Homeຂ່າວຕ່າງປະເທດຣັດເຊຍເຜີຍ ກອງທັບຊີຣີ ຢຸດຕິການໂຈມຕີຢູ່ອະເລບໂປ ເປີດທາງໃຫ້ອົບພະຍົບພົນລະເຮືອນ

ຣັດເຊຍເຜີຍ ກອງທັບຊີຣີ ຢຸດຕິການໂຈມຕີຢູ່ອະເລບໂປ ເປີດທາງໃຫ້ອົບພະຍົບພົນລະເຮືອນ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 9 ທັນວານີ້ວ່າ ທ່ານ ເຊີເກ ລາບຣອບ ລັດຖະມົນຕີກະຊວງປ້ອງກັນປະເທດຣັດເຊຍ ໄດ້ອອກມາເປີດເຜີຍ ໃນມື້ວານນີ້ (8 ທັນວາ) ວ່າ ກອງທັບຊີຣີ ໄດ້ຢຸດຕິການໂຈມຕີໃນເມືອງອະເລບໂປ ເພື່ອເປີດທາງໃຫ້ແກ່ພົນລະເຮືອນ ອົບພະຍົບອອກມາຈາກພື້ນທີ່ສູ້ຮົບ ໂດຍທ່ານໄດ້ລະບຸວ່າ ປັດຈຸບັນກຳລັງມີຂະບວນຜູ້ອົບພະຍົບ ປະມານ 8,000 ຄົນ ເດີນທາງເປັນໄລຍະທາງ 5 ກິໂລແມັດ ເພື່ອອອກຈາກພື້ນທີ່ດັ່ງກ່າວ ມາສູ່ເຂດທີ່ປອດໄພ.

ທັງນີ້ ເນື່ອງຈາກກອງທັບຊີຣີ ດຳເນີນການໂຈມຕີທາງອາກາດຢ່າງໜັກໜ່ວງ ຕະຫລອດໄລຍະຫລາຍມື້ທີ່ຜ່ານມາ ສົ່ງຜົນເຮັດໃຫ້ຝ່າຍລັດຖະບານຊີຣີ ສາມາດເຂົ້າປົດປ່ອຍພື້ນທີ່ໄດ້ກວ່າ 75% ຂອງເມືອງອະເລບໂປ ແລະ ແກນນຳຂອງຝ່າຍກະບົດ ໄດ້ອອກມາຮຽກຮ້ອງໃຫ້ມີການຢຸດຍິງ ເພື່ອມະນຸດສະທຳເປັນເວລາ 5 ມື້.

 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...