Homeຂ່າວພາຍ​ໃນ10 ປີຄືນຫຼັງລາຍໄດ້ເພິ່ມຂຶ້ນ ແຕ່ຍັງຂາດດຸນທຸກປີ

10 ປີຄືນຫຼັງລາຍໄດ້ເພິ່ມຂຶ້ນ ແຕ່ຍັງຂາດດຸນທຸກປີ

Published on

ລາຍຮັບ-ລາຍຈ່າຍງົບປະມານແຫ່ງລັດ ໃນ 10ປີ ຄືນຫຼັງແມ່ນຍັງຢູ່ໃນສະຖານະຂາດດຸນສະເໝີມາຍ້ອນລາຍຮັບໜ້ອຍກວ່າລາຍຈ່າຍ ແຕ່ເຖິງຢ່າງໃດກໍ່ຕາມແມ່ນມີລາຍຮັບເພີ່ມຂຶ້ນທຸກໆປີ ແລະ ເພີ່ມຂຶ້ນຫຼາຍເທົ່າຖ້າທຽບໃສ່ 10 ຜ່ານມາ ແຕ່ລາຍຈ່າຍກໍ່ເພີ່ມຂຶ້ນຫຼາຍເຊັ່ນກັນ ເຊິ່ງລາຍຮັບຫຼັກໆຂອງລັດຖະບານແມ່ນມາຈາກພາສີອາກອນ ແລະ ເງິນຊ່ວຍເຫຼືອລ້າ ສ່ວນລາຍຈ່າຍຫຼັກໆແມ່ນລາຍຈ່າຍບໍລິຫານທົ່ວໄປ ແລະ ລາຍຈ່າຍໃນການລົງທຶນຂອງລັດ

ປີ 2015 ມີລາຍຮັບ 22,719.70 ຕື້ກີບ; ລາຍຈ່າຍ 27,508.84 ຕື້ກີບ ຂາດດຸນ 4,789.22 ຕື້ກີບ
ປີ 2014 ມີລາຍຮັບ 22,356.08 ຕື້ກີບ; ລາຍຈ່າຍ 26,417.75 ຕື້ກີບ ຂາດດຸນ 4,115.68 ຕື້ກີບ
ປີ 2013 ມີລາຍຮັບ 19,587.00 ຕື້ກີບ;​ ລາຍຈ່າຍ 24,665.06 ຕື້ກີບ ຂາດດຸນ 5,078.06 ຕື້ກີບ
ປີ 2012 ມີລາຍຮັບ 16,992.40 ຕື້ກີບ; ລາຍຈ່າຍ 18,021.03 ຕື້ກີບ ຂາດດຸນ 1,028.63 ຕື້ກີບ
ປີ 2011 ມີລາຍຮັບ 13,890.07 ຕື້ກີບ; ລາຍຈ່າຍ 15,102.90 ຕື້ກີບ ຂາດດຸນ 1,212.84 ຕື້ກີບ
ປີ 2010 ມີລາຍຮັບ 12,100.37 ຕື້ກີບ; ລາຍຈ່າຍ 13,342.41 ຕື້ກີບ ຂາດດຸນ 1,242.04 ຕື້ກີບ
ປີ 2009 ມີລາຍຮັບ 8,173.60 ຕື້ກີບ; ລາຍຈ່າຍ 9,761.56 ຕື້ກີບ ຂາດດຸນ 1,587.96 ຕື້ກີບ
ປີ 2008 ມີລາຍຮັບ 7,708.31 ຕື້ກີບ; ລາຍຈ່າຍ 9,065.65 ຕື້ກີບ ຂາດດຸນ 1,357.34 ຕື້ກີບ
ປີ 2007 ມີລາຍຮັບ 6,434.94 ຕື້ກີບ; ລາຍຈ່າຍ 7,631.52 ຕື້ກີບ ຂາດດຸນ 1,064.99 ຕື້ກີບ
ປີ 2006 ມີລາຍຮັບ 5,312.92 ຕື້ກີບ; ລາຍຈ່າຍ 6,579.47 ຕື້ກີບ ຂາດດຸນ 1,267.11 ຕື້ກີບ
ປີ 2005 ມີລາຍຮັບ 3,884.92 ຕື້ກີບ; ລາຍຈ່າຍ 5,323.00 ຕື້ກີບ ຂາດດຸນ 1,438.08 ຕື້ກີບ

ຂໍ້ມູນຈາກ: ທະນາຄານແຫ່ງ ສປປ.ລາວ; ອ້າງອີງ: ກະຊວງການເງິນ
ຂ່າວຈາກ: ອິດສະຫຼະ http://www.idsala.com/2016/12/10.html

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...