spot_img
Homeຂ່າວຕ່າງປະເທດປະທານາທິບໍດີໂອບາມາ ຖືກສະພາຟ້ອງ ໃຊ້ອຳນາດເກີນລັດຖະທຳມະນູນ!

ປະທານາທິບໍດີໂອບາມາ ຖືກສະພາຟ້ອງ ໃຊ້ອຳນາດເກີນລັດຖະທຳມະນູນ!

Published on

EyWwB5WU57MYnKOuFBqBdNccL6SSjFgoPPheLghsqmW57o0C8hh1CZ

 

ສະພາຜູ້ແທນຂອງສະຫະລັດອາເມລິກາ (United House of Representatives) ຫຼື ເອີ້ນອີກຢ່າງໜຶ່ງວ່າສະພາຕ່ຳ

ໄດ້ຜ່ານມະຕິ ຟ້ອງຮ້ອງປະທານາທິບໍດີ ບາຣັກ ໂອບາມາ ໃນຂໍ້ຫາໃຊ້ອຳນາດເກີນກ່ວາທີ່ລັດຖະທຳມະນູນມອບໃຫ້.

 

ສຳນັກຂ່າວຕ່າງປະເທດລາຍງານວ່າ ສະພາຜູ້ແທນແຫ່ງສະຫະລັດອາເມລິກາ ໄດ້ຜ່ານມະຕິເພື່ອຮ້ອງຟ້ອງປະທາ

ນາທິບໍດີ ບາຣັກ ໂອບາມາ ແຫ່ງສະຫະລັດອາເມລິກາ ໃນຂໍ້ຫາໃຊ້ອຳນາດເກີນກ່ວາທີ່ລັດຖະທຳມະນູນມອບໃຫ້

ດ້ວຍຄະແນນເຫັນດີ 225 ສຽງ ແລະ ຄັດຄ້ານ 201 ສຽງ, ໃນຂະນະນີ້ ກຳລັງຢູ່ລະຫວ່າງການຮ່າງເອກະສານເພື່ອ

ຍື່ນຟ້ອງຕໍ່ສານໃນຂັ້ນຕໍ່ໄປ.

 

ຜູ້ສະໜັບສະໜູນມະຕິນີ້ເຫັນວ່າ ປະທານາທິບໍດີໂອບາມາ ໃຊ້ອຳນາດເກີນກ່ວາທີ່ລັດຖະທຳມະນູນມອບໃຫ້

ຈາກການເລື່ອນເສັ້ນຕາຍການແກ້ກົດໝາຍປະກັນສຸຂະພາບ ແລະ ການອອກໜັງສືຄຳສັ່ງຄະນະຜູ້ບໍລິຫານ

ເພື່ອຫຼີກລ່ຽງການລົງມະຕິແກ້ກົດໝາຍດັ່ງກ່າວໃນລັດຖະສະພາ, ສ່ວນໂອບາມາເອງອອກມາຕອບໂຕ້ວ່າ

ນີ້ເປັນພຽງເກມທາງການເມືອງ ແລະ ເປັນການກະທຳທີ່ເສຍເວລາ.

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...