spot_img
Homeນານາສາລະ40 ຂໍ້ຄິດດີໆ ຈາກຄວາມຮັກ

40 ຂໍ້ຄິດດີໆ ຈາກຄວາມຮັກ

Published on

 

  1. ອາລົມຫຶງເກີດຂຶ້ນໄດ້ທັ້ງຊາຍ ແລະຍິງ ແຕ່ອາລົມຫຶງຂອງຜູ້ຍິງຈະຊັບຊ້ອນກວ່າຜູ້ຊາຍ.
  2. ຜູ້ຊາຍຮ້ອຍລະ 90 ມັນຜູ້ຍິງງາມ, ໜ້າຮັກ ແຕ່ຜູ້ຊາຍຮ້ອຍລະ 100 ຢາກຢູ່ກັບຜູ້ຍິງສະຫຼາດ.
  3. ຄົນທີ່ມີແຟນຂີ້ຫຶງຂັ້ນຮຸນແຮງ ມີພຽງ 0.000001% ທີ່ມັກ ນອນນັ້ນຮູ້ສຶກວ່າອຶດອັດ ຜູ້ຊາຍທັງຫຼາຍຄວນຈະດີໃຈທີ່ມີແຟນຂີ້ຫຶງ.
  4. ບໍ່ເຄີຍມີຄູ່ຮັກໃດບໍ່ຕ້ອງໃຊ້ຄວາມອົດທົນໃນຄວາມຮັກ ພຽງແຕ່ຈະເປັນການອົດທົນໃນຮູບແບບໃດເທົ່ານັ້ນເອງ.
  5. ຄົນທີ່ມີກິກນອກເໜືອຈາກແຟນໂຕຈິງ ຄືຄົນບໍ່ມີຄວາມສັດທາໃນຄວາມຮັກ
  6. ຢ່າຢ້ານການອົກຫັກ ເພາະບໍ່ມີໃຜຕາຍເພາະພະຍາດຄວາມອົກຫັກ ມີແຕ່ຄວາມອ່ອນແອເທົ່ານັ້ນທີ່ເຮັດໃຫ້ຂ້າໂຕຕາຍ
  7. ຄວາມຮັກມັກບໍ່ເກີດໃນຕອນທີ່ລໍຄອຍ ແຕ່ເມື່ອປະໂຕຕາມສະບາຍ ຄວາມຮັກມັກຈະມາ
  8. ເຖິງຈະໄວ້ໃຈໝູ່ເພື່ອນພຽງໃດ ກໍຢ່າໃຫ້ໝູ່ກັບແຟນຂອງເຮົາສະໜິດກັນຈົນເກີນໄປ
  9. ຖ້າເຮົາຮູ້ສຶກອາຍເວລາຍ່າງຄຽງຂ້າງແຟນທີ່ຂີ້ລ້າຍ ນັ້ນໝາຍຄວາມວ່າເຮົາບໍ່ໄດ້ຮັກເຂົາແທ້
  10. ຢ່າຈົ່ມໃຫ້ໃຜຟັງວ່າແຟນບໍ່ເຄີຍເຮັດໂຕດີຂຶ້ນເລີຍ
  11. ຖ້າຮູ້ໂຕວ່າເປັນຄົນຂີ້ຫຶງຂັ້ນຮຸນແຮງ ຢ່າໄດ້ເລືອກຄົບຜູ້ຊາຍທີ່ໜ້າຕາ ແລະມະນຸດສໍາພັນດີເດັດຂາດ
  12. ການທີ່ຜູ້ຊາຍເບິ່ງຜູ້ຍິງງາມ ຈົນຫຼຽວຫຼັງ ບໍ່ໄດ້ໝາຍຄວາມວ່າເຂົາຕ້ອງການແຟນທີ່ເປັນແບບນັ້ນ
  13. ຜູ້ຊາຍທີ່ໄວ້ໃຈໄດ້ບໍ່ນອກໃຈແຟນ ຫຼືພັນລະຍາ ມີພຽງແຕ່ຜູ້ຊາຍທີ່ຢູ່ໃນໂລງສົບເທົ່ານັ້ນ ຄວນຈື່ໃຫ້ຂຶ້ນໃຈ
  14. ພະຍາຍານເຮັດຕົວໃຫ້ດີ ແລະມີຄຸນຄ່າກວ່າຜູ້ຍິງທີ່ຍາດແຟນເຮົາໄປ ແລ້ວຈັກວັນແຟນເຮົາຈະກັບມາເອງ
  15. ຢູ່ຄົບກັບຜູ້ຊາຍທີ່ເອົາເລື່ອງແຟນເກົ່າມາເວົ້າເສຍໆຫາຍໆ ເພາະເຮົາອາດເປັນຄົນຕໍ່ໄປ
  16. ຜູ້ຊາຍທີ່ຮັກສັດ, ຮັກສຽງເພງ, ຮັກຄອບຄົວ ໜ້າຄົບຫຼາຍກວ່າຜູ້ຊາຍຮັກໂຕເອງ
  17. ອາຍຸທີ່ຫຼາຍຂຶ້ນອາດເຮັດໃຫ້ຕ້ອງຫຼຸດສະເປັກຊາຍໃນຝັນລົງ ແຕ່ຂໍ້ທີ່ບໍ່ຄວນຫຼຸດເດັດຂາດຄື ຄວາມດີ ແລະຄວາມຈິງໃຈ
  18. ຜູ້ຊາຍທີ່ເກາະຜູ້ຍິງກິນ ເບິ່ງໜ້າລັງກຽດກວ່າຜູ້ຍິງທີ່ມັກປອກລອກຜູ້ຊາຍຫຼາຍເທົ່າ
  19. ມະນຸດຜູ້ຊາຍມີໜ້ອຍກວ່າມະນຸດຜູ້ຍິງ ຜູ້ຊາຍທີ່ດີ ແລະເປັນໂສດກໍມີໜ້ອຍກວ່າຜູ້ຊາຍທີ່ມີເຈົ້າຂອງ
  20. ຢ່າຮັກຜູ້ຊາຍທີ່ຂີ້ລ້າຍ, ຂີ້ຕາຊັງ ແລະຂີ້ໝາ ເພາະເຮົາຈະຮູ້ສຶກຕົກນະລົກໄປຕະຫຼອດຊີວິດຢ່າງແນ່ນອນ
  21. ຄູ່ຮັກທີ່ຍ່າງກອດ, ຫອມກັນຕໍ່ໜ້າຄົນອື່ນໆ ມີແຕ່ຝ່າຍຍິງເທົ່ານັ້ນທີ່ຈະຖືກປະໝາດ ແລະດູມິ່ນຢ່າງຮຸນແຮງ
  22. ເຊັກສ໌ບໍ່ສາມາດຜູກມັດໃຫ້ຄູ່ຮັກຢູ່ດ້ວຍກັນຕະຫຼອດໄປ ຄວາມຜູກພັນຕ່າງຫາກທີ່ຈະດຶງກັນໄວ້ໄດ້
  23. ອາຍຸບໍ່ແມ່ນອຸປະສັກຂອງຄວາມຮັກ ຖ້າຄວາມຄິດຫົວໃຈກົງກັນ ຄວາມໝັ້ນຄົງກໍເກີດຂຶ້ນໄດ້
  24. ໃນຊີວິດຈິງຂອງຄວາມຮັກ ເຮົາອາດບໍ່ແມ່ນນາງເອກທີ່ແສນດີ ບາງທີກໍຕ້ອງມີການໃຊ້ໄຫວພິບໃນການຍາດແຍ່ງແດ່
  25. ຄົນງາມ ຫຼືຄົນຫຼໍ່ສາມາດອົກຫັກໄດ້ຄືກັນ ຖ້າເຮັດໂຕບໍ່ດີ ຫຼືມີເວລາໃຫ້ກັບຄວາມຮັກບໍ່ພໍ
  26. ເຖິງວ່າຈະໄດ້ຍິນວ່າມີຮັກທີ່ໃດມີທຸກທີ່ນັ້ນ ແຕ່ຄົນສ່ວນໃຫຍ່ກໍຍັງເລືອກທີ່ຈະມີຄວາມຮັກຫຼາຍກວ່າຈະຢູ່ເປັນໂສດ
  27. ເລື່ອງທີ່ແຟນບໍ່ຍອມເລົ່າໃຫ້ຟັງຕັ້ງແຕ່ທໍາອິດ ມັກເປັນເລື່ອງທີ່ເຮົາຮູ້ເມື່ອໃດກໍຕ້ອງຄວັນອອກຫູຢູ່ດີ
  28. ຖ້າຊື່ນຊົມໃນໂຕແຟນ 100% ຄວນບອກເຂົາແຕ່ 70%
  29. ເຖິງຜູ້ຊາຍຈະບອກວ່າບໍ່ມັກຜູ້ຍິງແຕ່ງໜ້າ ແຕ່ຜູ້ຊາຍກໍບໍ່ມັກຄົນທີ່ໜ້າມັນ ຫຼືຈືດຕະຫຼອດ
  30. ຜູ້ຊາຍມັກຮູບຮ່າງຂອງແຟນ ຫຼືຄົນນັ້ນຄົນນີ້ ໂດຍລືມເບິ່ງຮູບຮ່າງໂຕເອງວ່າເປັນແນວໃດ
  31. ຄົນຕ່າງຊາດຕ່າງພາສາສາມາດຮັກກັນໄດ້ ເພາະພາສາຫົວໃຈເປັນພາສາທີ່ບໍ່ຕ້ອງການຄໍາແປ
  32. ຜູ້ຊາຍຕ້ອງໃຊ້ສະໝອງ ແລະທັກສະຫຼາຍຂຶ້ນໃນຊ່ວງທີ່ມີຄວາມຮັກ ເພາະຜູ້ຍິງມັກປາກບໍ່ກົງກັບໃຈ
  33. ຜູ້ຊາຍມັກເປັນຝ່າຍໄລ່ລ່າ ຫຼາຍກວ່າຈະເປັນຜູ້ຖືກລ່າ ສະນັ້ນຈຶ່ງບໍ່ແປກທີ່ຈະພະຍາຍາມໜີເມື່ອຖືກຕາມຕື້
  34. ຜູ້ຍິງອາດບໍ່ໄດ້ຮຽກຮ້ອງຫຍັງຫຼາຍຂຶ້ນ ເປັນເພາະວ່າຜູ້ຊາຍບໍ່ດີໄດ້ຢ່າງສະເໝີຕົ້ນສະເໝີປາຍ
  35. ຮັກທີ່ເກີດຈາກການເຫັນກັນທໍາອິດສາມາດເກີດໄດ້ແຕ່ 10% ນອນນັ້ນເກີດຈາກການໃກ້ສິດ ແລະການຮຽນຮູ້ກັນຢ່າງເລິດເຊິ່ງ
  36. ຄົນທີ່ເຮົາຮັກກັບຄົນທີ່ຮັກເຮົາ ອາດບໍ່ແມ່ນຄົນໆດຽວກັນເລື່ອງນີ້ສອນໃຫ້ຮູ້ວ່າຄົນເຮົາບັງຂັບຫົວໃຈກັນບໍ່ໄດ້ແທ້ໆ
  37. ທຸກຄົນຈະເປັນຜູ້ໃຫຍ່ຂຶ້ນເມື່ອໄດ້ມີຄວາມຮັກ ແລະເປັນຜູ້ໃຫຍ່ຫຼາຍຂຶ້ນອີກຫຼັງຈາກອົກຫັກ
  38. ມືທີສາມສາມາດຍ່າງເຂົ້າມາໃນຊີວິດເຮົາໄດ້ຕະຫຼອດເວລາ ໃນຄວາມໄວ້ໃຈຈຶ່ງຄວນມີຄວາມລະວັງຢູ່ນໍາ
  39. ຢ່າຟ້າວມີແຟນຫຼັງຈາກອົກຫັກ ເພາະເຮົາຈະແຍກບໍ່ອອກວ່ານັ້ນເປັນຮັກ ຫຼືການຂ້າເວລາ
  40. ຄົນທີ່ຮັກກັນບໍ່ຈໍາເປັນຕ້ອງຍ່າງຈັບມື ຫຼືລົມກັນຕະຫຼອດທາງ ພຽງຮູ້ສຶກວ່າມີກັນ ແລະກັນກໍພຽງພໍ

ບົດຄວາມຫຼ້າສຸດ

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...

ເສຍຊີວິດ 63 ຄົນ ເຫດການແຜ່ນດິນໄຫວຂະໜາດໃຫຍ່ທີ່ຟິລິບປິນ ທາງການເຕືອນອາດຈະເກີດສຶນາມິຕາມມາອີກ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກັນຍາ 2025 ທີ່ຜ່ານມາ ເວລາປະມານ 22:00ໂມງ ເກີດເຫດການແຜ່ນດິນໄຫວຂະໜາດໃຫຍ່ 6.9 ລິກເຕີ ທີ່ເທິງເກາະເຊບູ ປະເທດຟິລິບປິນ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 63...

ການຂົນສົ່ງສາທາລະນະຢູ່ນະຄອນຫຼວງວຽງຈັນ

ນະຄອນຫຼວງວຽງຈັນ ຖືວ່າເປັນນະຄອນຫຼວງແຫ່ງ ສປປ ລາວ ທີ່ມີລະບົບການຂົນສົ່ງສາທາລະນະທີ່ອ້ອມຮອບ ເນື່ອງຈາກມີລົດເມໄວ້ຄອຍໃຫ້ບໍລິການຢູ່ຫຼາຍເຂດ ຕັ້ງແຕ່ໃນຕົວເມືອງຈົນໄປຮອດນອກຕົວເມືອງ ເພື່ອຄວາມສະດວກສະບາຍໃນການໄປ-ມາ ຂອງປະຊາຊົນເວົ້າລວມ ເວົ້າສະເພາະກໍຄືຜູ້ທີ່ອາໄສໃນນະຄອນຫຼວງວຽງຈັນໃນແຕ່ລະມື້. ນອກຈາກນີ້, ໃນປີ 2026 ກໍຈະເປີດໃຫ້ບໍລິການສຳລັບລົດເມໂດຍສານດ່ວນພິເສດ...