spot_img
Homeຂ່າວຕ່າງປະເທດປະທານາທິບໍດີແຫ່ງຣັດເຊຍ ຄອງຕຳແໜ່ງບຸກຄົນທີ່ມີອິດທິພົນຫຼາຍທີ່ສຸດໃນໂລກປະຈຳປີ 2016

ປະທານາທິບໍດີແຫ່ງຣັດເຊຍ ຄອງຕຳແໜ່ງບຸກຄົນທີ່ມີອິດທິພົນຫຼາຍທີ່ສຸດໃນໂລກປະຈຳປີ 2016

Published on

ສຳນັກຂ່າວຕ່າງປະເທດລາຍງານເມືອວັນທີ 14 ທັນວາ ວ່າ. ເວັບໄຊຂອງວາລະສານຟຣອບລາຍງານວ່າ ປະທາາທິບໍດີ ວະລາດີເມຍ ປູຕິນ ແຫ່ງຣັດເຊຍ ຄອງຕຳແໜ່ງບຸກຄົນທີ່ມີອິດທິພົນຫຼາຍທີ່ສຸດໃນໂລກປະຈຳປີ 2016 ເຊິ່ງເປັນປີທີ 4 ຕິດຕໍ່ກັນແລ້ວ ຍ້ອນວ່າປະທານາທິບໍດີ ປູຕິນ ແຫ່ງຣັດເຊຍ ໄດ້ສະແດງອິດທິພົນຂອງຣັດເຊຍໄປເກືອບທົ່ວທຸກມຸມໂລກ

ບຸກຄົນທີ່ມີອິດທິພົນອັນດັບທີສອງແມ່ນຕົກເປັນຂອງວ່າທີ່ຜູ້ນຳສະຫະລັດຄົນໃໝ່ ຢ່າງ ທ່ານ ໂດນັລ ທຣັມ ສ່ວນອັນດັບທີ ສາມ ແມ່ນເປັນຂອງ ທ່ານ ນາງ ອັງເກລາ ແມຣເຄິລ ນາຍົກລັດຖະມົນຕຍິງຂອງເຢຍລະມັນ ເຊິງຄອງອຳນາດສູງສຸດຂອງປະເທດ ມີອິດທິພົນໃນຢຸໂຣບມາດົນກວ່າ 11 ປີແລ້ວ ແລະ ຍັງມີແຜນຈະລົງສະໝັກຊິງຕຳແໜ່ງນາຍົກລັດຖະມົນຕີຂອງເຢຍລະມັນອີກສະໄໝໃນປີໜ້າ.

ອັນດັບທີສີ່ ແມ່ນເປັນຂອງ ທ່ານ ສີ ຈີ້ຜິງ  ແລະ ອັນດັບທີ ຫ້າ ຄືສົມເດັດພຣະສັນຕະປາປາ ຟຣານຊິສ ປະມຸກແຫ່ງຄຣິສຕະຈັກໂຣມັນຄາທໍລິກ

ສ່ວນທາງດ້ານ ປະທານາທິບໍດີ ບາຣັກ ໂອບາມາ ເຊິ່ງປີທີ່ຜ່ານມາຖືກຈັດຢູ່ໃນອັນດັບທີສອງຂອງໂລກ ປະກົດວ່າປີນີ້ຕົກລົງມາຢູ່ໃນອັນດັບທີ 48 ເພາະກຳລັງຈະລົງຈາກຕຳແໜ່ງແລ້ວ.

ແຫຼ່ງຂ່າວຈາກ: http://www.dailynews.co.th/foreign/542779
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...