Homeຂ່າວຕ່າງປະເທດຂໍ້ຕົກລົງຢຸດຍິງອະເລບໂປລົ້ມ ທະຫານຊີຣີ ປະທະກຸ່ມກະບົດອີກ ຫລັງບັນລຸກັນໄດ້ພຽງມື້ດຽວ

ຂໍ້ຕົກລົງຢຸດຍິງອະເລບໂປລົ້ມ ທະຫານຊີຣີ ປະທະກຸ່ມກະບົດອີກ ຫລັງບັນລຸກັນໄດ້ພຽງມື້ດຽວ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 14 ທັນວາຜ່ານມານີ້ວ່າ ສະຖານະການຢູ່ເມືອງອະເລບໂປ ປະເທດຊີຣີ ກັບຄືນເຂົ້າສູ່ສະພາວະເຄັ່ງຕຶງອີກເທື່ອໜຶ່ງ ພາຍຫລັງເກີດມີການປະທະກັນຢ່າງດຸເດືອດ ລະຫວ່າງກອງກຳລັງທະຫານ ກອງທັບລັດຖະບານຊີຣີ ແລະ ຝ່າຍກະບົດ ໂດຍໄດ້ມີການລະດົມຍິງປືນໃຫຍ່ ໃສ່ບໍລິເວນພາກຕາເວັນອອກຂອງເມືອງຢ່າງໜັກໜ່ວງ ອັນເຮັດໃຫ້ຂໍ້ຕົກລົງຢຸດຍິງ 3 ຝ່າຍ ຊຶ່ງໄດ້ບັນລຸກັນໄດ້ພຽງ 1 ວັນ ເພື່ອໃຫ້ພົນລະເຮືອນອົບພະຍົບອອກຈາກພື້ນທີ່ ຖືກທຳລາຍຢ່າງສິ້ນເຊີງ.

ທັງນີ້ ເມື່ອວັນທີ 13 ທັນວາຜ່ານມາ ຄະນະຜູ້ແທນ 3 ຝ່າຍ ໄດ້ແກ່ຝ່າຍກະບົດຕໍ່ຕ້ານລັດຖະບານຊີຣີ, ຣັດເຊຍ ແລະ ຕວກກີ ໄດ້ບັນລຸຂໍ້ຕົກລົງຢຸດຍິງ ແລະ ອົບພະຍົບປະຊາຊົນ ອອກຈາກເມືອງອະເລບໂປ ພາຍຫລັງທີ່ກອງທັບຊີຣີ ພາຍໃຕ້ການສະໜັບສະໜູນຂອງຣັດເຊຍ ແລະ ພັນທະມິດ ໄດ້ເປີດສາກບຸກໂຈມຕີ ເພື່ອປົດປ່ອຍເມືອງດັ່ງກ່າວ ຢ່າງໜັກໜ່ວງຕະຫລອດຫລາຍວັນທີ່ຜ່ານມາ.

njpus24ncqkx5e1a7ulavwujkzwfeopwikxklbc3ees

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...