Homeຂ່າວເຫດການກະຊວງຕ່າງປະເທດ ສະຫລຸບການເຄື່ອນໄຫວວຽກງານ ທົ່ວປະເທດ ໄລຍະ 3 ປີຜ່ານມາ

ກະຊວງຕ່າງປະເທດ ສະຫລຸບການເຄື່ອນໄຫວວຽກງານ ທົ່ວປະເທດ ໄລຍະ 3 ປີຜ່ານມາ

Published on

ຂປລ. ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມວິຊາການ ວຽກງານການຕ່າງປະເທດ ໃນວັນທີ 13-14 ທັນວາ ນີ້ ຢູ່ນະຄອນຫລວງວຽງຈັນ, ໂດຍມີທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ, ຜູ້ຕາງໜ້າຂະແໜງ ການກ່ຽວຂ້ອງຈາກບັນດາກະຊວງ, ທະບວງກົມ, ນະຄອນຫລວງ ແລະ ແຂວງ ເຂົ້າຮ່ວມ.

ການປະຊຸມຄັ້ງນີ້, ໄດ້ພ້ອມກັນສັງເກດຕີລາຄາ ການຈັດຕັ້ງປະຕິບັດນະໂຍບາຍຕ່າງປະເທດ ຂອງພັກ-ລັດ ແລະ ການເຄື່ອນໄຫວການຕ່າງປະເທດຂອງ ສປປ ລາວ ໃນໄລຍະ 3 ປີຜ່ານມາ ນັບແຕ່ກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ 12 ກຳນົດອອກ, ທັງກຳນົດທິດທາງແຜນການ ວຽກງານການຕ່າງປະເທດຂອງ ສປປ ລາວ ສຳລັບ 3 ປີຕໍ່ໜ້າ ສົກປີ 2017-2019. ພ້ອມນັ້ນ, ຍັງໄດ້ປຶກສາຫາລື ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບວຽກງານການຕ່າງປະເທດຂອງ ພັກ-ລັດ ເພື່ອກະກຽມໃຫ້ແກ່ກອງປະຊຸມ ທາງການວຽກງານການຕ່າງປະເທດ ຄັ້ງທີ 13, ເຊິ່ງຈະຈັດຂຶ້ນຢ່າງເປັນທາງການ ໃນທີ 15-16 ທັນວານີ້. ພ້ອມ​ສັງເກດຕີລາຄາ ສະພາບການພາກພື້ນ ແລະ ສາກົນ ແລະ ການປະຕິບັດແນວທາງການຕ່າງປະເທດ ໄລຍະເຄິ່ງທ້າຍສະໄໝ ການຈັດຕັ້ງຜັນຂະຫຍາຍມະຕິ 9 ຂອງສູນກາງພັກ ແລະ ຈຸດສຸມສຳລັບວຽກງານການຕ່າງປະເທດ ແຕ່ປີ 2017-2019; ເປັນເຈົ້າການໃນການເຊື່ອມໂຍງກັບພາກພື້ນ, ສາກົນ ແລະ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການສ້າງປະຊາຄົມອາຊຽນ; ຍົກສູງຄວາມສາມາດລັກສະນະນຳໜ້າ ແລະ ຄວາມເປັນເຈົ້າການຂອງພະນັກງານ ໃນຂະແໜງການຕ່າງປະເທດ ຕໍ່ການປະຕິບັດແນວທາງການຕ່າງປະເທດຂອງພັກ.

ຕະຫລອດການດຳເນີນກອງປະຊຸມ, ທ່ານປະທານໄດ້ຕັ້ງຫລາຍຄຳຖາມເຈາະຈີ້ມ ຕໍ່ແຕ່ລະວາລະຂອງກອງປະຊຸມ ເພື່ອໃຫ້ ໄດ້ຕາມເນື້ອໃນຄຳຂວັນ ແລະ ຫົວຂໍ້ຍ່ອຍຂອງກອງປະຊຸມຄັ້ງນີ້ຄື “ການ​ທູດ​ປ້ອງ​ກັນ​ເຫດ ​ແລະ ບຸກທະລຸ ​ເພື່ອ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ, ​ເພີ່ມ​ທະວີ​ຄວາມ​ເປັນ​ເຈົ້າ​ການ​ໃນ​ການ​ເຊື່ອມ​ໂຍງ​ ເສດຖະກິດ​ພາກພື້ນ ​ແລະ ສາກົນ” ແລະ “ ຍົກ​ສູງ​ຄວາມ​ສາມາດ, ​ລັກສະນະ​ນຳໜ້າ ​ແລະ ຄວາມ​ເປັນ​ເຈົ້າ​ຂອງ​ພະນັກງານ​ ໃນ​ຂະແໜງການ​ຕ່າງປະ​ເທດ”, ເຊິ່ງກໍລວມທັງບັນຫາ, ຂໍ້ຫຍຸ້ງຍາກ ແລະ ຂອດການປະສານງານ ທີ່ກອງປະຊຸມຍັງເຫັນວ່າ ຄວນຈະໄດ້ຮັບການປັບປຸງ ແກ້ໄຂໃຫ້ດີຂຶ້ນ ເພື່ອໃຫ້ສອດຄ່ອງກັບສະພາບແວດລ້ອມໃໝ່ ແລະ ທັນກັບສະພາບການປ່ຽນແປງ ຢ່າງວ່ອງໄວຂອງໂລກໃນປະຈຸບັນ.

01-saleumsai-2

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...