spot_img
Homeຂ່າວການພັດທະນາຫຼວງພະບາງຈະເປີດພິທີກໍ່ສ້າງທາງລົດໄຟລາວ-ຈີນ ທ້າຍເດືອນນີ້

ຫຼວງພະບາງຈະເປີດພິທີກໍ່ສ້າງທາງລົດໄຟລາວ-ຈີນ ທ້າຍເດືອນນີ້

Published on

ທ່ານ ຟ້າສະໜັ່ນ ທໍາມະວົງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຫຼວງພະບາງ ໄດ້ໃຫ້ສໍາພາດຕໍ່ນັກຂ່າວສໍານັກຂ່າວສານປະເທດລາວໃນວັນທີ 13 ທັນວາ 2016 ຜ່ານມານີ້ວ່າ: ໂຄງການກໍ່ສ້າງລົດໄຟລາວ-ຈີນ ນອນໃນເຂດແຂວງຫຼວງພະບາງຮັບຜິດຊອບໄດ້ມີຄວາມພ້ອມໃນທຸກດ້ານ, ເຊິ່ງໃນວັນທີ 25 ທັນວາ 2016 ທີ່ຈະເຖິງນີ້ ເປັນມື້ເລິກງາມຍາມດີ ສະນັ້ນຈະໄດ້ມີພິທີເປີດການກໍ່ສ້າງຢ່າງເປັນທາງການຢູ່ຈຸດບ້ານພອນໄຊ ເມືອງຫຼວງພະບາງ.

ສໍາລັບເສັ້ນທາງລົດໄຟຜ່ານແຂວງຫຼວງພະບາງ ມີຄວາມຍາວທັງໝົດ 80 ກິໂລແມັດ ຜ່ານໃນ 3 ເມືອງຄື: ເມືອງຈອມເພັດມີ 19 ບ້ານທີ່ໄດ້ຮັບຜົນກະທົບ,ເມືອງຫຼວງພະບາງ 11 ບ້ານ ແລະ ເມືອງຊຽງເງິນ 14 ບ້ານ, ສ້າງຂົວຂ້າມນໍ້າຂອງ 1 ແຫ່ງ, ອຸໂມງ 6 ແຫ່ງ , ມີ 1 ສະຖານີໃຫຍ່ ແລະ 4 ສະຖານີນ້ອຍ.

ພ້ອມດຽວກັນນັ້ນ ທາງຄະນະຮັບຜິດຊອບກໍໄດ້ເອົາໃຈໃສ່ວຽກງານການໂຄສະນາເຜີຍແຜ່ໃຫ້ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບໄດ້ຮັບຮູ້ເຂົ້າໃຈ ໂດຍລົງສົມທົບກັບອໍານາດການປົກຄອງທ້ອງຖິ່ນເກັບກໍາຂໍ້ມູນຊອກຫາວິທີແກ້ໄຂ, ສ່ວນການໄກ່ເກ່ຍຄ່າຊົດເຊີຍນັ້ນ ແມ່ນຍັງລໍຖ້າເພື່ອໃຫ້ມີຄວາມເປັນເອກະພາບກັນກັບໃນແຕ່ລະແຂວງ.

ຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ

ຮູບຈາກ: ວາລະສານ ທາເກັດ

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...