Homeຂ່າວຕ່າງປະເທດຄົນຮ້າຍວາງລະເບີດ ໂບດຊາວຄຣິສໃຫຍ່ທີ່ສຸດ ຢູ່ເມືອງຫລວງເອຢິບ ເສຍຊີວິດຢ່າງໜ້ອຍ 25 ຄົນ

ຄົນຮ້າຍວາງລະເບີດ ໂບດຊາວຄຣິສໃຫຍ່ທີ່ສຸດ ຢູ່ເມືອງຫລວງເອຢິບ ເສຍຊີວິດຢ່າງໜ້ອຍ 25 ຄົນ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 11​ ທັນວາຜ່ານມານີ້ວ່າ ເກີດເຫດຄົນຮ້າຍວາງລະເບີດ ໂຈມຕີມະຫາວິຫານເຊັນມາກ ຊຶ່ງເປັນມະຫາວິຫານທີ່ໃຫຍ່ທີ່ສຸດຂອງ ນະຄອນຫລວງໄຄໂຣ ປະເທດເອຢິບ ສົ່ງຜົນເຮັດໃຫ້ຊາວຄຣິສຕຽນ ນິກາຍຄອບຕິກ ເສຍຊີວິດຢ່າງໜ້ອຍ 25 ຄົນ ແລະ ບາດເຈັບອີກ 39 ຄົນ ໃນຂະນະທີ່ກຳລັງເຂົ້າຮ່ວມພິທີບູຊາວັນອາທິດ ຊຶ່ງນັບເປັນການໂຈມຕີຄັ້ງນອງເລືອດທີ່ສຸດ ຕໍ່ກັບຊຸມຊົນຊາວຄຣິສຕຽນເອຢິບ ໃນຮອບຫລາຍປີຜ່ານມາ.

ເຫດການໂຈມຕີດັ່ງກ່າວນີ້ ມີຂຶ້ນພາຍຫລັງທີ່ລັດຖະບານເອຢິບ ເປີດບັ້ນກວາດລ້າງກຸ່ມກໍ່ຄວາມບໍ່ສະຫງົບອິດສະລາມຫົວຮຸນແຮງ ພາຍໃນປະເທດ, ແນວໃດກໍຕາມ ຍັງບໍ່ທັນມີກຸ່ມຕິດອາວຸດໃດໆ ອອກມາສະແດງຄວາມຮັບຜິດຊອບ ຕໍ່ກັບເຫດການໂຈມຕີຄັ້ງນີ້.

 

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...