Homeຂ່າວຕ່າງປະເທດທຣັມ ສົ່ງສັນຍານຊັດເຈນຈະບໍ່ຜູກມັດກັບນະໂຍບາຍຈີນດຽວ

ທຣັມ ສົ່ງສັນຍານຊັດເຈນຈະບໍ່ຜູກມັດກັບນະໂຍບາຍຈີນດຽວ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນ ນິວຢອກ ປະເທດສະຫະລັດອາເມລິກາ ເມື່ອວັນທີ 11 ທັນວາ ວ່າ.​ທ່ານ ໂດນັລ ທຣັມ ວ່າທີ່ປະທານາທິບໍດີສະຫະລັດ ໄດ້ໃຫ້ສຳພາດກັບລາຍການ “ຟ໊ອກຊ໌ ນິວສ໌ ຊັນເດ” ອອກອາກາດເມື່ອວັນອາທິດ ໂດຍໄດ້ກ່າວໃນຕອນຫນຶ່ງວ່າ ເຂົາມີຄວາມຮູ້ ແລະ ຄວາມເຂົ້າໃຈເປັນຢ່າງດີຕໍ່ນະໂຍບາຍຈີນດຽວ ແຕ່ເຂົາບໍ່ເຂົ້າໃຈວ່າ ເພາະເຫດໃດຕະຫຼອດໄລຍະຜ່ານມາເກືອບ 4 ທົດສະວັດ ລັດຖະບານວໍຊິງຕັນຕ້ອງຢຶດໝັ້ນກັບນະໂຍບາຍດັ່ງກ່າວຫຼາຍເຖິງພຽງນັ້ນ ແທນທີ່ຈະໃຫ້ຄວາມສຳຄັນກັບການບັນລຸຂໍ້ຕົກລົງອື່ນໆກັບຈີນຫຼາຍກວ່າ ເຊັ່ນ: ການກຳນົດນະໂຍບາຍການຄ້າ

ນອກຈາກນີ້ ໃນລະຫວ່າງການໃຫ້ສຳພາດກັບທາງລາຍການ ຟ໊ອກຊ໌ ທ່ານ ທຣັມ ຍັງຄົງເດີນໜ້າວິຈານນະໂຍບາຍເສດຖະກິດ ແລະ ຄວາມໝັ້ນຄົງຂອງຈີນ ທັງການແຊກແຊງຄ່າເງິນຢວນ ແລະ ກິດຈະກຳທາງທະຫານຂອງລັດຖະບານປັກກິ່ງໃນທະເລຈີນໃຕ້ ຮວມເຖິງທ່າທີຂອງຈີນທີ່ມີຕໍ່ເກົາຫຼີເໜືອອີກດ້ວຍ.

 

ຂ່າວຈາກ: http://www.dailynews.co.th/foreign/542146
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...