Home​ຂ່າວທ່ອງທ່ຽວງານບຸນຊ້າງປີນີ້ ຈະມີຫລາຍກິດຈະກຳທີ່ໜ້າສົນໃຈ ຫລາຍກວ່າທຸກປີ

ງານບຸນຊ້າງປີນີ້ ຈະມີຫລາຍກິດຈະກຳທີ່ໜ້າສົນໃຈ ຫລາຍກວ່າທຸກປີ

Published on

ການຈັດງານມະຫະກຳບຸນຊ້າງປີ 2017 ທາງແຂວງໄຊຍະບູລີ ຈະຍົກລະດັບໃຫ້ສູງກວ່າປີກ່ອນໆ ໂດຍຈະເນັ້ນໜັກກິດຈະກຳຫລັກໆ ຂອງບຸນ ແມ່ນຈະມີການສະເເດງຂອງຊ້າງຄຳຮູ້ ໃຫ້ມີຄວາມຫລາກຫລາຍຂຶ້ນ ເມື່ອທຽບໃສ່ຫລາຍໆຄັ້ງຜ່ານມາ ເພື່ອໃຫ້ບັນດາແຂກທັງພາຍໃນ ແລະ ຕ່າງປະເທດໄດ້ຮັບຊົມ ມີຄວາມປະທັບໃຈ ແລະ ເພິ່ງພໍໃຈ ແນໃສ່ດຶງດູດນັກທ່ອງທ່ຽວ ໃຫ້ເພີ່ມຂຶ້ນກວ່າທຸກໆປີ.

ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໄຊຍະບູລີ ໃນນາມປະທານຮັບຜິດຊອບການຈັດງານ ໄດ້ຖະແຫລງຕໍ່ສື່ມວນຊົນ ໃນທ້າຍອາທິດຜ່ານມາວ່າ: ໃນບຸນປີນີ້ຈະມີຊ້າງເຂົ້າຮ່ວມ 68 ເຊືອກ ໂດຍພາຍໃນງານຈະມີກິດຈະກຳກ່ຽວກັບຊ້າງຫລາຍລາຍການເຊັ່ນ: ຂະບວນແຫ່ຊ້າງ 68 ເຊືອກ, ປະກວດຊ້າງງາມບາສີສູ່ຂວັນຊ້າງ, ການສະເເດງຝຶກແອບຊ້າງ, ການຈັດງານລ້ຽງຊ້າງ ຫລື ບຸບເຟຊ້າງ, ການເອົາຊ້າງອາບນ້ຳ, ການສະເເດງຊ້າງຄຳຮູ້, ການບໍລິການຂີ່ຊ້າງ ແລະ ອື່ນໆອີກຫລາຍກິດຈະກຳ.

ນອກຈາກກິດຈະກຳຂອງຊ້າງຍັງ ມີການໂຄສະນາຂາຍສິນຄ້າປະເພດຕ່າງໆ ຈາກຫລາຍພາກສ່ວນທັງພາຍໃນ ແລະ ຕ່າງປະເທດ, ການສະເເດງສິລະປະວັນນະຄະດີ ຈາກພາຍໃນແຂວງ, ຈາກກອງສິລະປະກອນແຫ່ງຊາດ ແລະ ກົມກອງຕ່າງໆໃນເເຕ່ລະຄືນ ມີການສະເເດງດົນຕີ ເທິງເວທີຂອງຜູ້ສະໜັບສະໜູນບຸນ ແລະ ພາກສ່ວນອື່ນໆຫລາຍລາຍການ, ມີການສະເເດງວາງຂາຍຜະລິດຕະພັນ, ອາຫານພື້ນບ້ານທີ່ ເປັນເອກະລັກຂອງທ້ອງຖີ່ນຢ່າງຫລວງຫລາຍ.

ສ່ວນກຳນົດງານ ແມ່ນຈະຈັດຂຶ້ນໃນລະຫວ່າງວັນທີ 13-19 ກຸມພາ ແຕ່ມື້ທາງການ ແມ່ນວັນທີ 17-19 ກຸມພາ 2017 ຈຶ່ງຂໍເຊີນຊວນບັນດາທ່ານ ກໍຄືນັກທ່ອງທ່ຽວຈາກພາຍໃນ ແລະ ຕ່າງປະເທດເຂົ້າ ຮ່ວມທ່ຽວຊົມງານມະຫະກຳບຸນຊ້າງ ຢູ່ແຂວງໄຊຍະບູລີ ເມື່ອໄດ້ມາເຫັນມາຊົມແລ້ວ ບັນດາທ່ານຈະຕິດອົກຕິດໃຈ, ມີຄວາມປະທັບໃຈຫລາຍກວ່າປີຜ່ານໆມາຢ່າງແນ່ນອນ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...