Homeຂ່າວຕ່າງປະເທດລະເບີດຄາຣ໌ບອມໜ້າສະໜາມກີລາຕຸຣກີ ສັງຫານຕໍາຫຼວດຕາຍ 15 ນາຍ

ລະເບີດຄາຣ໌ບອມໜ້າສະໜາມກີລາຕຸຣກີ ສັງຫານຕໍາຫຼວດຕາຍ 15 ນາຍ

Published on

ເກີດເຫດລະເບີດລົດ ດ້ານໜ້າສະໜາມກີລາໃນນະຄອນອິດຕັນບູລ ເປັນເຫດເຮັດໃຫ້ມີຜູ້ເສຍຊີວິດ 15 ຄົນ ສ່ວນໃຫຍ່ເປັນຕໍາຫຼວດ ເຫດເກີດຫຼັງແຂ່ງຂັນເຕະບານແລ້ວບໍ່ດົນ.

ອີງຕາມສໍານັກຂ່າວຕ່າງປະເທດລາຍງານໃນວັນທີ 11 ທັນວາ 2106 ຜ່ານມາວ່າ: ເກີດເຫດລະເບີດຄາຣ໌ບອມໃຈກາງນະຄອນອິດຕັນບູລ ປະເທດຕຸຣກີ ໃກ້ກັບສະໜາມກີລາບານເຕະ ພາຍຫຼັງມີການແຂ່ງຂັນເຕະບານບອລແມດຊ໌ສໍາຄັນໄດ້ສໍາເລັດລົງເປັນເວລາບໍ່ດົນ ເປັນເຫດເຮັດໃຫ້ຜູ້ເສຍຊີວິດນັບສິບລາຍ ສ່ວນໃຫຍ່ເປັນເຈົ້າໜ້າທີ່ຕໍາຫຼວດທີ່ມາອໍານວຍຄວາມສະດວກ.

ຕາມການລາຍງານລະບຸວ່າ ເມື່ອເວລາປະມານ 23:00 ນາທີ ຂອງວັນທີ 10 ທັນວາ ເກີດເຫດລົດຍົນລະເບີດທີ່ດ້ານໜ້າສະໜາມກີລາແຫ່ງໜຶ່ງໃນນະຄອນອິດຕັນບູລ ເປັນເຫດເຮັດໃຫ້ເຈົ້າໜ້າທີ່ຕໍາຫຼວດເສຍຊີວິດຢ່າງໜ້ອຍ 15 ລາຍ ແລະມີຜູ້ໄດ້ຮັບບາດເຈັບອີກເກືອບ 70 ຄົນ.

ທາງການຕຸຣກີເປີດເຜີຍໃນເບື້ອງຕົ້ນວ່າ ເຫດດັ່ງກ່າວອາດຈະເປັນເຫດລະເບີດຂ້າໂຕຕາຍ ໂດຍຈຸດຂະນວນຈາກລົດຍົນ ທີ່ຈອດໄວ້ໃກ້ໆກັັບສະໜານກີລາ ສໍາຫຼັບເປົ້າໝາຍຄາດວ່າອາດຈະມຸ່ງໄປທີ່ຕໍາຫຼວດຈະລາຈອນ ທີ່ຖືກເກນມາອໍານວຍຄວາມສະດວກ ແລະຮັກສາຄວາມສະເຫງົາໃນການແຂ່ງຂັນເຕະບານ.

ແນວໃດກໍຕາມເຫດດັ່ງກ່າວ ເກີດຂຶ້ນຫຼັງຈາກແຂ່ງຂັນເຕະບານໄດ້ສໍາເລັດລົງແລ້ວ ເຮັດໃຫ້ແຟນບານ ແລະຜູ້ຊົມສ່ວນໃຫຍ່ຕ່າງທະຍອຍຈາກສະໜາມກີລາໄປເກືອບຈະໝົດແລ້ວ ຈຶ່ງເຊື່ອວ່າອາດຈະຕັ້ງໃຈທໍາຮ້າຍເຈົ້າໜ້າທີ່ຕໍາຫຼວດເປັນຫຼັກ ຂະນະນີ້ຍັງບໍ່ມີກຸ່ມກໍ່ການຮ້າຍໃດໆ ອອກມາສະແດງໂຕຍອມຮັບໃນກໍລະນີທີ່ເກີດຂຶ້ນ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...