ທະນາຄານກາງສະຫະລັດ ເສດຖະກິດບໍ່ຕ້ອງການການເພິ່ງພາໄລຍະຍາວ ປະຊາຊົນມີຄວາມສາາດຊໍາລະໜີ້ຫຼາຍຂຶ້ນໜຸນຂຶ້ນດອກເບ້ຍທ້າຍປີ.
ທະນາຄານກາງສະຫະລັດ ຫຼືເຟດ ຕັດສິນໃຈ ໃນວັນທີ 13 ທັນວາທີ່ຜ່ານມາ ທີ່ຈະເພີ່ມອັດຕາດອກເບ້ຍ ຈາກປັດຈຸບັນ 0.25% ຊີ້ເຖິງການຕັດສິນໃຈ ແກ້ໄຂເສດຖະກິດສາຫະລັດ ໂດຍການເພີ່ມອັດຕາດອກເບ້ຍ ຈະເປັນຜົນສະທ້ອນມາຈາກຊາວສະຫະລັດ ໂດຍລວມຈາກຜູ້ຊື້ເຮືອນ ແລະການຮັກສານັກລົງທຶນໂດຍ ເຟດ ມີເປົ້າໝາຍເພີ່ມອັດຕາດອກເບ້ຍໄລຍະສັ້ນ 0.25% ສູ່ລະດັບ 0.50-0.75% ເປັນຄັ້ງທີ 2 ໃນການດອກເບ້ຍຂອງເຟດ ໂດຍຄັ້ງທໍາອິດເກີດຂຶ້ນເມື່ອເດືອນທັນວາຂອງປີກາຍ.
ນາງ ເຈເນຕ ເຢລເລນ ປະທານທະນາຄານກາງສະຫະລັດ ກ່າວວ່າ ເສດຖະກິດສະຫະລັດ ເຕີບໂຕຂຶ້ນຢ່າງວ່ອງໄວໃນຊ່ວງກາງປີ ແລະຄາດວ່າເສດຖະກິດຂອງປະເທດຈະເຕີບໂຕຢ່າງຕໍ່ເນື່ອງດ້ວຍ ທັງນີ້ ເຟດ ເຄີຍຫຼຸດອັດຕາດອກເບ້ຍມາຢູ່ທີ່ 0% ໃນປີ 2008 ທ່າມກາງວິກິດເສດຖະກິດ ການປັບອັດຕາດອກເບ້ຍຂອງເຟດຄັ້ງນີ້ ຊີ້ໃຫ້ເຫັນວ່າ ເສດຖະກິດຂອງສະຫະລັດ ບໍ່ຕ້ອງການການພະຍຸງຈາກເຟດໃນໄລຍະຍາວ ແລະຜູ້ບໍລິໂພກ ແລະນັກຖຸລະກິດສາມາດຈ່າຍໜີ້ໄດ້ຫຼາຍຂຶ້ນ ຂະນະທີ່ ອະເມລິກາ ມີການຈ້າງງານ 74 ເດືອນຕິດຕໍ່ກັນ ແລະອັດຕາງການຫວ່າງງານຫຼຸດລົງ 4.6% ຕໍ່າກວ່າໃນປີ 2007 ນອກນີ້ເຟດຍັງຄາດກ່າວຢ່າງມີໃນທີ່ອາດຈະມີການເພີ່ມອັດຕາດອກເບ້ຍໄວຂຶ້ນໃນປີຕໍ່ໄປ ເຈົ້າໜ້າທີ່ເຟດຄາດວ່າ ອາດຈະເພີ່ມອັດຕາດອກເບ້ຍໃນປີ 1 ຫຼື 2 ຄັ້ງ.