Homeຄວາມງາມ15 ສູດຜິວຂາວໃສງ່າຍໆ

15 ສູດຜິວຂາວໃສງ່າຍໆ

Published on

 

  1. ຂີ້ມິ້ນ+ນົມສົດ: ບົດຂີ້ມິ້ນໃຫ້ລະອຽດປະສົມກັບນົມສົດໃຫ້ໄດ້ເນື້ອຄີມ ໃຊ້ຂັດໄດ້ທັງຜິວໜ້າ ແລະຜິວກາຍ ຂັດແລ້ວປະໄວ້ປະມານ 15-30 ນາທີ ຈຶ່ງລ້າງອອກ.
  2. ກາກກາເຟ+ນົມສົດ+ນໍ້າຕານຊາຍແດງ ປະສົມກັນ
  3. ນໍ້າຕານຊາຍແດງ+ນໍ້າມັນໝາກກອກ ປະສົມກັນ
  4. ເກືອ+ນໍ້າໝາກນາວ: ສໍາຫຼັບໜ້າມັນ
  5. ໝາກເລັ່ນໃຫຍ່+ນໍ້າຕານຊາຍ: ບົດໝາກເລັ່ນໃຫຍ່ 2 ໜ່ວຍ ປະສົມນໍ້າຕານຊາຍ ໃຊ້ຂັດ ແລະພອກໜ້າ ແລະຜິວກາຍ
  6. ໝາກແຕງກວາ+ນໍ້າເຜີ້ງ: ບົດໝາກແຕງກວາໃຫ້ລະອຽດປະສົມກັບນໍ້າເຜີ້ງ 1 ບ່ວງ ຄົນໃຫ້ເຂົ້າກັນ ໃຊ້ໄດ້ທັງຜິວກາຍ ແລະຜິວໜ້າ ພອກໄວ້ປະມານ 15-20 ນາທີ ຈຶ່ງລ້າງອອກ ດີສໍາຫຼັບຄົນຜິວແຫ້ງ
  7. ນໍ້າຕານຊາຍແດງ+ນໍ້າເຜີ້ງ: ປະສົມກັນໃຫ້ເປັນເນື້ອຄີມໃຊ້ຂັດຜິວ
  8. ນໍ້າໝາກນາວ+ນໍ້າເຜີ້ງ+ນໍ້າຕານຊາຍແດງ+ນໍ້າມັນໝາກກອກ: ໃຊ້ນໍ້າໝາກນາວປະມານເຄິ່ງຖ້ວຍ, ນໍ້າຕານຊາຍແດງອີກປະມານເຄິ່ງຖ້ວຍ ປະສົມນໍ້າມັນໝາກອກປະມານ 1 ບ່ວງ ແລະນໍ້າເຜີ້ງແທ້ອີກ 1 ບ່ວງ ຄົນໃຫ້ເປັນເນື້ອຄີມໃຊ້ຂັດຜິວ
  9. ນໍ້າມັນໝາກພ້າວ+ນໍ້າຕານຊາຍ: ເອົານໍ້າມັນໝາກພ້າວອຸ່ນດ້ວຍໄມໂຄເວັບປະມານ 20 ວິນາທີ ແລະລະລາຍກັບນໍ້າຕານຊາຍຂາວ ປະໃຫ້ເຢັນ ແລ້ວເອົາມາຂັດຜິວ
  10. ນໍ້າເຜີ້ງ+ສາລີ: ບົດສາລີໃຫ້ລະອຽດປະສົມກັບນໍ້າເຜີ້ງ ນໍາມາຂັດໃຫ້ທົ່ວກາຍ
  11. ໝາກຫຸ່ງສຸກ+ສາລີ+ນໍ້າມັນໝາກກອກ: ໝາກຫຸ່ງສຸກເຄິ່ງໜ່ວຍ ແລະສາລີບົດລະອຽດ 2 ບ່ວງ, ນໍ້າມັນໝາກກອກ 1​ ບ່ວງ ປະສົມໃຫ້ເຂົ້າກັນນໍາມາຂັດຜິວ ຂັດທິດລະ 2 ຄັ້ງ
  12. ໃຍໝາກບວບ ຫຼືໃຍຂັດທໍາມະຊາດ
  13. ໝາກຫຸ່ງສຸກ+ໂຢເກີດ+ເກືອ: ໝາກຫຸ່ງສຸກເຄິ່ງໜ່ວຍ, ໂຢເກີດລົດທໍາມະຊາດ 1 ຖ້ວຍ ແລະເກືອທະເລ 1 ບ່ວງ ປັ່ນລວມກັນໃຫ້ລະອຽດ ແລ້ວນໍາສ່ວນປະສົມາຂັດຜິວຄ່ອຍໆ ແລ້ວລ້າງອອກດ້ວຍນໍ້າສະອາດ
  14. ໝາກຂາມປຽກ+ນົມ+ນໍ້າເຜີ້ງ: ໝາກຂາມແຊ່ນໍ້າໃຫ້ມື່ນ ເອົາເປືອກແຂງ ແລະແກ່ນອອກ ປະສົມກັບນົມ ແລະນໍ້າເຜີ້ງ ແລ້ວໃຊ້ຂັດຜິວຄ່ອຍໆ ຈາກນັ້ນຈຶ່ງລ້າງອອກດ້ວຍນໍ້າສະອາດ
  15. ນໍ້າໝາກຂາມປຽກ+ນໍ້າຕານຊາຍ+ຂີ້ມິ້ນບົດ: ປະສົມທຸກຢ່າງໃຫ້ເຂົ້າກັນ ໃນປະລິມານເທົ່າກັນ ໃຊ້ຂັດຜິວ ແລະພອກປະໄວ້ 20-30 ນາທີ ຈຶ່ງລ້າງອອກ

ບົດຄວາມຫຼ້າສຸດ

ນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ ມອບ-ຮັບ ອາຄານໂຮງຮຽນ ບ້ານມົກກົກນ້ອຍ ເມືອງສໍາພັນ ແຂວງຜົ້ງສາລີ

ຕອນເຊົ້າວັນທີ 10 ກັນຍາ 2026 ນີ້ ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະທີມງານຂັ້ນສູນກາງ...

ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມ ກອງປະຊຸມສ້າງຕັ້ງພັນທະມິດສາກົນ ເພື່ອແກ້ໄຂອາຊະຍາກໍາສໍ້ໂກງທາງໂທລະຄົມ

ໃນລະຫວ່າງວັນທີ 9-10 ກັນຍາ 2026, ທ່ານ ພົນໂທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດ ຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໄດ້ເຂົ້າຮ່ວມ...

ສານປະຊາຊົນນ ນວ ຕັດສິນອະດີດພະນັກງານທະນາຄານ 10 ຄົນ ໃນຄະດີສໍ້ລາດບັງຫຼວງ ແລະ ຟອກເງິນ

ໃນຕອນເຊົ້າຂອງວັນທີ 8 ກັນຍາ 2026, ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ພິຈາລະນາ ແລະ ຕັດສິນຄະດີອາຍາຮ້າຍແຮງ ກ່ຽວກັບການສໍ້ລາດບັງຫຼວງ ແລະ ຟອກເງິນ ຈຳນວນ 2...

1,783 ລ້ານບາດ! ໄທ ອະນຸມັດ 1,700 ລ້ານ ໃຫ້ລາວກູ້ຢືມສ້າງຂົວຂ້າມນໍ້າຂອງແຫ່ງໃໝ່ ຫຼວງພະບາງເງິນຊ່ວຍເຫຼືອລ້າ (30%)-ຊຽງແມນ

ວັນທີ 8 ກັນຍາ 2026, ທີ່ປະຊຸມຄະນະຮັດຖະມົນຕີ (ຄຣມ.) ຂອງໄທ ໄດ້ມີມະຕິເຫັນດີອະນຸມັດໃຫ້ຄວາມຊ່ວຍເຫຼືອທາງດ້ານການເງິນແກ່ ສປປ ລາວ ໃນໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ເຊື່ອມຕໍ່ລະຫວ່າງ ບ້ານຊຽງແມນ (ເມືອງຈອມເພັດ)...