Homeຂ່າວທ້ອງຖິ່ນເຈົ້າເມືອງຮຸນເຜີຍ ມີຫລາຍບໍລິສັດ ສົນໃຈລົງທຶນສຳປະທານ ພັດທະນາແຫລ່ງທ່ອງທ່ຽວຕາດຕະແລ

ເຈົ້າເມືອງຮຸນເຜີຍ ມີຫລາຍບໍລິສັດ ສົນໃຈລົງທຶນສຳປະທານ ພັດທະນາແຫລ່ງທ່ອງທ່ຽວຕາດຕະແລ

Published on

ວິທະຍຸກະຈາຍສຽງແຫ່ງຊາດລາວ ຫລື ວສລ ໄດ້ເຜີຍແຜ່ຜ່ານທາງເຟສບຸກ ໃນວັນທີ 15 ທັນວານີ້ວ່າ ປັດຈຸບັນນີ້ ມີຫລາຍບໍລິສັດທັງພາຍໃນ ແລະ ຕ່າງປະເທດ ໃຫ້ຄວາມສົນໃຈຢາກເຂົ້າໄປລົງທຶນ ພັດທະນາຕາດຕະແລ ຢູ່ເມືອງຮຸນ ແຂວງ ອຸດົມໄຊ ເພື່ອໃຫ້ກາຍເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດ ທີ່ໄດ້ຮັບຄວາມນິຍົມສູງຈາກ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.

ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າເມືອງຮຸນ ແຂວງອຸດົມໄຊ ໄດ້ລະບຸວ່າ ບໍລິສັດທີ່ໃຫ້ຄວາມສົນໃຈຢາກພັດທະນາຕາດຕະແລ ມີທັງບໍລິສັດຈາກ ສ.ປ ຈີນ, ໄທ ແລະ ນັກລົງທຶນພາຍໃນປະເທດ ແຕ່ປັດຈຸບັນຍັງບໍ່ທັນມີບໍລິສັດໃດ ໄດ້ຮັບອະນຸຍາດໃຫ້ລົງທຶນສຳປະທານເທື່ອ ເພາະຍັງຢູ່ໃນການພິຈາລະນາຈາກພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງອຸດົມໄຊ ເນື່ອງຈາກຕ້ອງການກວດກາໃຫ້ລະອຽດວ່າ ບໍລິສັດທີ່ສະເໜີຂໍເຂົ້າມາລົງທຶນສຳປະທານ ມີຄວາມສົນໃຈຢາກພັດທະນາສະຖານທີ່ແຫ່ງນີ້ແທ້ ຫລື ບໍ່.

ຕາດຕະແລ ມີທີ່ຕັ້ງຢູ່ຫ່າງຈາກເທດສະບານເມືອງຮຸນ ປະມານ 20 ກວ່າກິໂລແມັດ ການເຂົ້າເຖິງຍັງເປັນເສັ້ນທາງດິນແດງ, ຈຸດເດັ່ນຂອງຕາດນີ້ ມີຄວາມສວຍສົດງົດງາມທາງທຳມະຊາດ ອ້ອມຮອບດ້ວຍປ່າດົງດິບ ແລະ ປ່າເຄິ່ງດົງດິບ ທີ່ມີຕົ້ນໄມ້ໃຫຍ່ນ້ອຍ ທີ່ມີໃບດົກໜາຂຽວງາມ ແລະ ເຕັມໄປດ້ວຍນົກນາໆຊະນິດ, ນ້ຳຕົກຕາດແຫ່ງນີ້ມີທັງໝົດ 7 ຕາດດ້ວຍກັນ, ມີທັງຕາດໃຫຍ່, ຕາດນ້ອຍຢັ່ງຢາຍໄປ ຕາມສາຍນ້ຳຕະແລ ຍາວປະມານ 600 ກວ່າແມັດ.

15541324_1700910253552862_4440988209672328502_n

15319314_1700910220219532_647775501397063281_n
ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າເມືອງຮຸນ

 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...