່ປຸ່ນວັນທີ 27 ພຶດສະພາ 2017 ນີ້!! ພ້ອມເຜີຍ 2 ໂຕລະຄອນໃໝ່ໃນເລື່ອງ

Resident Evill: Vendetta ຈະເຂົ້າສາຍຢູ່ຍີ່ປຸ່ນວັນທີ 27 ພຶດສະພາ 2017 ນີ້!! ພ້ອມເຜີຍ 2 ໂຕລະຄອນໃໝ່ໃນເລື່ອງ

Published on

ໃຜທີ່ກຳລັງຜິດຫວັງກັບຊີຣີ Resident Evil ພາກຄົນສະແດງທີ່ຈະສາຍໃນປີໜ້ານີ້ຄົງຕ້ອງຄິດກັນໃໝ່ແລ້ວ ເພາະຫຼ້າສຸດນີ້ທາງ Capcom ໄດ້ອອກມາປະກາດມື້ສາຍຮູບເງົາເລື່ອງ Resident Evil: Vendetta ເຊິ່ງເປັນຮູບເງົາ CG ແອນິເມຊັ່ນພາກທີ 3 ຂອງຊີຣີຕໍ່ຈາກ Degeneration (2008) ແລະ Damnation (2012). ໂດຍກຳນົດສາຍແມ່ນເລີ່ມຈາກປະເທດຍີ່ປຸ່ນກ່ອນໝູ່ ໃນວັນທີ 27 ພຶດສະພາ 2017.

ພ້ອມກັນນີ້ກໍຍັງມີການເປີດເຜີຍໂຕລະຄອນໃໝ່ 2 ຄົນ ແລະ 1 ໃນນັ້ນກໍຄື: ຣີເບກກ້າ ເຊມເບີ້ (Rebecca Chambers) ອະດີດເຈົ້າໜ້າທີ່ໜ່ວຍ S.T.A.R.S. ທີມບຣາໂວ້ທີ່ເຄີຍມີບົດບາດໃນເກມ Resident Evil 0 ແລະ 1 ມາກ່ອນ, ສ່ວນອີກ 1 ໂຕລະຄອນຈະເປັນຊາຍເລິກລັບທີ່ຄາດກັນວ່າໜ້າຈະເປັນວາຍຮ້າຍປະຈຳຮູບເງົາເລື່ອງນີ້. 

ສຳລັບປະເທດລາວເຮົາຄົງຕ້ອງຖ້າໃຫ້ມີການປະກາດຢ່າງເປັນທາງການຈາກ Capcom ກ່ອນວ່າຈະເຂົ້າສາຍຢູ່ໄທມື້ໃດ ແຕ່ຜູ້ຂຽນຄາດວ່າໜ້າຈະເຂົ້າລາວຊ້າຄືກັບເລື່ອງ Your Name ຫັ້ນແຫຼະ

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...