Homeຂ່າວຕ່າງປະເທດກອງທັບຊີຣີເຜີຍ ສາມາດປົດປ່ອຍພື້ນທີ່ເມືອງອະເລບໂປ ໄດ້ແລ້ວ 98%

ກອງທັບຊີຣີເຜີຍ ສາມາດປົດປ່ອຍພື້ນທີ່ເມືອງອະເລບໂປ ໄດ້ແລ້ວ 98%

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 12 ທັນວາຜ່ານມານີ້ວ່າ ກອງທັບລັດຖະບານຊີຣີ ໄດ້ອອກມາເປີດເຜີຍ ໂດຍລະບຸວ່າ ພວກເຂົາສາມາດປົດປ່ອຍພື້ນທີ່ ທາງພາກຕາເວັນອອກຂອງເມືອງອະເລບໂປ ຊຶ່ງຖືກກຸ່ມກະບົດຕໍ່ຕ້ານລັດຖະບານຍຶດຄອງໄວ້ ກັບຄືນມາໄດ້ແລ້ວ 98% ສົ່ງຜົນເຮັດໃຫ້ປັດຈຸບັນ ກຸ່ມກະບົດຍັງເຫລືອພື້ນທີ່ຄອບຄອງ ພຽງແຕ່ 6 ເຂດ ພາຍໃນເມືອງດັ່ງກ່າວນີ້ ຊຶ່ງເຕັມໄປດ້ວຍພົນລະເຮືອນອາໄສຢູ່ ໃນຂະນະທີ່ນັກຮົບຂອງກຸ່ມກະບົດ ກຳລັງຖືກການລະດົມໂຈມຕີຢ່າງໜັກໜ່ວງ.

ທັງນີ້ ການຕໍ່ສູ້ໃນບັ້ນຮົບປົດປ່ອຍເມືອງອະເລບໂປ ໄດ້ເລີ່ມຂຶ້ນນັບຕັ້ງແຕ່ທ້າຍເດືອນພະຈິກທີ່່ຜ່ານມາ ເຮັດໃຫ້ມີພົນລະເຮືອນຊາວຊີຣີ ຈຳນວນຫລາຍແສນຄົນ ພາກັນອົບພະຍົບຈາກພື້ນທີ່ພາກຕາເວັນອອກ ທີ່ກຸ່ມກະບົດຍຶດຄອງຢູ່ ອອກມາສູ່ພື້ນທີ່ພາກຕາເວັນຕົກຂອງເມືອງ ຊຶ່ງເປັນເຂດປົດປ່ອຍຂອງຝ່າຍລັດຖະບານ.

 

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...