spot_img
Homeຄວາມງາມ5 ສູດປັບສີຜິວໝອງຄ້ຳບໍລິເວນຂອງລັບໃຫ້ຂາວຂຶ້ນ ເພື່ອຄືນຄວາມໝັ້ນໃຈໃຫ້ສາວໆ

5 ສູດປັບສີຜິວໝອງຄ້ຳບໍລິເວນຂອງລັບໃຫ້ຂາວຂຶ້ນ ເພື່ອຄືນຄວາມໝັ້ນໃຈໃຫ້ສາວໆ

Published on

ໃນຄໍລຳ ຄວາມງາມ ມື້ນີ້ແອັດມິນມີສູດປັບສີຜິວຢູ່ບໍລິເວນຂອງລັບມາຝາກສາວໆ ທີ່ມີສີຜິວບໍ່ສະໝ່ຳສະເໝີບໍລິເວນກົກຂາ ແລະ ບໍລິເວນຈຸດລັບ ເຊິ່ງເລື່ອງນີ້ມັນກໍ່ສ້າງບັນຫານັກໃຈໃຫ້ກັບສາວໆໄດ້ເຊັ່ນດຽວກັນ ໂດຍສະເພາະສາວທີ່ມັກນຸ່ງສັ້ນໆ ຫຼື ສາວທີ່ຢາກນຸ່ງຊຸດລອຍນ້ຳ ແຕ່ຂາດຄວາມໝັ້ນໃຈເພາະສີຜິວບໍລິເວນກົກຂາ ຫາຈຸດຂອງລັບນັ້ນມີສີຜິວໝອງຄ້ຳ ແຕ່ບັນຫານີ້ມີທາງແກ້ ລອງອ່ານສູດທີ່ຈະກ່າວຕໍ່ໄປນີ້ເບິ່ງ ເມື່ອອ່ານແລ້ວກໍ່ລອງເອົາໄປປະຕິບັດເບິ່ງເພື່ອມັນຈະຊ່ວຍໃຫ້ສີຜິວບໍລິເວນນັ້ນຂາວຂຶ້ນມາໄດ້
ສູດທີ 1 ສູດວ່ານຫາງແຂ້ ພຽງຂູດເຈລຈາກວ່ານຫາງແຂ້ແລ້ວນຳມາທາບໍລິເວນທີ່ສີຜິວດ່າງດຳ ປະໄວ້ປະມານ 20 ນາທີ ຈິ່ງລ້າງອອກ ເຮັດເປັນປະຈຳມື້ລະເທື່ອເພື່ອເຮັດໃຫ້ສີຜິວບໍລິເວນນັ້ນຂາວໄວຂຶ້ນ
ສູດທີ 2 ນ້ຳໝາກນາວ ພຽງເອົາສຳລີຈຸ່ມນ້ຳໝາກນາວແລ້ວໄປທາໃສ່ຜິວບໍລິເວນທີ່ດຳ ປະໄວ້ 2 ນາທີ ຫຼັງຈາກນັ້ນກໍ່ລ້າງອອກດ້ວຍນ້ຳອຸ່ນ ສ່ວນນ້ຳໝາກນາວທີ່ຍັງເລືອຈາກການໃຊ້ເບື້ອງຕົ້ນແມ່ນໃຫ້ປະໄວ້ກ່ອນ 10-15 ນາທີ ແລ້ວເອົາໄປປະສົມກັບໂຢເກີດ ປະມານ 1 ບ່ວງແກງ ກັບນ້ຳເຜິ້ງເຄິ່ງບ່ວງຊາ ຈາກນັ້ນກໍ່ຄົນສ່ວນປະສົມໃຫ້ເຂົ້າກັນ ແລ້ວນຳເອົາມາທາໃສ່ບໍລິເວນຜິວໝອງອີກຄັ້ງ ປະໄວ້ອີກ 10 ນາທີ ຈິ່ງລ້າງອອກດ້ວຍນ້ຳທຳມະດາ ເຮັດເປັນປະຈຳອາທິດລະ 2-3 ເທື່ອ ຜິວກໍ່ຈະຂາວ ແລະ ຊຸ່ມຊື່ນຂຶ້ນ
ສູດທີ 3 ໝາກແຕງ ນຳໝາກແຕງມາປັ່ນເອົາແຕ່ນ້ຳ ແລ້ວນຳມາທາບໍລິເວນຜິວຄ້ຳແລ້ວປະໄວ້ 10-15 ຈິ່ງລ້າງອອກດ້ວຍນ້ຳເຢັນ ເຮັດ 2 ເທື່ອຕໍ່ມື້ເພື່ອຜົນລັບທີ່ໄວຂຶ້ນນັ້ນເອງ
ສູດທີ 4 ເປືອກໝາກກ້ຽງ ນຳເປືອກໝາກກ້ຽງມາຕາກແດໃຫ້ແຫ້ງ ຫຼັງຈາກນັ້ນກໍ່ນຳມາບົດໃຫ້ເປັນຜົງ ການປະສົມແມ່ນຜົງເປືອກໝາກກ້ຽງ 1 ບ່ວງແກງ ປະສົມກັບ ໂຢເກິດ 2 ບ່ວງແກງ ເພີ່ມນ້ຳເລັກໜ້ອຍພໍຊຸ່ມໆ ແລ້ວຄົນທຸກຢ່າງເຂົ້າກັນຈາກນັ້ນກໍ່ນຳໄປທາບໍລິເວນຜິວຄ້ຳ ປ່ອຍໄວ້ຈົນຜົງແຫ້ງແລ້ວຈິ່ງລ້າງອອກ ເຮັດອາທິດລະ 2 ເທື່ອ
ສູດທີ 5 ຊອຍໝາກເລັ່ນເປັນປ່ຽງແລ້ວນຳໝາກເລັ່ນທີ່ຊອຍມາຖູເບົາໆໃສບໍລິເວນຜິວທີ່ໝອງຄ້ຳ ປະໄວ້ 10 ນາທີຈິ່ງຄ່ອຍລ້າງອອກ ເຮັດແບບນີ້ເປັນປະຈຳ ຮັບຮອງວ່າຈະຂາວຂຶ້ນຢ່າງເຫັນໄດ້ຊັດ
ຂໍ້ມູນຈາກ: http://www.thlady.com/s/178426

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...