Homeຂ່າວເຫດການປະທານປະເທດແຫ່ງ ສປປ ລາວ ຕ້ອນຮັບຄະນະຜູ້ແທນ ເຍົາວະຊົນ ລາວ-ຫວຽດນາມ

ປະທານປະເທດແຫ່ງ ສປປ ລາວ ຕ້ອນຮັບຄະນະຜູ້ແທນ ເຍົາວະຊົນ ລາວ-ຫວຽດນາມ

Published on

ວັນ​ທີ 9 ທັນວາ 2016 ນີ້, ທ່ານ ບຸນ​ຍັງ ວໍລະ​ຈິດ ປະທານ​ປະ​ເທດ​ແຫ່ງ ສປປ ລາວ ​ໄດ້​ໃຫ້​ກຽດ​ຕ້ອນຮັບ ການ​ເຂົ້າ​ຢ້ຽມ​ຂໍ່ານັບ ​ຂອງ​ຄະນະຜູ້​ແທນ​ເຍົາວະ​ຊົນລາວ-ຫວຽດນາມ ​ ນຳ​ໂດຍ ທ່ານ ສອນ​ທະນູ ທຳ​ມະ​ວົງ ​ເລຂາ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊາວ​ໜຸ່ມ ປະຊາຊົນ​ປະຕິວັດ​ລາວ ​ແລະ ​ທ່ານ ຫງຽນ ລອງຣາຍ ຮອງ​ເລຂາ​ຄະນະ​ບໍລິຫານ​ງານ ​ສູນ​ກາງ​ຊາວ​ໜຸ່ມກອມ​ມູນິດ​ໂຮ​ຈີ​ມິນ ​ແຫ່ງ ສສ ຫວຽດນາມ ໃນ​ໂອກາດ​​ເດີນທາງ ​ມາ​ຢ້ຽມຢາມ ສປປ ລາວ ​ແຕ່​ວັນ​ທີ 4-10 ທັນວາ 2016.

ໂອກາດ​ດັ່ງກ່າວ, ທ່ານ ບຸນ​ຍັງ ວໍລະ​ຈິດ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ ​ແລະ ຕີ​ລາຄາ​ສູງ ຕໍ່​ການ​ເດີນທາງ​ມາ​ຢ້ຽມຢາມ​ ຂອງ​ຄະນະ​ຜູ້​ແທນ​ເຍົາວະ​ຊົນ ລາວ-ຫວຽ​ດນາມ ​ໃນ​ຄັ້ງ​ນີ້ ​ເຊິ່ງ​ເປັນ​ການ​ປະກອບສ່ວນ​ເຂົ້າ​ ​​ໃນ​ການ​ເສີມ​ຂະຫຍາຍສາຍ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ​ສອງ​ພັກ-ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ ລາວ-ຫວຽດນາມ ​​ເວົ້າ​ລວມ ​ເວົ້າ​ສະ​ເພາະ​ລະຫວ່າງ​ສອງ​ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ ລາວ-ຫວຽດນາມ ​ໃຫ້​ໄດ້​ຮັບ​ກາ​ນພັດທະນາ ​ແລະ ຈະ​ເລີ​ນງອກ​ງາມ​ຍິ່ງໆ​ຂຶ້ນ​.

 

ແຫລ່ງຂ່າວ:

ຂປລ
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...