spot_img
Homeນານາສາລະໝາກຮະ ຊ່ວຍຕ້ານມະເຮັງ ແລະປິ່ນປົວເບົາຫວານ

ໝາກຮະ ຊ່ວຍຕ້ານມະເຮັງ ແລະປິ່ນປົວເບົາຫວານ

Published on

ໝາກຮະ ເປັນໝາກໄມ້ຊະນິດໜຶ່ງ ທີ່ມີລົດຊາດຂົມ ແຕ່ມີປະໂຫຍດ ແລະສັບພະຄຸນຕໍ່ຮ່າງກາຍຫຼາຍຢ່າງ, ສາມາດປິ່ນປົວພະຍາດ ແລະຕ້ານພະຍາດໄດ້ຫຼາຍຊະນິດ

  • ລົດຊາດຂົມຂອງໝາກຮະ ຊ່ວຍໃຫ້ຈະເລີນອາຫານ ເຮັດໃຫ້ນໍ້າຍ່ອຍໃນກະເພາະອາຫານເຮັດວຽກໄດ້ດີ ແລະເປັນຢາລະບາຍອ່ອນ
  • ນໍ້າໝາກຮະ ຊ່ວຍປິ່ນປົວພະຍາດເບົາຫວານ, ຫຼຸດນໍ້າຕານໃນເລືອດ ແລະຫຼຸດການເກີດສາຍຕາສັ້ນ, ລວມເຖິງຊ່ວຍຟອກເລືອດ ກະຕຸ້ນການເຮັດວຽກຂອງຕັບໃຫ້ມີປະສິດທິພາບ
  • ໝາກສຸກໃຊ້ຄັ້ນເອົາມາທາໜ້າປິ່ນປົວສິວໃຫ້ດີໄດ້
  • ກິນໝາກຮະແບບສົດໆ ຫຼືລວກກິນ ຊ່ວຍຫຼຸດອາການຫົວເຂົ່າບວມ, ຫຼຸດອາການແໜ້ນທ້ອງ
  • ມີການວິໄຈພົບວ່າ ໝາກຮະມີລິດການຕ້ານມະເຮັງ ເພາະມີເບຕ້າແຕໂຣທີນຫຼາຍ ຈຶ່ງຊ່ວຍສ້າງພູມຄຸ້ມກັນພະຍາດ ແລະປ້ອງກັນເຊວຈາກການທຳລາຍຂອງສານກໍ່ມະເຮັງ
  • ແກ່ນໝາກຮະ ມີລິດເປັນຢາບຳລຸງກຳລັງ, ເຮັດໃຫ້ຮ່າງກາຍມີຄວາມສົມດູນ
  • ຮາກຂອງຕົ້ນໝາກຮະ ສາມາດເອົາມາຕົ້ມດື່ມ ເພື່ອຫຼຸດອາການໄຂ້ ແລະປິ່ນປົວພະຍາດລິດສີດວງ
  • ກິນໝາກຮະ ຊ່ວຍໃຫ້ກະດູກ ແລະແຂ້ວແຂງແຮງ ເພາະມີແຄວຊຽມຫຼາຍ
  • ຊ່ວຍໃຫ້ຜິວສົດໃສ ເພາະມີວິຕາມິນຊີຫຼາຍ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...