spot_img
Homeຂ່າວຕ່າງປະເທດທໍາລາຍສະຖິຕິ!! ຊຸດເຈົ້າສາວຊາວໃຕ້ຫວັນຍາວເຖິງ 6 ກິໂລແມັດ ໃຊ້ຄົນຊ່ວຍຈັບກວ່າ 560 ຄົນ

ທໍາລາຍສະຖິຕິ!! ຊຸດເຈົ້າສາວຊາວໃຕ້ຫວັນຍາວເຖິງ 6 ກິໂລແມັດ ໃຊ້ຄົນຊ່ວຍຈັບກວ່າ 560 ຄົນ

Published on

ອີງຕາມສໍານັກຂ່າວຕ່າງປະເທດລາຍງານວັນທີ 15 ທັນວານີ້ວ່າ: ເມື່ອບໍ່ດົນມານີ້ ເຈິ້ງ ຊຸ່ນເຫວິນ ລູກສາວຂອງ ເຈິງ ເຢວໄສ ປະທານກໍາມະການກຸ່ມບໍລິສັດ ຢຣື່ຮຸຍ ຊຶ່ງເປັນນັກທຸລະກິດມະຫາເສດຖີຊື່ສຽງຂອງໃຕ້ຫວັນ ໄດ້ເຂົ້າພິທີແຕ່ງງານກັບ ຫວັງ ກວນຈື້ ເຈົ້າຂອງກຸ່ມບໍລິສັດຢ່າງເລ່ຕົວ ໂດຍຜ້າຄຸມຜົມເຈົ້າສາວທີ່ປະດັບເທິງຫົວມີຄວາມຍາວເຖິງ 6 ກິໂລແມັດ ໃຫ້ຄົນຊ່ວຍຈັບກວ່າ 560 ຄົນ.

ດ້ວຍຜູ້ເປັນພໍ່ຢາກຈັດງານໃຫ້ເປັນທີ່ໜ້າຈົດຈໍາ ໂຣແມນຕິກ ແລະມີຄວາມພິເສດ ຈຶ່ງໄດ້ຕັດສິນໃຈສັ່ງເຮັດຊຸດເຈົ້າສາວນີ້ໃຫ້ກັບລູກສາວສຸດຮັກ ຊຶ່ງອອກແບບໂດຍໃຊ້ນັກອອກແບບທີ່ມີຊື່ສຽງໂດ່ງດັງກວ່າ 6 ຄົນ ໃຊ້ເວລາຕັດຍິບ 3 ເດືອນ ດ້ວຍເງິນຫຼາຍເຖິງ 1 ລ້ານຢວນ ອີກທັງຍັງຕ້ອງໃຫ້ຄົນເຖິງ 560 ຄົນຊ່ວຍຈັບຊຸດລະຫວ່າງເຈົ້າສາວຍ່າງໂຊວຕາມສະຖານທີ່ທ່ອງທ່ຽວສໍາຄັນຫຼາຍແຫ່ງທົ່ວເມືອງ.

ຊຶ່ງໃນວັນສໍາຄັນດັງກ່າວ ເຈົ້າສາວກໍໄດ້ເດີນທາງໄປຮ່ວມງານເພື່ອບັນທຶກສະຖິຕິໂລກ “ຊຸດເຈົ້າສາວທີ່ຍາວທີ່ສຸດໃນໂລກ” ອີກດ້ວຍ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...