ອີງຕາມການເປີດເຜີຍຂໍ້ມູນຜ່ານ ເວັບໄຊ www.idsala.com ເມື່ອວັນທີ 14 ທັນວາ 2016 ໃຫ້ຮູ້ວ່າ ລາຍຮັບ-ລາຍຈ່າຍງົບປະມານ 10 ຄືນຫຼັງ ແມ່ນຍັງຢູໃນສະຖານະຂາດດູນສະເໝີມາຍ້ອນລາຍຮັບນ້ອຍກວ່າລາຍຈ່າຍ ແຕ່ເຖິງຈະມີລາຍຮັບເພີມຂຶ້ນທຸກໆປີກໍ່ຕາມ ແຕ່ລາຍຈ່າຍກໍ່ເພີ່ມຂຶ້ນທຸກປີເຊັ່ນດຽວກັນ ເຊິ່ງລາຍຮັບຫຼັກໆຂອງລັດຖະ ບານ ແມ່ນມາຈາກພາສີອາກອນ ແລະ ເງິນຊ່ວຍເຫຼືອລ້າ ສ່ວນລາຍຈ່າຍຫຼັກໆແມ່ນລາຍຈ່າຍບໍລິຫານທົ່ວໄປ ແລະ ລາຍຈ່າຍໃນການລົງທຶນຂອງລັດ.
ປີ 2015 ມີລາຍຮັບ 22,719.70 ຕື້ກີບ, ລາຍຈ່າຍ 27,508.84 ຕື້ກີບ, ຂາດດຸນ 4,789.22 ຕື້ກີບ
ປີ 2014 ມີລາຍຮັບ 22,356.08 ຕື້ກີບ, ລາຍຈ່າຍ 26,417.75 ຕື້ກີບ, ຂາດດຸນ 4,115.68 ຕື້ກີບ
ປີ 2013 ມີລາຍຮັບ 19,587.00 ຕື້ກີບ, ລາຍຈ່າຍ 24,665.06 ຕື້ກີບ, ຂາດດຸນ 5,078.06 ຕື້ກີບ
ປີ 2012 ມີລາຍຮັບ 16,992.40 ຕື້ກີບ, ລາຍຈ່າຍ 18,021.03 ຕື້ກີບ, ຂາດດຸນ 1,028.63 ຕື້ກີບ
ປີ 2011 ມີລາຍຮັບ 13,890.07 ຕື້ກີບ, ລາຍຈ່າຍ 15,102.90 ຕື້ກີບ, ຂາດດຸນ 1,212.84 ຕື້ກີບ
ປີ 2010 ມີລາຍຮັບ 12,100.37 ຕື້ກີບ, ລາຍຈ່າຍ 13,342.41 ຕື້ກີບ, ຂາດດຸນ 1,242.04 ຕື້ກີບ
ປີ 2009 ມີລາຍຮັບ 8,173.60 ຕື້ກີບ, ລາຍຈ່າຍ 9,761.56 ຕື້ກີບ, ຂາດດຸນ 1,587.96 ຕື້ກີບ
ປີ 2008 ມີລາຍຮັບ 7,708.31 ຕື້ກີບ, ລາຍຈ່າຍ 9,065.65 ຕື້ກີບ, ຂາດດຸນ 1,357.34 ຕື້ກີບ
ປີ 2007 ມີລາຍຮັບ 6,434.94 ຕື້ກີບ, ລາຍຈ່າຍ 7,631.52 ຕື້ກີບ, ຂາດດຸນ 1,064.99 ຕື້ກີບ
ປີ 2006 ມີລາຍຮັບ 5,312.92 ຕື້ກີບ, ລາຍຈ່າຍ 6,579.47 ຕື້ກີບ, ຂາດດຸນ 1,267.11 ຕື້ກີບ
ປີ 2005 ມີລາຍຮັບ 3,884.92 ຕື້ກີບ, ລາຍຈ່າຍ 5,323.00 ຕື້ກີບ, ຂາດດຸນ 1,438.08 ຕື້ກີບ
ຂໍ້ມູນຈາກ: ທະນາຄານແຫ່ງ ສປປລາວ, ອ້າງອີງຈາກ: ກະຊວງການເງິນ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!