Homeສຸຂະພາບ ແລະ ສີ່ງແວດລ້ອມສາເຫດຂອງການເກີດພະຍາດລິດສີດວງທະວານ

ສາເຫດຂອງການເກີດພະຍາດລິດສີດວງທະວານ

Published on

ສາເຫດ ແລະປັດໄຈສ່ຽງສຳຄັນຂອງການເກີດພະຍາດລິດສີດວງທະວານຄື ຫຼອດເລືອດດຳທີ່ຢູ່ກ້ອງເນື້ອງເມືອກ ແລະຜິວໜັງໃນບໍລິເວນທະວານໜັກເກີດການພອງເປັນຫົວ ເພາະມີພາວະຄວາມດັນໃນເລືອດດຳຫຼາຍ ຈາກສາເຫດຕ່າງໆດັ່ງນີ້:

  1. ການກິນອາຫານທີ່ມີການໃຍໜ້ອຍ
  2. ທ້ອງຜູກຊໍ້າເຮື້ອ ເຮັດໃຫ້ຕ້ອງເບັ່ງເວລາຖ່າຍໜັກຕະຫຼອດ, ແຮງເບັ່ງຈະເພີ່ມຄວາມດັນ ແລະເຮັດໃຫ້ເກີດການເຈັບຕໍ່ກຸ່ມເນື້ອເຍື່ອຫຼອດເລືອດ ຈົນເຮັດໃຫ້ຫຼອດເລືອດພອງ ຫຼືຫຼອດເລືອດຂອດໄດ້ງ່າຍ
  3. ການຖ່າຍໜັກຕະຫຼອດ ແຮງເບັ່ງຈະເພີ່ມຄວາມດັນ ແລະເຮັດໃຫ້ເກີດການບາດເຈັບຕໍ່ກຸ່ມເນື້ອເຍື່ອຫຼອດເລືອດໄດ້
  4. ນິໄສໃນການເບັ່ງຖ່າຍໜັກເຊັ່ນ: ມັກເບັ່ງແຮງໆເວລາຖ່າຍໜັກ
  5. ການເບັ່ງຖ່າຍເປັນເວລາດົນ ຈາກການຫຼິ້ນໂທລະສັບ, ມືຖື ຫຼືອ່ານໜັງສືໃນຂະນະຖ່າຍ
  6. ມັກໃຊ້ຢາລະບາຍຕະຫຼອດ
  7. ການຖືພາ ເພາະນໍ້າໜັກຂອງການຖືພາຈະກົດທັບລົງເນື້ອເຍື່ອຫຼອດເລືອດ ເຮັດໃຫ້ເລືອດໄດຫຼກັບຫົວໃຈໄດ້ຫຼຸດລົງ ຈຶ່ງເຮັດໃຫ້ເກີດຄ້າງຢູ່ໃນຫຼອດເລືອດ
  8. ນໍ້າໜັກຫຼາຍ ຫຼືຕຸ້ຍ ກໍຜົນໃຫ້ແຮງດັນໃນທ້ອງເພີ່ມຂຶ້ນ
  9. ຜູ້ສູງອາຍຸ ມັກເກີດມີການເສື່ອມຂອງເຊວຕ່າງໆ ລວມເຖິງການເສື່ອມໃນເນື້ອເຍື່ອຫຼອດເລືອດ
  10. ການມີເພດສຳພັນທາງທະວານໜັກ ເພາະຈະເຮັດໃຫ້ເກີດບາດເຈັບໃນກຸ່ມເນື້ອເຍື່ອຫຼອດເລືອດນີ້
  11. ອາການໄອຊໍ້າເຮື້ອ ມີຜົນເຮັດໃຫ້ເພີ່ມແຮງດັນໃນຊ່ອງທ້ອງ
  12. ເກີດມາຈາກກຳມະພັນ ເຊິ່ງໃນຄອບຄົວມີຜູ້ທີ່ເຄີຍເປັນພະຍາດນີ້

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...