spot_img
Home​ຂ່າວບັນເທິງນາງສາວເຜົ່າມົ້ງ ບ້ານນາສ້ຽວ ປະຈຳປີ 2016-2017 ງົດງາມສົມກັບຕຳແໜ່ງ

ນາງສາວເຜົ່າມົ້ງ ບ້ານນາສ້ຽວ ປະຈຳປີ 2016-2017 ງົດງາມສົມກັບຕຳແໜ່ງ

Published on

ກໍ່ຜ່ານກັນໄປແລ້ວສຳລັບການປະກວດເວທີ ນາງສາວງາມເຜົ່າມົ້ງ ປະຈຳປີ 2016-2017 ເຊິ່ງຮອບສຸດທ້າຍໄດ້ຈັດຂຶ້ນເມື່ອວັນທີ 9/12/2016 ທີ່ຜ່ານມາ ທີ່ ບ້ານນາສ້ຽວ ເຂດໜອງພະຍາ-ດົງໂດກ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ໂດຍປີນີ້ມີສາວງາມເຜົ່າມົ້ງທີ່ສົນໃຈເຂົ້າຮ່ວມການປະກວດເປັນຈຳນວນຫຼາຍ ແລະ ມີຕົວແທນນາງສາວເຜົ່າມົ້ງຈາກຫຼາຍແຂວງເຂົ້າຮ່ວມການປະກວດເຊັ່ນ: ແຂວງຊຽງຂວາງ, ແຂວງ ວຽງຈັນ,​ແຂວງບໍລິຄຳໄຊ ແລະ ນະຄອນຫຼວງວຽງຈັນ ເຊິ່ງກໍ່ໄດ້ມີການຄັດເລືອກເອົາພຽງ 20 ນາງສາວ ສຸດທ້າຍ ເພື່ອມາຄົ້ນຫາ ໜຶ່ງດຽວທີ່ຈະໄດ້ຮັບຕຳແໜ່ງນາງສາວງາມເຜົ່າມົ້ງປະຈຳປີ 2016-2017 ແລ້ວໃນທີ່ສຸດຜົນການຕັດສິນຜູ້ທີ່ໄດ້ຮັບຕຳແໜ່ງນາງງາມເຜົ່າມົ້ງ ນາງສາວ ເກົ່າເຊັງ ຢ່າໜໍຕູ້ ໝາຍເລກ 18

ຜູ້ຊະນະເລີດນາງສາວເຜົ່າມົ້ງ ບ້ານນາສ້ຽວ ປະຈຳປີ 2016-2017
ນາງສາວ ເກົ່າເຊັງ ຢ່າໜໍຕູ້ ໝາຍເລກ 18 .
ຮອງອັນດັບ 1 ນາງສາວ ເມລີ ລີບົວຝື .
ຮອງອັນດັບ 2 ນາງສາວ ແສງຕາວັນ ລີເລ່ຍນູ

864-4

ບັນເທີງ ກັບ ລາວໂພສຕ໌ ຂໍສະແດງຄວາມຍິນດີກັບນາງສາວທີ່ໄດ້ຮັບຕຳແໜ່ງທັງໜ້ານາງສາວ ເພາະທຸກຄົນມີຄວາມງາມພຽບພ້ອມສົມກັບຕຳແໜ່ງທີ່ໄດ້ ແລະ ແອັດມິນກໍ່ມີບາງຮູບພາບນາງສາວງາມເຜົ່າມົ້ງບາງສ່ວນທີ່ເຂົ້າປະກວດໃນມື້ນັ້ນມາຝາກ ຂໍບອກເລີຍວ່າ ແຕ່ລະນາງຂົນຄວາມງາມຂຶ້ນມາປະຊັນຈົນແໜ້ນເວທີແບບວ່າງາມນີ້ບໍ່ມີໃຜຍອມໃຜແທ້ໆ ແລະ ທີ່ໜ້າສົນໃຈແມ່ນຊຸດຂອງນາງສາວສວມໃສ່ແອັດມິນເຫັນແລ້ວອອນຊອນ ເພາະງາມເປັນເອກະລັກ ເຫັນແລ້ວກໍ່ຢ່າກໃສ່ນຳ ແຕ່ຫຸ່ນຄົງບໍ່ໃຫ້ ເອົາເປັນວ່າບໍ່ເວົ້າຫຍັງຫຼາຍ ເຮົາໄປເບິ່ງຮູບພາບກັນດີກວ່າ

7371 7372 7373 7374 18088 18098 18099

 

ທີ່ມາຈາກ: Houmphet Manisouk
ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...