Homeຂ່າວການພັດທະນາແຂວງອັດຕະປື ເຊັນ MOU ສຳຫລວດຄວາມເປັນໄປໄດ້ ໂຄງການກໍ່ສ້າງພະລັງງານໄຟຟ້າແສງຕາເວັນ

ແຂວງອັດຕະປື ເຊັນ MOU ສຳຫລວດຄວາມເປັນໄປໄດ້ ໂຄງການກໍ່ສ້າງພະລັງງານໄຟຟ້າແສງຕາເວັນ

Published on

ວັນທີ 08 ທັນວາ 2016 ຜ່ານມານີ້ ພະແນກແຜນການ ແລະ ການລົງທຶນ ແຂວງອັດຕະປື ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບການລົງທຶນສຶກສາຄວາມເປັນໄປໄດ້ ໃນໂຄງການກໍ່ສ້າງພະລັງງານໄຟຟ້າແສງຕາເວັນ ໂດຍໃຫ້ບໍລິສັດ NVALID PRECISION ENGINEERING PTE.LTE ຂອງສິງກະໂປ ດຳເນີນການສຶກສາສໍາຫຼວດຄວາມເປັນໄປໄດ້ຂອງໂຄງການ ຢູ່ເຂດບ້ານຫາດຊັນ ເມືອງໄຊເສດຖາ ແຂວງອັດຕະປື ໃນເນື້ອທີ່ປະມານ 40 ເຮັກຕາ ມີມູນຄ່າວາງຈຳນວນເງີນຄໍ້າປະກັນໃນການລົງສຳຫຼວດ 10.000 ໂດລາສະຫະລັດຯ.

ໂຄງການດັ່ງກ່າວນີ້ ມີຄວາມປາຖະໜາຈະພັດທະນາ ລະບົບໄຟຟ້າແສງຕາເວັນ ຢູ່ແຂວງອັດຕະປື ເພື່ອພັດທະນາແຂວງອັດຕະປື ໃຫ້ເປັນແຂວງອຸດສາຫະກຳ ຕາມກົນໄກຫັນແຫຼ່ງຊັບພະຍາກອນທຳມະຊາດກາຍເປັນທຶນ ສ້າງລາຍຮັບເຂົ້າງົບປະມານຂອງແຂວງໃຫ້ສູງຂຶ້ນໃນອະນາຄົດ, ການຈັດຕັ້ງປະຕິບັດ ແລະ ໄລຍະເວລາສຶກສາສຳຫຼວດຄວາມເປັນໄປໄດ້ໃນເທື່ອນີ້ ເບື້ອງຕົ້ນມີກຳນົດ 18 ເດືອນ ເລີ່ມນັບແຕ່ມື້ເຊັນບົດບັນທຶກຄວາມເຂົ້າໃຈນໍາກັນເປັນຕົ້ນໄປ ສ່ວນຄວາມຄືບໜ້າຂອງໂຄງການນີ້ ທາງພາກສ່ວນກ່ຽວຂ້ອງຍັງຈະໄດ້ມີການລາຍງານຕາມທີຫຼັງ.

 

ແຫລ່ງຂ່າວ:

ວຈທດ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...