spot_img
Homeຂ່າວເຫດການລັດຈັດສັນ 8,8% ຂອງງົບຈ່າຍແຫ່ງຊາດ 2 ພັນຕື້ກ່ວາກີບ ໃຫ້ຂະແໜງສາທາລະນະສຸກ

ລັດຈັດສັນ 8,8% ຂອງງົບຈ່າຍແຫ່ງຊາດ 2 ພັນຕື້ກ່ວາກີບ ໃຫ້ຂະແໜງສາທາລະນະສຸກ

Published on

20140729125209

 

ບັນຫາ​ດ້ານ​ໂພຊະ​ນາ​ການນ້ຳ​ສະອາດ ແລະ ວິດຖ່າຍ​ ໄດ້ກາຍເປັນ​ບັນຫາ​ທ້າ​ທາຍ​ຕໍ່ ​ສປປ ລາວ ທີ່​ອາດ​ຈະ​ເຮັດ​ໃຫ້

​ເປົ້າໝາຍ​ສະຫັດ​ສະ​ວັດໃນ​ປີ 2020 ແກ່ຍາວ​ອອກ​ໄປ, ຫຼ້າ​ສຸດສະພາແຫ່ງ​ຊາດ​ ໄດ້​ອະນຸມັດ​ງົບປະມານປະຈຳ​ສົກ​ປີ

​ນີ້​ ໃຫ້​ກັບ​ລັດຖະບານຈຳນວນ 2.015 ຕື້​ກີບ ລວມ​ທັງທຶນ​ຊ່ວຍເຫຼືອ​ລ້າ​ຈາກ​ສາກົນ​ນຳອີກ ເພື່ອ​ສຸມ​ໃສ່​ຂະແໜງ​ສາ​

ທາລະນະ​ສຸກ ພ້ອມ​ກັບ​ຈັດ​ສັນ​ງົບ​ປະມານ​ດັ່ງກ່າວ ​ໃຫ້​ມີ​ຄວາມ​ດຸນ​ດ່ຽງກັນລະຫວ່າງສູນ​ກາງ ແລະ ທ້ອງຖິ່ນ.

 

ທ່ານ ​ສຈ.​ດຣ. ເອກ​ສະຫວ່າງ ວົງ​ວິຈິດ ລັດຖະມົນຕີ​ວ່າການກະຊວງ​ສາທາລະນະ​ສຸກ ໄດ້​ລາຍງານ​ຢູ່​ໃນ​ກອງ​ປະຊຸມ

​ສະໄໝ​ສາມັນ​ເທື່ອ​ທີ 7 ຂອງ​ສະພາ​ແຫ່ງຊາດຊຸດ​ທີ VII ເມື່ອ​ວັນ​ທີ 11 ກໍລະກົດ 2014 ໄດ້​ຮູ້​ວ່າ: ອັດຕາສ່ວນ​ເດັກນ້ອຍ

​ລຸ່ມ 5 ປີ​ ທີ່​ມີ​ນ້ຳໜັກ​ຕ່ຳ​ກວ່າ​ມາດຖານ ​ເຫັນ​ວ່າ​ມີຄວາມ​ຄືບ​ໜ້າ​ຊ້າ ແລະ ມີ​ຄວາມສ່ຽງ​ທີ່​ຈະ​ບໍ່​ບັນລຸ​ໄດ້​ຢ່າງ​ເຕັມ​ອັດ

ຕາ ເພາະ​ຈຳນວນ​ເດັກນ້ອຍ​ທີ່ຂາດ​ອາຫານ​ຊຳ​ເຮື້ອ (ເຕ້ຍ ມີນ້ຳໜັກ​ຕ່ຳ​ກວ່າ​ມາດຖານ) ໃນ​ປີ 2012 ບັນລຸ​ພຽງ​ແຕ່

44% ເທົ່ານັ້ນ ຄາດ​ວ່າ​ໃນ​ປີ 2015 ຈະ​ໃຫ້ບັນລຸ 34% ເຊິ່ງ​ສາເຫດ​ທີ່​ຈະບໍ່​ບັນລຸ ເນື່ອງ​ຈາກ​ວຽກ​ງານ​ດັ່ງກ່າວ​ ຕ້ອງ​ໃຊ້

​ເວລາ​ພໍ​ສົມຄວນ​ ໃນການຈັດຕັ້ງ​ປະຕິບັດດ້ານ​ງົບ​ປະມານ ແລະ ປະສານ​ກັບ​ກະຊວງທີ່​ກ່ຽວຂ້ອງ.

 

ທັງ​ນີ້ ຈຳນວນ​ງົບປະມານ 2.015 ຕື້​ກີບ​ຈະ​ເທົ່າ​ກັບ 8,8% ຂອງ​ງົບປະມານ​ລາຍ​ຈ່າຍ​ແຫ່ງຊາດ​ທັງ​ໝົດ ເຊິ່ງ​ທ້ອງຖິ່ນ

​ຈະ​ໄດ້ສ່ວນ​ແບ່ງ 58% ສູນ​ກາງ​ຈະ​ໄດ້ 42% ເພື່ອ​ສະໜອງ​ເຂົ້າ​ໃນ​ບັນດາ​ໂຄງການ​ຕ່າງໆ ​ທີ່​ຕິດ​ພັນ​ກັບສາທາລະນະ​ສຸກ

ທັງ​ໃນ​ສູນ​ກາງ ແລະ ທ້ອງຖິ່ນ​ ໃຫ້​ໄດ້​ຮັບ​ປະ​ສິດທິຜົນ.

 

ແຫຼ່ງຂ່າວ: http://vientianemai.net/teen/khao/1/12334

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...