Homeຂ່າວຕ່າງປະເທດເດັກທາລົກຊາວປາເລດຕິນ ຖືກແພດຊ່ວຍຜ່າຕັດອອກຈາກທ້ອງແມ່ທີ່ເສຍຊີວິດ ຈາກການໂຈມຕີຂອງອິດສະລາແອນ

ເດັກທາລົກຊາວປາເລດຕິນ ຖືກແພດຊ່ວຍຜ່າຕັດອອກຈາກທ້ອງແມ່ທີ່ເສຍຊີວິດ ຈາກການໂຈມຕີຂອງອິດສະລາແອນ

Published on

v7186

 

ເດັກທາລົກຊາວປາເລດຕິນ ລອດຕາຍຈາກຖືກແພດຊ່ວຍຜ່າຕັດອອກຈາກທ້ອງແມ່ທີ່ເສຍຊີວິດ ຈາກການໂຈມຕີ

ໂດຍອິດສະລາແອນ.

 

ສື່ຕ່າງປະເທດລາຍງານ ເມື່ອວັນທີ 30 ກໍລະກົດ 2014 ຜ່ານມາວ່າ ເດັກນ້ອຍຜູ້ຖືກຂະໜານນາມວ່າເປັນ ” ເດັກນ້ອຍ

ມະຫັດສະຈັນ ” (Miracle Baby) ໄດ້ຖືກຳເນີດຂຶ້ນ ທີ່ໂຮງໝໍໃນເມືອງເດຍອັນບາລາ ບໍລິເວນເຂດກາຊາ ເມື່ອວັນອາ

ທິດທີ່ຜ່ານມາ (27 ກໍລະກົດ) ໂດຍແພດໄດ້ທຳການຜ່າຕັດໃຫ້ກຳເນີດ ເດັກຍິງ 8 ເດືອນ (ອາຍຸໃນຄັນມານດາ) ຄົນນີ້

ອອກມາຈາກທ້ອງຂອງແມ່ ອາຍູ 23 ປີ ທີ່ເສຍຊີວິດຈາກການຖືກໂຈມຕີໂດຍທະຫານອິດສະລາແອນ ໂດຍເດັກຍິງຜູ້

ນີ້ໄດ້ຖືກຕັ້ງຊື່ວ່າ ຊິມະ (Shimah) ຕາມຊື່ຂອງແມ່ລາວ.

 

ການຖືກຳເນີດຂອງເດັກຍິງດັ່ງກ່າວ ທ່າມກາງຄວາມຂັດແຍ່ງວຸ້ນວາຍ ກາຍເປັນເລື່ອງສະເທືອນໃຈ ແລະ ຊວນປະ

ທັບໃຈໄປໃນຄາວດຽວກັນ ແກ່ຜູ້ຄົນທີ່ໄດ້ຮັບຮູ້ຂ່າວນີ້ ໂດຍສະເພາະແມ່ນປະຊາຊົນທີ່ອາໄສໃນບໍລິເວນກາຊາ ເຊິ່ງ

ທ່ານໝໍທີ່ຜ່າຕັດໃຫ້ກຳເນີດບອກວ່າ ເດັກຍິງຄົນນີ້ ຄືສັນຍາລັກແຫ່ງຄວາມຫວັງຂອງຊາວປາເລດຕິນ.

 

ຢ່າງໃດກໍຕາມ ສຸດທ້າຍແລ້ວເດັກຍິງຊິມະ ກໍເສຍຊີວິດລົງໃນວັນອັງຄານ (29 ກໍລະກົດ) ຫຼັງຈາກເກີດມາດ້ວຍສະ

ພາບຮ່າງກາຍບໍ່ແຂງແຮງ ອັນໄດ້ເຮັດໃຫ້ຜູ້ຕິດຕາມໃຫ້ກຳລັງໃຈເດັກຜູ້ດັ່ງກ່າວ ພາກັນໂສກສະຫຼົດໃຈໄປຕາມໆກັນ.

 

ນັບໄດ້ວ່າການຖືກຳເນີດຂອງຊິມະ ເປັນດັ່ງສັນຍາລັກແຫ່ງຄວາມຫວັງຂອງຊາວປາເລດຕິນ ໃນຂະນະດຽວກັນທີ່

ການຈາກໄປຂອງນາງ ກໍຍິ່ງຕອກຢ້ຳເຖິງຄວາມໂຫດຮ້າຍຂອງສົງຄາມລະຫວ່າງເຊື້ອຊາດ ເຊິ່ງໃນຕອນນີ້ມີຊາວປາ

ເລດຕິນ ສັງເວີຍຊີວິດໄປແລ້ວ 1,300 ກ່ວາຄົນ ໂດຍ 1 ໃນ 4 ລ້ວນແຕ່ເປັນເດັກນ້ອຍ ໃນຂະນະທີ່ທາງອິດສະລາແອນ

ຫາກໍສູນເສຍກຳລັງທະຫານໄປພຽງ 53 ຄົນ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...